ຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ລົງເຄື່ອນໄຫວວຽກງານຕິດຕາມກວດກາ

     ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດ​ຕາມກວດ​ກາ​ ແລະ ຊຸກຍູ້ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ ກົດ​ໝາຍ ນິ​ຕິ​ກຳ​ໃຕ້​ກົດ​ໝາຍ​ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ໃນຂົງເຂດວຽກງານວັດທະນະທໍາ-ສັງຄົມ ຢູ່ 9 ຕົວ​ເມືອງ ແລະ 4 ພະແນກການກ່ຽວຂ້ອງໃນນະຄອນຫຼວງວຽງຈັນ ເຊິ່ງຈະໄດ້ລົງເຄື່ອນໄຫວໃນລະຫວ່າງວັນທີ 28 ກຸມພາ ຫາ ວັນທີ 6 ພຶດສະພາ 2022 ນີ້. 

    ມາຮອດປັດຈຸບັນ ສາມາດລົງເຄື່ອນໄຫວໄດ້ທັງໝົດ 4 ຈຸດ ຄື: ເມືອງຈັນທະບູລີ ເມືອງສີໂຄດຕະບອງ ເມືອງໄຊເສດຖາ ແລະ ເມືອງສີສັດຕະນາກ  ໃນວັນທີ 1 ເມສາ 2022 ຄະນະດັ່ງກ່າວກໍໄດ້ສືບຕໍ່ລົງເຄື່ອນໄຫວຢູ່ຫ້ອງວ່າການເມືອງໄຊທານີ ນວ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສຸລິຍະນັນ ຄະນະປະຈຳພັກ​ເມືອງ​ຮອງເຈົ້າເມືອງເມືອງໄຊທານີ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ​ ວັດທະນະທຳ-ສັງຄົມເມືອງ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ໂອກາດດັ່ງກ່າວ ທ່ານ ຄຳພັນ ສຸລິຍະນັນ ຄະນະປະຈຳພັກ​ເມືອງ​ ຮອງເຈົ້າເມືອງໄຊທານີ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນຂົງເຂດວັດທະນະທຳ-ສັງຄົມ ໃນໄລຍະ 3 ເດືອນຕົ້ນປີ 2022 ໂດຍທ່ານໄດ້ໃຫ້ຮູ້ວ່າ: ໄລຍະຜ່ານມາ ໄດ້ສຸມໃສ່ນຳພາປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະ ກີລາ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ປັດຈຸບັນ ທົ່ວເມືອງໄຊທານີມີຈຳນວນໂຮງຮຽນທັງໝົດ 247 ແຫ່ງ ພາກລັດ 145 ແຫ່ງ ແລະ ໄດ້ຕິດຕາມປະເມີນຄວາມພ້ອມໃນການເປີດຮຽນແບບເຊິ່ງໜ້າ ເອົາໃຈໃສ່ຄຸ້ມຄອງຫົວໜ່ວຍກີລາແຕ່ລະປະເພດທີ່ເມືອງຄຸ້ມຄອງໃຫ້ເຂົ້າສູ່ລະບຽບກົດໝາຍ ໂດຍສະເພາະແມ່ນສັງວຽນຕີໄກ່ ຮ້ານສະນຸກເກີ້… ຕໍ່ກັບວຽກງານສາທາລະນະສຸກ ແມ່ນໄດ້ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ 5 ດີ 1 ພໍໃຈ ຢູ່ໂຮງໝໍເມືອງ ແລະ ໂຮງໝໍຊຸມຊົນ 11 ແຫ່ງ ປັບປຸງຄືນບ້ານແບບຢ່າງທາງດ້ານສາທາລະນະສຸກໄດ້ 28 ບ້ານ ປະກາດເປັນເມືອງຢຸດຕິການຖ່າຍຊະຊາຍໄດ້ສຳເລັດ 100% ປະຕິບັດວຽກງານການບໍລິການກວດຄົນເຈັບເຂດນອກ ເຊິ່ງພະຍາດທີ່ພົບເຫັນຫຼາຍກວ່າໝູ່ ແມ່ນພະຍາດລະບົບລະລາຍ ອັກເສບຄໍອາມີດານ ໄຂ້ຫວັດ ແລະ ອື່ນໆ ປະຕິບັດໂຄງການເກີດລູກ ແລະ ປິ່ນປົວເດັກລຸ່ມ 5 ປີ ໂດຍບໍ່ເສຍຄ່າໃຊ້ຈ່າຍ ເຜີຍແຜ່ໂຄສະນາວິທີການປ້ອງກັນພະຍາດອັກເສບປອດສາຍພັນໃໝ່ (Covid-19) ພະຍາດໄຂ້ຍຸງລາຍ ແລະ ວິທີການປະຕິບັດ 5 ປໍ. 

