ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງການຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ໄດ້ອອກແຈ້ງການເຖິງບັນດາຜູ້ປະກອບການຫົວໜ່ວຍທຸລະກິດ ບໍລິສັດ ສະມາຄົມຂົນສົ່ງໂດຍສານໃນ ນວ ໃຫ້ໂຈະຊົ່ວຄາວ ການບໍລິການຂົນສົ່ງໂດຍສານພາຍໃນແຂວງ ສາຍຕ່າງແຂວງ ຕ່າງປະເທດ ແລະ ການຂົນສົ່ງວັດສະດຸຫີນ-ຊາຍຕ່າງໆ ເພື່ອເປັນການຮັບປະກັນຕໍ່ຜູ້ໂດຍສານໃນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ຈາກນັ້ນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການສະບັບເລກທີ 524/ຫສນຍ ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຕ່ວັນທີ 4-17 ພຶດສະພາ ແລະ ກະຊວງ ຍທຂ ໄດ້ອອກແຈ້ງການກ່ຽວກັບການບໍລິການຂົນສົ່ງໃນໄລຍະດັ່ງກ່າວ ໂດຍໃຫ້ແຕ່ລະພາກສ່ວນມີມາດຕະການເອົາໃຈໃສ່ໃນການປ້ອງກັນຕົນເອງ ແລະ ຜູ້ໂດຍສານ ປັດຈຸບັນ ການຂົນສົ່ງຜູ້ໂດຍສານລະຫວ່າງແຂວງ ແລະ ຕ່າງປະເທດແມ່ນຍັງບໍ່ທັນໃຫ້ເປີດບໍລິການ ມີແຕ່ອະນຸຍາດໃຫ້ລົດຕຸກໆຈຳໂບ້ ແທັກຊີ ລົດຈັກ ແລະ ລົດໂດຍສານພາຍໃນ ນວ ແລ່ນລະຫວ່າງບ້ານຫາບ້ານ ແລະ ບ້ານຫາເມືອງ ແຕ່ໃຫ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຄັ່ງຄັດຕື່ມອີກ.

ຕໍ່ກັບການແຜ່ລະບາດເຊື້ອພະຍາດດັ່ງກ່າວ ໄດ້ເຮັດໃຫ້ສະຖານີລົດສາຍເໜືອ ສາຍໃຕ້ ຄິວລົດເມຕະຫຼາດເຊົ້າ ບັນດາສະມາຄົມລົດສອງແຖວ ລົດຕູ້ ແທັກຊີ ລົດຕຸກໆຈຳໂບ້ ການຂົນສົ່ງດິນ ຫີນແຮ່-ຊາຍ ແລະ ການບໍລິການຂຶ້ນທະບຽນລົດ ຕໍ່ໃບເຕັກນິກ ການສອບເສັງໃບຂັບຂີ່ ໄດ້ມີຜົນກະທົບທາງກົງຕໍ່ຜູ້ປະກອບການຈາກປີຜ່ານມາ ເຊັ່ນ: ຂາດລາຍຮັບ ພະນັກງານແມ່ນໄດ້ຮັບຜົນກະທົບເປັນຈຳນວນຫຼວງຫຼາຍ ບັນດາໂຄງການກໍ່ສ້າງຂະໜາດໃຫຍ່-ນ້ອຍຂອງພາກລັດ ແລະ ເອກະຊົນ ໄດ້ຮັບຜົນກະທົບໃນການໂຈະວຽກຊົ່ວຄາດ ເຊິ່ງອາດເຮັດໃຫ້ໂຄງການມີຄວາມຫຼ້າຊ້າ ແລະ ບໍ່ສຳເລັດຕາມແຜນການທີ່ວາງໄວ້.

ທ່ານ ສຸລິວັນ ພົມມະຫາໄຊ ໃຫ້ຮູ້ຕື່ມວ່າ: ສະເພາະຕົວເລກສະຖິຕິຈຳນວນຜູ້ໂດຍສານມາໃຊ້ບໍລິການຂອງການຂົນສົ່ງພາຍປີ 2019 ຈຳນວນ 1.398.051 ເທື່ອຄົນ ແລະ ຈຳນວນຖ້ຽວໂດຍສານ 224.641 ຖ້ຽວ ສະແດງວ່າການຢຸດການຂົນສົ່ງໂດຍສານແຕ່ວັນທີ 1 ເມສາ ຈົນຮອດຕົ້ນເດືອນພຶດສະພາ 2020 ຄາດຄະເນຈຳນວນຜູ້ໂດຍສານຫຼຸດລົງ 390.553 ເທື່ອຄົນ ປະມານ 28% ແລະ ຈຳນວນຖ້ຽວໂດຍສານຫຼຸດລົງ 29.158 ຖ້ຽວ ປະມານ 13%.
# ຂ່າວ & ພາບ: ຂັນທະວີ