ຮຽນເຊີນທ່ານເຈົ້າແຂວງຄຳມ່ວນເປັນປະທານກິດຕິມະສັກຂອງອົງການກາແດງແຂວງ

    ວັນທີ 29 ມີນາ 2022 ຜ່ານມາ ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢຽ້ມພົບປະທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໂອກາດລົງເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ.

    ໂອກາດດັ່ງກ່າວ ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ລາຍງານກ່ຽວກັບຈຸດປະສົງການລົງມາເຄື່ອນໄຫວເຮັດວຽກໃນຄັ້ງນີ້ ເພື່ອພົບປະໂອ້ລົມ ແລະ ຊຸກຍູ້ວຽກງານຂົງເຂດກາແດງແຂວງຄຳມ່ວນ ແລະ ຍັງໄດ້ເດີນທາງໄປມອບອຸປະກອນຫຼຸດຜ່ອນຄວາມສ່ຽງໄພພິບັດໃຫ້ແກ່ປະຊາຊົນຈຳນວນ 4 ບ້ານ ຂອງເມືອງບົວລະພາ ຄື: ບ້ານສະອາງ ຂະຍູ້ ຜານົບ ແລະ ບ້ານຫຍ່າຫວານ ອີກທັງຍົກໃຫ້ເຫັນ ພາລະບົດບາດ ໜ້າທີ່ຄວາມຮັບຜິດຊອບຂອງອົງການກາແດງແຫ່ງຊາດລາວ ມີໜ້າທີ່ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກໃນເຂດຫ່າງໄກສອກຫຼີກ ການເຄື່ອນໄຫວແມ່ນປະຕິບັດຕາມ 9 ໜ້າວຽກ ຕາມກົດໝາຍທີ່ໄດ້ກຳນົດໄວ້ ພ້ອມທັງຮຽນເຊີນທ່ານເຈົ້າແຂວງເປັນປະທານກິດຕິມະສັກຂອງອົງການກາແດງແຂວງຄຳມ່ວນ.

    ໂອກາດນີ້ ທ່ານເຈົ້າແຂວງຄຳມ່ວນ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ທ່ານປະທານອົງການກາແດງແຫ່ງຊາດລາວ ທີ່ລົງມາເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນໃນຄັ້ງນີ້ ໂດຍສະເພາະໄດ້ປຸກລະດົມຂົນຂວາຍ ແລະ ຍາດແຍ່ງເອົາທຶນຮອນມາຊ່ວຍເຫຼືອປະຊາຊົນ ແລະ ຫວັງວ່າໃນອະນະຄົດ ຈະໄດ້ຮັບການຊຸກຍູ້ຈາກອົງການກາແດງແຫ່ງຊາດລາວໃນດ້ານຕ່າງໆ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊາຊົນນັບມື້ນັບດີຂຶ້ນ.

   ໂອກາດດຽວກັນ ທາງຄະນະໄດ້ເຂົ້າພົບປະອ້າຍນ້ອງພະນັກງານພາຍອົງການກາແດງແຂວງຄຳມ່ວນ ເພື່ອຮັບຟັງການລາຍຂອງພະນັກງານຜູ້ຮັບຜິດຊອບວຽກງານໂຄວິດ-19 ແລະ ການປະຕິບັດວຽກງານຂອງ ກາແດງແຂວງນຳອີກ.

# ຂ່າວ – ພາບ : ບຸນມີ

error: Content is protected !!