ແຂວງສະຫວັນນະເຂດ ຕາງໜ້າໂດຍພະແນກກະສິກໍາ ແລະ ປ່າໄມ້ແຂວງ ຮ່ວມກັບອົງການອະນຸຮັກສັດປ່າ (WCS) ຈັດພິທີປ່ອຍແຂ້ນ້ອຍພັນພື້ນເມືອງລາວຄືນສູ່ທໍາມະຊາດ ຢູ່ບ້ານຕານສຸມ ເມືອງຈໍາພອນ ໃນວັນທີ 30 ມິນາ 2022 ໂດຍມີ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ຄໍາຈັນ ສີດາວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ພ້ອມດ້ວຍຫົວໜ້າອົງການອະນຸຮັກສັດປ່າປະຈຳລາວ ຜູ້ຕາງໜ້າອົງການປົກຄອງ 4 ເມືອງເປົ້າໝາຍໂຄງການອະນຸຮັກຊີວະນາໆພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ຊູຊາດ ໄຊຍະກຸມມານ ໃຫ້ຮູ້ວ່າ: ແຂ້ນ້ອຍທີ່ນໍາມາປ່ອຍໃນຄັ້ງນີ້ ເປັນແຂ້ນ້ອຍພັນພື້ນເມືອງລາວ ຈໍານວນ 47 ໂຕ ໂດຍປ່ອຍໃສ່ອ່າງຈຽວ ທີ່ນອນຢູ່ໃນຂອບເຂດຈຸດສະຫງວນພາຍໃນເຊຈໍາພອນ ເພື່ອອະນຸຮັກແຂ້ ໃນວັນທີ 24 ກຸມພາ 2020 ລັດຖະບານໄດ້ຮັບຮອງເອົາໂຄງການອະນຸຮັກຊີວະນາໆ ພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນໃນ 4 ເມືອງເປົ້າໝາຍຂອງແຂວງສະຫວັນນະເຂດ ຄື: ຈໍາພອນ ໄຊບູລີ ຊົນບູລີ ແລະ ສອງຄອນ ເຊິ່ງຈັດຕັ້ງປະຕິບັດໂດຍພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ຮ່ວມກັບ WCS ເປັນເວລາ 5 ປີ ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ (EU) ອົງການພັດທະນາແຫ່ງປະເທດຝຣັ່ງ (AFD) ແລະ ມູນນິທິມາກະເລັດ ຄາຣກິວ (MACP) ທັງໝົດ 1.213.826 ໂດລາສະຫະລັດ ປະມານ 14,1 ຕື້ກີບ.

ທ່ານຫົວໜ້າກົມປ່າໄມ້ ໃຫ້ຮູ້ຕື່ມວ່າ: ແຂ້ນ້ອຍທີ່ນໍາມາປ່ອຍຄັ້ງນີ້ ທີ່ທາງໂຄງການອະນຸຮັກຊີວະນາໆພັນທີ່ສໍາຄັນໃນບໍລິເວນນໍ້າແບບມີສ່ວນຮ່ວມຂອງຊຸມຊົນ ໄດ້ອະນຸບານໄວ້ເກືອບ 2 ປີ ເມື່ອເຫັນແຂ້ນ້ອຍດັ່ງກ່າວມີສຸຂະພາບແຂງແຮງດີ ພາກສ່ວນກ່ຽວຂ້ອງຈິ່ງຈັດພິທີປ່ອຍລົງສູ່ບຶງທໍາມະຊາດດັ່ງເດີມຂອງມັນ ເພື່ອເປັນຊັບສົມບັດຂອງ ສປປ ລາວ ທີ່ຄວນຄຸ້ມຄອງ ແລະ ປົກປັກຮັກສາໄວ້ໃຫ້ຍືນຍົງ ເພາະຢູ່ບໍລິເວນນໍ້າເຊຈໍາພອນ ຕາມການປະເມີນຈາກການສໍາຫຼວດເກັບກໍາຂໍ້ມູນຂອງຊ່ຽວຊານ ແຕ່ປີ 2003 ເຖິງປັດຈຸບັນ ຍັງມີປະຊາກອນແຂ້ປະມານ 100 ໂຕ.
