ປະຕິບັດນະໂຍບາຍອຸດໜູນວ່າງງານໃນໄລຍະໂຄວິດລະບາດ ຫຼາຍກວ່າ 58 ຕື້ກີບ

    ຄະນະສະພາບໍລິຫານ ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ເປີດກອງປະຊຸມສະໄໝສາມັນຄັ້ງທີ VI ຂຶ້ນວັນທີ 28 ມີນາ 2022  ທີ່ແຂວງອຸດົມໄຊ ເປັນປະທານຂອງທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານສະພາບໍລິຫານ ອປຊ ພ້ອມດ້ວຍຄະນະສະພາບໍລິຫານ ອປຊ ເຂົ້າຮ່ວມ.

    ທ່ານ ນາງ ແກ້ວ ຈັນທະວິໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ລາຍງານວ່າ: ມາເຖິງປັດຈຸບັນ ມີຜູ້ປະກັນຕົນທີ່ຂຶ້ນທະບຽນ ແລະ ຈ່າຍເງິນສົມທົບ 327.392 ຄົນ ຍິງ 150.744 ຄົນ (ບໍ່ລວມພາກສ່ວນ ປກຊ ປກສ) ໃນນີ້ ຜູ້ປະກັນຕົນຈາກພາກລັດ 178.069 ຄົນ ຍິງ 83.342 ຄົນ ພາກວິສາຫະກິດ 133.255 ຄົນ ຍິງ 59.844 ຄົນ ແລະ ຜູ້ສະໝັກໃຈ 16.068 ຄົນ ຍິງ 7.558 ຄົນ ສະເພາະໃນງວດທຳອິດຂອງປີ 2022 ຂະຫຍາຍອັດຕາການປົກຄຸມປະກັນສັງຄົມໂດຍການຂຶ້ນທະບຽນໃໝ່ໄດ້ 9.175 ຄົນ ເທົ່າກັບ 116% ຂອງແຜນການ ໃນນີ້ ຂຶ້ນທະບຽນພະນັກງານ-ລັດຖະກອນໄດ້ 452 ຄົນ ເທົ່າກັບ 121% ຂອງແຜນການ ຂຶ້ນທະບຽນຜູ້ອອກແຮງງານໃໝ່ໄດ້ 7.740 ຄົນ ເທົ່າກັບ 115% ຂອງແຜນການ ຮັບຜູ້ສະໝັກໃຈໃໝ່ໄດ້ 983 ຄົນເທົ່າກັບ 131% ຂອງແຜນການ ແລະ ຂຶຶ້ນທະບຽນຫົວໜ່ວຍວິສາຫະກິດໃໝ່ໄດ້ 103 ຫົວໜ່ວຍ ເທົ່າກັບ 117% ຂອງແຜນການ ມີຜູ້ເກີດສິດປິ່ນປົວສຸຂະພາບລວມທັງສະມາຊິກຄອບຄົວຂອງຜູ້ປະກັນຕົນທັງໝົດ 785.838 ຄົນ ຍິງ 405.003 ຄົນ ໃນນີ້ ມີຜູ້ປະກັນຕົນ 372.149 ຄົນ ສະມາຊິກຄອບຄົວ 413.689 ຄົນ ໂດຍແຍກເປັນພາກລັດ 489.232 ຄົນໃນນີ້ ມີຜູ້ປະກັນຕົນ 230.760 ຄົນ ຄູ່ແຕ່ງດອງ 93.613 ຄົນ ລູກ 164,859 ຄົນ ພາກວິສາຫະກິດ ແລະ ສະໝັກໃຈ ມີ 296.606 ຄົນ ໃນນີ້ ຜູ້ປະກັນຕົນ 141.389 ຄົນ ຄູ່ແຕ່ງດອງ 71.268 ຄົນ ລູກ 83.949 ຄົນ ສາມາດເກັບລາຍຮັບໄດ້ທັງໝົດ 403.88 ຕື້ກີບ ເທົ່າກັບ 99% ຂອງແຜນການ ໃນນີ້ ພາກລັດ 295,13 ຕື້ກີບ ເທົ່າກັບ 95% ພາກວິສາຫະກິດ ແລະ ສະໝັກໃຈ 108,74 ຕື້ກີບ ເທົ່າກັບ 110% ຂອງແຜນການ.

     ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ໄດ້ປະຕິບັດນະໂຍບາຍອຸດໜູນວ່າງງານສະເພາະໂຄວິດ-19 ທັງໝົດ 1.105 ເທື່ອຈ່າຍບໍລິສັດ ມີຜູ້ອອກແຮງງານ 66.941 ເທື່ອຄົນ  ຍິງ 42.518 ເທື່ອຄົນ ຕົກເປັນເງິນທັງໝົດ 58,84 ຕື້ກວ່າກີບ ໃນນີ້ ຢູ່ສູນກາງ 726 ເທື່ອ ຈ່າຍບໍລິສັດ ມີຈໍານວນ 45.974 ເທື່ອຄົນ ຍິງ 28.815 ເທື່ອຄົນ ເປັນເງິນ 41,74 ຕື້ກ່ວາກີບ ຢູ່ທ້ອງຖິ່ນ 377 ເທື່ອຈ່າຍບໍລິສັດ ມີຈໍານວນ 20.967 ເທື່ອຄົນ ຍິງ 13.703 ເທື່ອຄົນ ເປັນເງິນ 17,10 ຕື້ກ່ວາກີບ ສະເພາະ ໃນງວດທຳອິດຂອງປີ 2022 ໄດ້ປະຕິບັດນະໂຍບາຍອຸດໜູນວ່າງງານສະເພາະໂຄວິດ-19 ໃຫ້ຜູ້ປະກັນຕົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ 164 ເທື່ອ ຈ່າຍບໍລິສັດ ມີຜູ້ອອກແຮງງານ 15.139 ເທື່ອຄົນ ຍິງ 10.747 ເທື່ອຄົນ ເປັນເງິນ 14,93 ຕື້ກ່ວາກີບ ດັ່ງນັ້ນ  ໃນງວດທີ  2  ຂອງປີ  ອົງການປະກັນສັງຄົມແຫ່ງຊາດ ຍັງຈະສືບຕໍ່ວຽກງານການຂຶ້ນທະບຽນໃຫ້ຫົວໜ່ວຍວິສາຫະກິດເຂົ້າໃໝ່ໃຫ້ໄດ້ 88 ຫົວໜ່ວຍ ຂຶ້ນທະບຽນຜູ້ປະກັນຕົນພາກລັດໃຫ້ໄດ້ 375 ຄົນ ຂຶ້ນທະບຽນຜູ້ອອກແຮງງານໃໝ່ຈາກວິສາຫະກິດໃໝ່ ແລະ ເກົ່າໃຫ້ໄດ້ 6.750 ຄົນ ແລະ ຜູ້ປະກັນຕົນລະບົບສະໝັກໃຈໃໝ່ໃຫ້ໄດ້ 750 ຄົນ ຈະໃຫ້ມີຜູ້ເກີດສິດປິ່ນປົວສຸຂະພາບຕາມລະບົບປະກັນສັງຄົມ 795.246 ຄົນ ພ້ອມທັງຈະພິຈາລະນາ ແລະ ຈ່າຍເງິນອຸດໜູນປະກັນສັງຄົມປະເພດຕ່າງໆທັງໝົດ 88.321 ເທື່ອຄົນ ມີ 195.210 ເທື່ອຈ່າຍ ຈະເກັບລາຍຮັບໃຫ້ໄດ້ 427,97 ຕື້ກີບ .

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!