ຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

   ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດພິທີປາຖະກາຖາຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ວັນທີ 1 ເມສາ 2022 ທີ່ກະຊວງດັ່ງກ່າວ ໃຫ້ກຽດປາຖະກະຖາຂອງທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ ມີຄະນະປະຈໍາພັກ ກໍາມະການພັກກະຊວງ ຄະນະໜ່ວຍພັກຮາກຖານ ຜູ້ຊ່ວຍລັດຖະມົນຕີ ຫົວໜ້າ ຮອງຫົວໜ້າ ຫ້ອງການ ກົມ ສະຖາບັນ ກອງວິຊາການ ອົງການທຽບເທົ່າ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

    ເພື່ອຫວນຄືນມູນເຊື້ອຄວາມອົງອາດກ້າຫານຂອງບັນດາທ່ານຜູ້ນໍາ ແລະ ໄຊຊະນະຂອງພາລະກິດແຫ່ງການປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສໍາເລັດໃນການປົກປັກຮັກສາ ພັດທະນາປະເທດເຮົາ ເຊິ່ງຖືເອົາໂອກາດນີ້ເປັນການເພີ່ມທະວີສຶກສາອົບຮົມສະມາຊິກພັກ ນັກຮົບ ພະນັກງານລັດຖະກອນບັນດາເຜົ່າ ກ່ຽວກັບນໍ້າໃຈຮັກຊາດ ມູນເຊື້ອສາມັກຄີປອງດອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ ນໍ້າໃຈຕໍ່ສູ້ອັນອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນ ແນໃສ່ໃຫ້ຄະນະພັກ ຄະນະນໍາ ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນກະຊວງໄດ້ຮັບຮູ້ ສຶກສາຮໍ່າຮຽນເອົາມູນເຊື້ອດັ່ງກ່າວເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທໍາ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!