ກະຊວງ ຖວທ ມອບອຸປະກອນໃສ່ຫ້ອງຂໍ້ມູນຂ່າວສານການທ່ອງທ່ຽວໃຫ້ພະແນກ ຖວທ ນວ

    ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ມອບອຸປະກອນໃສ່ຫ້ອງຂໍ້ມູນຂ່າວສານການທ່ອງທ່ຽວຂອງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ວັນທີ 31 ມີນາ 2022 ທີ່ພະແນກດັ່ງກ່າວ ຕາງໜ້າມອບຂອງທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຕາງໜ້າຮັບຂອງທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການມອບອຸປະກອນຄັ້ງ ນີ້ເປັນໜຶ່ງໃນກິດຈະກໍາປະຕິບັດຕາມແຜນພັດທະນາການທ່ອງທ່ຽວຂອງລາວປະຈໍາປີ 2022 ພ້ອມນັ້ນ ຍັງເປັນການສືບຕໍ່ເຮັດໜ້າທີ່ຊ່ວຍກັນປະສານງານລະຫວ່າງນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆໃນທົ່ວປະເທດ ໃນການອັບເດດຂໍ້ມູນສະຖານທີ່ທ່ອງທ່ຽວແຫ່ງຕ່າງໆໃຫ້ສາມາດເຊື່ອມຈອດ ຫຼື ລິ້ງເຂົ້າຫາເວັບໄຊການທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວສາມາດຊອກຄົ້ນຫາສະຖານທີ່ທ່ອງທ່ຽວທີ່ຕົນໃຫ້ຄວາມສົນໃຈ ແລະ ໄປທ່ຽວຊົມ ເຊິ່ງອຸປະກອນທີ່ນໍາມາມອບປະກອບມີ ຕູ້ສະໜອງຂໍ້ມູນແບບສໍາຜັດຈໍ 2 ຊຸດ ຄອບພິວເຕີ້ຕັ້ງໂຕະ 1 ຊຸດ ກ່ອງເກັບຂໍ້ມູນນ Samsung 1 TB 3 ຊຸດ ເຄື່ອງເກັບໄຟ 3 ຊຸດ ສາຍສາກປັກສຽບຄວາມຍາວ 10 ແມັດ 3 ອັນ ລະບົບຮັກສາຄວາມປອດໄພເອກະສານ 3 ຊຸດ ໂຕະສໍາລັບຕັ້ງຄອມພິວເຕີຕັ້ງໂຕະ 1 ໜ່ວຍ ແລະ ຕັ່ງສໍາລັບເຮັດວຽກ 1 ໜ່ວຍ ລວມມູນຄ່າທັງໝົດ 148.063.000 ກີບ.

error: Content is protected !!