ຕິດຕາມ ໂຄງການ ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນໃຫຍ່ງາມ

    ວັນທີ 30 ມີນາ 2020 ທ່ານ ນາງ ແສງອ່ອນ ປວງມະນີວັນ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມ ທ່ານ ວົງພຽນ ບານເປ່ມຕິ ຮັກສາການຫົວໜ້າພະແນກສົ່ງເສີມວຽກເຮັດງານທຳ ສູນກາງຊາວໜຸ່ມ ປປ ລາວ ແລະ ທ່ານ ນະລົງວິດ ຄອງສິນ ຜູ້ຈັດການອົງກອນສໍາພັນບໍລິສັດ ຣາຊ-ລາວ ບໍລິການ ຈໍາກັດ ໄດ້ເຄື່ອນໄຫວຢ້ຽມຢາມ ຕິດຕາມໂຄງການ ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນໃຫຍ່ງາມ ຢູເມືອງລະມາມ ແຂວງເຊກອງ ເຊິ່ງໂຄງການດັ່ງກ່າວໄດ້ຈັດຕັ້ງແຕ່ປີ 2012 ຈົນຮອດປັດຈຸບັນ.

    ການເຄື່ອນໄຫວຢ້ຽມຢາມຄັ້ງນີ້ ໄດ້ລົງປຶກສາຫາລືຮ່ວມກັບອໍານາດການປົກຄອງບ້ານນາຢ້ອງ ຈາກນັ້ນ ລົງປຶກສາຫາລືກັບອໍານາດການປົກຄອງບ້ານສອງຄອນ ເຊິ່ງການຫາລືຮ່ວມກັບສອງບ້ານດັ່ງກ່າວ ອໍານາດການປົກຄອງບ້ານ ແລະ ຄູ-ອາຈານ ໄດ້ສະເໜີທ່ານຜູ້ຈັດການອົງກອນສໍາພັນ ບໍລິສັດ ຣາຊ-ລາວ ບໍລິການ ຈໍາກັດ ໃຫ້ຊ່ວຍເຫຼືອທາງດ້ານລະບົບນໍ້າໃຊ້ ໄຟຟ້າແສງຕາເວັນເຍືອງທາງ ປັບປຸງສ້ອມແຊມອາຄານຮຽນທີ່ເປເພ່ ແລະ ເຄື່ອງອຸປະກອນການຮຽນຈໍານວນໜຶ່ງ ນອກນີ້ ກໍໄດ້ລົງຢ້ຽມຢາມ ທ້າວ ເຫຼືອ ປະຊາຊົນບ້ານປະອໍ້ ລ້ຽງສັດ ພາຍຫຼັງສົ່ງທຶນໃຫ້ໂຄງການສໍາເລັດ ສໍາລັບຂໍ້ມູນລາຍລະອຽດ ກະລຸນາຕິດຕາມໄດ້ຢູ່ໜັງສືພິມວຽງຈັນໃໝ່ຕື່ມອີກ.

# ຂ່າວ – ພາບ : ວຽງມາ

error: Content is protected !!