ຕິດຕາມການກໍ່ສ້າງໂຮງຮຽນ ມສ ສົມສະຫວາດ

    ວັນທີ 1 ເມສາ 2022 ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ (ມສ) ສົມສະຫວາດ ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ມີທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງາກງື່ມ ທ່ານນາງ ຄໍາຫວັນ ລາຊະຂັນຕີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ຄະນະອໍານວຍການ ໂຮງຮຽນ ມສ ສົມສະຫວັນເຂົ້້າຮ່ວມ.

    ໂອກາດນີ້ ທ່ານ ຄໍາເຄນ ທິບພະວົງ ອໍານວຍການໂຮງຮຽນ ມສ ສົມສະຫວາດ ໄດ້ລາຍງານສະພາບການຮຽນ-ການສອນ ແລະ ໂຄງການກໍ່ສ້າງອາຄານຮຽນວ່າ: ໂຮງຮຽນມີຄູ-ອາຈານທັງໝົດ 43 ຄົນ ຍິງ 26 ຄົນ ໃນນັ້ນ ມີຄູອາສາສະໜັກ 7 ຄົນ ຍິງ 5 ຄົນ ອາຍຸປີອາສາ 5 ປີຂຶ້ນໄປ ມີນັກຮຽນທັງໝົດ 1.021 ຄົນ ຍິງ 507 ຄົນ ໃນນັ້ນ ຊັ້ນມັດທະຍົມຕົ້ນ 581 ຄົນ ຍິງ 282 ຄົນ ແລະ ມັດທະຍົມຕອນປາຍ 440 ຄົນ ຍິງ 225 ຄົນ ມີອາຄານຮຽນ 4 ຫຼັງ ໃນນັ້ນ ມີ 1 ອາຄານເປັນອາຄານ 3 ຊັ້ນ ສ້າງບໍ່ທັນສໍາເລັດ ໂດຍແມ່ນບໍລິສັດ ອິນທອນກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າ 7,9 ຕື້ກີບ ໂດຍແມ່ນງົບປະມານລັດ ເຊິ່ງໄດ້ເລີ່ມກໍ່ສ້າງມາແຕ່ສົກປີ 2012-2013 ສ້າງມາໄລຍະໜຶ່ງໄດ້ຢຸດເຊົາໃນປີ 2016 ແລະ 2018 ໄດ້ຢຸດການກໍ່ສ້າງອີກເປັນຄັ້ງທີສອງ ໂດຍລວມແລ້ວ ການກໍ່ສ້າງມາຮອດປັດຈຸບັນຄືບໜ້າ 30% ເຖິງວ່າບໍ່ສໍາເລັດ ແຕ່ຍ້ອນອີງໃສ່ສະພາບຫ້ອງຮຽນບໍພຽງພໍ ຈຶ່ງຈໍາເປັນໄດ້ຈັດນັກຮຽນເຂົ້າຮຽນຢູ່ຊັ້ນທີ 1 ຂອງອາຄານດັ່ງກ່າວ ເຊິ່ງມີ 9 ຫ້ອງຮຽນ ໃນນີ້ຫ້ອງຮຽນຈໍານວນດັ່ງກ່າວບໍ່ທັນໄດ້ໂບກ ບໍ່ມີປະຕູ ບໍ່ມີປ່ອງຢ້ຽມ ບໍ່ມີພັດລົມ ແລະ ບໍ່ມີໄຟຟ້າ ເວລາຝົນຕົກມານັກຮຽນພົບຄວາມຫຍຸ້ງຍາກ ເປັນຕົ້ນ ປຽກຝົນ ຮ້ອນອົບເອົ້າ ໂດຍລວມແລ້ວ ໂຄງການກໍ່ສ້າງອາຄານໂຮງຮຽນແຫ່ງນີ້ ມີຄວາມຫຼ້າຊ້າຍ້ອນຫຼາຍປັດໄຈ ເປັນຕົ້ນ ງົບປະມານບໍ່ພຽງພໍ ແລະ ອື່ນໆ.

    ຕອນທ້າຍ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ທິດຊີ້ນໍາ ເພື່ອເຮັດໃຫ້ໂຄງການກໍ່ສ້າງໂຮງຮຽນສໍາເລັດ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ ແລະ ອື່ນໆ.

.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!