ສໍາເລັດການແຂ່ງຂັນ ANOTHAI OPEN TENNIS TOURNAMENT 2022

    ການແຂ່ງຂັນເທັນນິສ ລາຍການ “ANOTHAI OPEN TENNIS TOURNAMENT 2022” ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ວັນທີ 3 ເມສາ 2022 ຢູ່ສະໜາມເທັນນິສອາໂນໄທ ສະປອດຕິງ ຄລັບ ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ປະທານສະຫະພັນເທັນນິສແຫ່ງຊາດລາວ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການຄະນະກໍາມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍປະທານສະໂມສອນເທັນນິສອາໂນໄທ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ເອັກແຊນ ອາໂນໄທ ປະທານສະໂມສອນເທັນນິສອາໂນໄທ ກ່າວວ່າ: ສະໂມສອນເທັນນິສອາໂນໄທ ໄດ້ຈັດແຂ່ງຂັນລາຍການດັ່ງກ່າວຂຶ້ນທຸກປີ ເພື່ອສືບຕໍ່ສົ່ງເສີມ ແລະ ພັດທະນານັກກີລາເທັນນິສຮຸ່ນເຍົາວະຊົນ ນັກກີລາທີມຊາດ ກໍຄືວົງການກີລາເທັນນິສໃນປະເທດລາວໃຫ້ດີຂຶ້ນ ທັງເປັນການດຶງດູດນັກກີລາລາວໃຫ້ມາຫຼິ້ນເທັນນິສນັບມື້ເພີ່ມຂຶ້ນ ນອກຈາກລາຍການນີ້ແລ້ວ ສະໂມສອນເທັນນິສອາໂນໄທ ຍັງໄດ້ສະໜັບສະໜູນນັກກີລາຮຸ່ນສືບທອດ ກໍຄືນັກກີລາທີມຊາດຈາກໂຮງຮຽນພອນສະຫວັນກີລາ-ກາຍຍະກໍາ ໃຫ້ມາເຝິກຊ້ອມຢູ່ສະຖານທີ່ນີ້ ເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດພັດທະນາຕົນເອງໃຫ້ມີຄວາມກ້າວໜ້າຢ່າງຕໍ່ເນື່ອງ ເພື່ອກຽມເຂົ້າຮ່ວມງານແຂ່ງຂັນຕ່າງໆ ໂດຍສະເພາະ ເປັນຕົນແທນໃຫ້ປະເທດ ເຂົ້າຮ່ວມແຂ່ງຂັນມະຫະກໍາກີລາຊີເກມ ຄັ້ງທີ 31 ຢູ່ ສສ ຫວຽດນາມ ໃນໄວໆນີ້ ກໍຄືການແຂ່ງຂັນລະດັບພາກພື້ນ ແລະ ສາກົນ ໃນອະນາຄົດ.

    ການແຂ່ງຂັນຄັ້ງນີ້ ດໍາເນີນແຕ່ວັນທີ 25 ມີນາ-3 ເມສາ 2022 ໂດຍແບ່ງເປັນປະເພດດ່ຽວ ປະເພດຄູ່ ແລະ ປະເພດຄູ່ປະສົມ ໃນນີ້ ປະເພດດ່ຽວ ສາຍ A ຊະນະເລີດໄດ້ແກ່ທ່ານ ວິທະຍາ ໄດ້ຮັບໂລ້ ພ້ອມເງິນລາງວັນ 5 ລ້ານກີບ ສາຍ B ທ່ານ ອິນທະນູ ໄດ້ຮັບໂລ້ ພ້ອມເງິນລາງວັນ 3 ລ້ານກີບ ສາຍ C ທ່ານ ອ່າງຄໍາ ໄດ້ຮັບໂລ້ ພ້ອມເງິນລາງວັນ 1 ລ້ານກີບ ປະເພດຄູ່ ສາຍ A+B ຊະນະເລີດ ທ່ານ ສະຖາພອນ ແລະ ທ່ານ ສົມບູນ ໄດ້ຮັບໂລ້ ພ້ອມເງິນລາງວັນ 3 ລ້ານກີບ ສາຍ B ທ່ານ ສົມພອນ ແລະ ທ່ານນາງ ມະໄລລັກ ດີໄລລ້າ ໄດ້ຮັບໂລ້ ພ້ອມເງິນລາງວັນ 2 ລ້ານກີບ ສາຍ C ທ່ານ ແສງພອນ ແລະ ທ່ານ ສົມສັກ ໄດ້ຮັບໂລ້ ພ້ອມເງິນລາງວັນ 1 ລ້ານກີບ ສາຍ D ຊະນະເລີດ ທ່ານ ວຽງສະຫວັນ ແລະ ທ່ານ ທອງເຫຼືອ ໄດ້ຮັບໂລ້ ພ້ອມເງິນລາງວັນ 1 ລ້ານກີບ ປະເພດຄູ່ປະສົມ ຊະນະເລີດ ທ່ານ ພຸດທະວົງ ແລະ ທ່ານນາງ ມະໄລທອງ ໄດ້ຮັບໂລ້ ພ້ອມເງິນລາງວັນ 1 ລ້ານກີບ ນອກນີ້ຍັງມີລາງວັນຈາກຜູ້ສະໜັບສະໜູນອື່ນໆ ຕື່ມອີກ. 

#  ຂ່າວ – ພາບ : ສະບາໄພ 

error: Content is protected !!