ວັນທີ 18 ພຶດສະພາ 2020 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ທ່ານ ສອນໄຊ ສີພັນດອນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມພົບປະຂອງທ່ານ Nicola Pontara ຫົວໜ້າຫ້ອງການທະນາຄານໂລກປະຈຳລາວ ພ້ອມຄະນະ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືກັບທະນາຄານໂລກ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ຂໍ້ສະເໜີກ່ຽວກັບການເລື່ອນຊຳລະໜີ້ສິນໃຫ້ແກ່ບັນດາປະເທດດ້ອຍພັດທະນາ (ລວມທັງລາວເຮົາ) ເພື່ອຫຼຸດຜ່ອນພາລະຂອງລັດຖະບານ ແລະ ສາມາດນຳໃຊ້ງົບປະມານເພື່ອແກ້ໄຂຜົນທະກົບຈາກໂຄວິດ-19.

ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງທະນາຄານໂລກ ທີ່ໄດ້ຊ່ວຍເຫຼືອ ຫຼາຍດ້ານແກ່ ສປປ ລາວ ໃນໄລຍະຜ່ານມາ ພ້ອມທັງລາຍງານຜົນກະທົບທາງເສດຖະກິດ ການຄ້າ ການລົງທຶນ ແລະ ອື່ນໆຈາກການລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ ເຊິ່ງຖືວ່າເປັນຄັ້ງຮ້າຍແຮງ ແລະ ຈະຕ້ອງໃຊ້ເວ ລາໃນການຟື້ນຟູເສດຖະກິດເປັນເວລານານສົມຄວນ ເພື່ອໃຫ້ກັບມາປົກກະຕິ.
# ຂ່າວ & ພາບ: ຊີລິການດາ