ວັນນີ້ ຕົວເລກຜູ້ຕິດເຊື້ອໃໝ່ໃນລາວ ເພີ່ມຂຶ້ນ 2 ພັນກວ່າຄົນ

    ທ່ານນາງ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 31 ມີນາ 2022 ໃຫ້ຮູ້ວ່າ: ວັນທີ 30 ມີນາ 2022 ໄດ້ກວດວິເຄາະໃນຂອບເຂດທົ່ວປະເທດທັງໝົດ 5.688 ຕົວຢ່າງ ແລະ ພົບຜູ້ຕິດເຊື້ອໃໝ່ທັງໝົດ 2.762 ຄົນ ໃນນີ້ ຕິດເຊື້ອພາຍໃນໃໝ່ 2.743 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນຄື:

  • ນະຄອນຫຼວງ 1.345 ຄົນ
  • ສະຫວັນນະເຂດ 364 ຄົນ
  • ໄຊຍະບູລີ 154 ຄົນ
  • ຄຳມ່ວນ 128 ຄົນ
  • ວຽງຈັນ 115 ຄົນ
  • ຜົ້ງສາລີ 86 ຄົນ
  • ອຸດົມໄຊ 71 ຄົນ
  • ອັດຕະປື 69 ຄົນ
  • ຫຼວງພະບາງ 65 ຄົນ
  • ຊຽງຂວາງ 60 ຄົນ
  • ສາລະວັນ 51 ຄົນ
  • ເຊກອງ 42 ຄົນ
  • ໄຊສົມບູນ 41 ຄົນ
  • ຫົວພັນ 40 ຄົນ
  • ບໍ່ແກ້ວ 40 ຄົນ
  • ບໍລິຄຳໄຊ 38 ຄົນ
  • ຫຼວງນ້ຳທາ 24 ຄົນ
  • ຈຳປາສັກ 10 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າ 19 ຄົນ ຈາກນະຄອນຫຼວງ 10 ຄົນ ສະຫວັນນະເຂດ 6 ຄົນ ບໍລິຄຳໄຊ 2 ຄົນ ແລະ ຈຳປາສັກ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ຮອດປັດຈຸບັນມີຜູ້ຕິດເຊື້ອທັງໝົດ 176.898 ຄົນ ອອກໂຮງໝໍ 435 ຄົນ ກຳລັງປິ່ນປົວ 5.784 ຄົນ ແລະ ເສຍຊີວິດທັງໝົດ 665 ຄົນ ໃນນີ້ເສຍຊີວິດໃໝ່ 1 ຄົນ ຈາກແຂວງຫຼວງນ້ຳທາ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!