ສະໂມສອນວິທະຍາໄລ ລາວ-ທ໊ອບ (ລາວ-ທ໊ອບ ເອັຟຊີ) ຄັດນັກເຕະໄດ້ແລ້ວ 20 ຄົນ ທີ່ຈະ ເຂົ້າຮ່ວມການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປີ 2020 ທີ່ຈະເປີດສາກຂຶ້ນໃນເດືອນພຶດສະພາ 2020.
ທ່ານ ພັນທະວິໄລ ນວນຮຸ່ນ ຮອງຜູ້ອຳນວຍການວິທະຍາໄລ ລາວ-ທ໊ອບ ປະທານສະໂມສອນ ລາວ-ທ໊ອບ ເອັຟຊີ ເປີດເຜີຍເມື່ອບໍ່ດົນມານີ້ ວ່າ: ຈຸດປະສົງການສົ່ງທີມເຂົ້າຮ່ວມການແຂ່ງຂັນ ຄອມມານໂດ ລາວລີກ 2 ເພື່ອສົ່ງເສີມກິດຈະກຳພາຍໃນເຮັດໃຫ້ນັກຮຽນມີຄວາມສາມັກຄີ ປັດຈຸບັນສາມາດຄັດໄດ້ແລ້ວ 20 ຄົນ ແລະ ຈະຄັດເອົາອີກ 2 ຄົນ ກ່ອນການແຂ່ງຂັນຈະເລີ່ມຂຶ້ນ ເຊິ່ງພວກເຮົາຫວັງຕິດ 1 ໃນ 4 ໃນຕາຕະລາງອັນດັບທີໃຫ້ໄດ້ ພ້ອມນີ້ຍັງໄດ້ເຊັນສັນຍາກັບຜູ້ສະໜັບສະໜູນ ຄື: ຮ້ານຂາຍເຄື່ອງກີລາ Ai Sports ອຸປະຖຳເສື້ອ ແລະ ຖົງມືນັກຮັບ ໃນການແຂ່ງຂັນເປັນເວລາ 1 ປີ.

ສຳລັບ 20 ນັກເຕະ ທີ່ຜ່ານການຄັດເລືອກ ປະກອບມີ ສັນຕິສຸກ ຄຳຜານຸວົງ ອານຸກອນ ວັນນະສີ ກິດຕ້າ ນ້ອຍຜີວພັນ ອຸດົມຄຳ ສີວິໄລ ວົງຍາລັດ ຈັນສຸດາ ຕິກ ແກ້ວມາລາຄຳ ພົມມະສອນ ສາງແກ້ວ ໄຊຍາ ມົນລັງສີ ພອນສະຫວັນ ພົມມະຈັນ ບຸນຫຼົງ ວົງພັນ ຄຳພຸດ ວົງພັກດີ ວິລະກອນ ມະ ໂນລົມ ພົມສຸວັນ ອາທິດ ພິລາສີ ເຊນ ຊິດຕີ້ ອ່ອນແກ້ວ ຄຳສຸລິຍາ ຕາວັນ ລັດວິຫານ ສີປະກອນ ແລະ ຄຳປັນຍາ.
ສະໂມສອນ ລາວທ໋ອບ ເອັຟຊີ ສ້າງຕັ້ງປີ 2018 ເຄີຍເຂົ້າຮ່ວມການແຂ່ງຂັນບານເຕະສາຍກໍ ໃນປີ 2018 ໂດຍເປັນອັນດັບ 3 ກຸ່ມ A ລົງແຂ່ງຂັນ 4 ນັດ ຊະນະ 1 ສະເໝີ 1 ເສຍ 2 ມີ 4 ຄະ ແນນ.