    ປັດຈຸບັນ ເມືອງໄຊທານີ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 10.804 ຄົນ ຍິງ 5.168 ຄົນ ປິ່ນປົວຫາຍດີ 5.236 ຄົນ ຍິງ 2.067 ຄົນ ເສຍຊີວິດ 12 ຄົນ ຍິງ 3 ຄົນ. ດ້ານວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕິດຕາມການຈັດຕັ້ງປະຕິບັດກົດໝາຍແຮງງານ ຕິດພັນກັບການພັດທະນາສີມືແຮງງານ ທຽບໃສ່ແຜນການປີ ປະຕິບັດໄດ້ 33,33%  ກວດກາການປະຕິບັດແຮງງານຂັ້ນຕ່ຳ ລົງປະເມີນດ້ານຄວາມປອດໄພ ແລະ ສຸຂະພາບ ຢູ່ບັນດາຫົວໜ່ວຍແຮງງານ ໄດ້ 20% ທຽບໃສ່ແຜນການປີ. ນອກຈາກນີ້ ກໍໄດ້ຈັດຝຶກອົບຮົມວິຊາຊີບໄລຍະສັ້ນຢູ່ສູນພັດທະນາສີມືແຮງງານ ແລະ ຈັດຝຶກອົບຮົມວິທີການເພາະພັນສັດນ້ຳໃຫ້ຊາວກະສິກອນພາຍໃນເມືອງ ເອົາໃຈໃສ່ຄຸ້ມຄອງຫົວໜ່ວຍທຸລະກິດ ຮ້ານອາຫານ ຮ້ານກິນດື່ມ ໂຮງແຮມ ເຮືອນພັກ ໃຫ້ເຂົ້າສູ່ລະບຽບກົດໝາຍໃນການຄຸ້ມຄອງຢ່າງເຂັ້ມງວດ. ຈາກນັ້ນ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນ ແລະ ສະເໜີບາງບັນຫາຕໍ່ຄະນະລົງເຮັດວຽກ ຄື: ຢາປິ່ນປົວພະຍາດບາງຢ່າງມີລາຄາແພງ ອຸປະກອນຮັບໃຊ້ວຽກງານການແພດຢູ່ສຸກສາລາເມືອງ ແລະ ວຽກງານຂໍ້ມູນຂ່າວສານຍັງບໍ່ພຽງພໍ ງົບປະມານໃນການແກ້ໄຂບັນຫາພື້ນຖານໂຄງລ່າງຍັງມີຈຳກັດ ບັນຫາຄອງຊົນລະປະທານບໍ່ໄດ້ມາດຕະຖານ ບັນຫາມົນລະພິດທາງອາກາດ ເປັນຕົ້ນແມ່ນການສົ່ງກິ່ນເໝັນຈາກຟາມລ້ຽງໄກ່ ຟາມລ້ຽງໝູ ບັນຫາການອອກໃບຕາດິນຊັກຊ້າ ທີ່ແກ່ຍາວມາເປັນເວລາດົນ ບັນຫາຄູເຫຼືອບໍ່ພໍ ຄົນຂໍທານເລ່ລ່ອນ ບັນຫາຢາເສບຕິດ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ. 

     ໃນຕອນທ້າຍ ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ພ້ອມທັງໄດ້ໂອ້ລົມ ແລະ ມີທິດຊີ້ນຳຕໍ່ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໂດຍສະເພາະແມ່ນໃຫ້ສືບຕໍ່ປະຕິບັດຕາມມະຕິທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ພ້ອມທັງສະເໜີໃຫ້ຊຸກຍູ້ບັນດາຫ້ອງການອ້ອມຂ້າງເມືອງ ເພີ່ມທະວີການປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ແລະ ປະເມີນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ສອດຄ່ອງກັບກົດໝາຍທີ່ວາງອອກຫລືບໍ່ ຫລືຄວນປັບປຸງແກ້ໄຂຄືແນວໃດ ແລະ ໃຫ້ເພີ່ມທະວີມາດຕະການແກ້ໄຂບັນຫາຕ່າງໆໃຫ້ເຂັ້ມງວດຂຶ້ນກວ່າເກົ່າ. 

.

# ຂ່າວ – ພາບ : ພອນທິບ ອິນທິລາດ

error: Content is protected !!