ລັດຖະບານອົດສະຕຣາລີ ຮ່ວມມືກັບສະຫະພາບເອີຣົບ ໃຫ້ການສະໜັບສະໜູນກະຊວງສຶກສາທິການ ແລະ ກີລາ ເພື່ອທົບທວນຄືນຫຼັກສູດຊັ້ນປະຖົມສຶກສາ ແລະ ການຈັດຕັ້ງປະຕິບັດຫຼັກສູດສະບັບປັບປຸງໃໝ່ ນັບແຕ່ປີ 2015 ເປັນຕົ້ນມາ ພາຍໃຕ້ວິກິດການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ເລັ່ງໃສ່ປຶ້ມແບບຮຽນ ພ້ອມອຸປະກອນປະກອບການຮຽນ-ການສອນ ສຳລັບຂັ້ນ ປ2 ແລະ ກຽມພ້ອມນຳສົ່ງໄປຫາໂຮງຮຽນປະຖົມສົບບູນແຫ່ງຕ່າງໆ ໃນທົ່ວປະເທດ ໃຫ້ທ່ວງທັນ ຫຼັງຈາກມີຄຳສັ່ງຍົກເລີກມາດຕະການ “ສັ່ງປິດ” (Lock Down) ເພື່ອໃຫ້ທັນກ່ອນການເປີດສົກຮຽນໃໝ່ທີ່ຈະມາເຖິງນີ້.

ໃນວັນທີ 15 ພຶດສະພາ 2020 ທີ່ສາງຈັດເກັບອຸປະກອນການຮຽນ ທີ່ບ້ານໜອງປີງ ນະຄອນຫຼວງວຽງຈັນ ໄດ້ຈັດສົ່ງອຸປະກອນການຮຽນ-ການສອນ ເພື່ອນຳສົ່ງໄປຫາເປົ້າໝາຍຄື: ຫ້ອງການສຶກສາທິການ ແລະ ກີລາເມືອງ 148 ເມືອງໃນທົ່ວປະເທດ ເຊິ່ງປະກອບມີປື້ມອ່ານເສີມຈຳນວນ 683.645 ຫົວ ປຶ້ມນິທານຈຳນວນ 159.205 ຫົວ ແລະ ຮູບພາບປະກອບຄຳສັບຈຳນວນ 18.730 ຊຸດ ໄດ້ຖືກບັນຈຸເຂົ້າໃນແກັດທັງໝົດ 9.365 ແກັດ.



# ຂ່າວ & ພາບ: ບຸນມີ