ພູສີ ພິຈາລະນາຮັບຮອງເອົາຫຼາຍບັນຫາສຳຄັນຂອງບໍລິສັດ

    ວັນທີ 22 ມີນາ 2022 ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາມະຫາຊົນ (PCD) ໄດ້ຈັດກອງປະຊຸມສະພາບໍລິຫານຂອງບໍລິສັດ ຄັ້ງທີ 1 ປີ 2022 ເປັນປະທານຂອງທ່ານ ສີທອງ ພົມມະຈິດ ປະທານສະພາບໍລິຫານບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາມະຫາຊົນ ມີບັນດາສະມາຊິກສະພາບໍລິຫານ ແລະ ຜູ້ກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າພິຈາລະນາປະກອບຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຮັບຮອງເອົາຫຼາຍບັນຫາສໍາຄັນຂອງບໍໍລິສັດ ເພື່ອເປັນພື້ນຖານໃນການນໍາສະເໜີຕໍ່ກອງປະຊຸມສາມັນຜູ້ຖືຮຸ້ນປະຈໍາປີ 2021 ເປັນຕົ້ນ ຮັບຮອງເອົາຜົນການດໍາເນີນງານຂອງບໍລິສັດ ແລະ ເອກະສານການເງິນປະຈໍາປີ 2021 ທີ່ຜ່ານການກວດສອບຈາກບໍລິສັດກວດສອບ ເພື່ອນໍາສະເໜີຕໍ່ກອງປະຊຸມສາມັນຜູ້ຖືຮຸ້ນປະຈໍາປີ 2021 ພິຈາລະນາ ແລະ ຮັບຮອງເອົາການໂຈະຈ່າຍເງິນປັນຜົນຍ້ອນທຸລະກິດໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເພື່ອນໍາສະເໜີຕໍ່ກອງປະຊຸມພິຈາລະນາຮັບຮອງເອົາແຜນການດໍາເນີນທຸລະກິດຂອງບໍລິສັດປະຈໍາປີ 2022 ເພື່ອນໍາສະເໜີຕໍ່ກອງປະຊຸມສາມັນຜູ້ຖືຮຸ້ນປະຈໍາປີ 2021 ພິຈາລະນາ ແລະ ຮັບຮອງ ແຕ່ງຕັ້ງບໍລິສັດ ພຣາຍສ໌ວໍເຕີເຮົ້າສ໌ກຸບເປີສ໌ (ລາວ) ຈໍາກັດຜູ້ດຽວ ເປັນຜູ້ກວດສອບບັນຊີພາຍນອກ ສໍາລັບປີ 2022 ເພື່ອນໍາສະເໜີຕໍ່ກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2021 ພິຈາລະນາ ແລະ ຮັບຮອງເອົາການລາອອກຂອງທ່ານ ອາໂນໄລ ສີຫາຣາດ ຜູ້ຊ່ວຍຜູ້ອໍານວຍການໃຫຍ່ຝ່າຍການເງິນທີ່ໄປເຮັດທຸລະກິດສ່ວນຕົວ ເຊິ່ງມີຜົນສັກສິດແຕ່ວັນທີ 30 ເມສາ 2022 ເປັນຕົ້ນໄປ ແຕ່ງຕັ້ງທ່ານ ສີທາ ພົມມະຈິດ ເປັນຮັກສາການຜູ້ຊ່ວຍຜູ້ອໍານວຍການໃຫຍ່ຝ່າຍການເງິນແທນທ່ານ ອາໂນໄລ ສີຫາຣາດ ທີ່ລາອອກໄປເຮັດທຸລະກິດສ່ວນຕົວ ເຊິ່ງມີຜົນສັກສິດແຕ່ວັນທີ 1 ພຶດສະພາ 2022 ເປັນຕົ້ນໄປ ກໍານົດເອົາວັນທີ 5 ເມສາ 2022 ເປັນມື້ປິດປື້ມທະບຽນຜູ້ຖືຮຸ້ນ ເພື່ອກໍານົດສິດຂອງຜູ້ຖືຮຸ້ນໃນການເຂົ້າຮ່ວມກອງປະຊຸມສາມັນຜູ້ຖືຮຸ້ນປະຈໍາປີ 2021 ກໍານົດເອົາວັນທີ 29 ເມສາ 2022 ເປັນມື້ຈັດກອງປະຊຸມສາມັນຜູ້ຖືຮຸ້ນປະຈໍາປີ 2021 ໂດຍຈັດຢູ່ໂຮງແຮມຄອນທິເນັນໂທ ພລາຊ ບ້ານໜອງບົວທອໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກໍານົດເອົາວາລະກອງປະຊຸມສາມັນຜູ້ຖືຮຸ້ນປະຈໍາປີ 2021 ມີດັ່ງນີ້: ພິຈາລະນາ ແລະ ຮັບຮອງເອົາບົດບັນທຶກກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2020 ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການດໍາເນີນງານຂອງບໍລິສັດ ແລະ ເອກະສານລາຍງານການເງິນປະຈໍາປີ 2021 ທີ່ຜ່ານການກວດສອບຈາກບໍລິສັດກວດສອບພິຈາລະນາບໍ່ຈ່າຍເງິນປັນຜົນປະຈໍາປີ 2021 ພິຈາລະນາ ແລະ ຮັບຮອງແຜນການດໍາເນີນທຸລະກິດຂອງບໍລິສັດ ປະຈໍາປີ 2022 ແລະ ພິຈາລະນາ ແລະ ຮັບຮອງການແຕ່ງຕັ້ງຜູ້ກວດສອບພາຍນອກປະຈໍາປີ 2022.

       # ຂ່າວ – ພາບ : ສົມສະຫວັນ

error: Content is protected !!