ຊຸກຍູ້ການສ້າງສີນຄ້າໜື່ງເມືອງ ໜຶ່ງຜະລິດຕະພັນ

    ວັນທີ 29 ມີນາ 2022 ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຮ່ວມກອງປະຊຸມສະຫຼຸບວຽກງານປະຈຳປີ 2021 ຂອງຂະແໜງອຸດສາຫະກຳ ແລະ ການຄ້າທົ່ວແຂວງ ຜ່ານທາງລະບົບທາງໄກ ຢູ່ຫ້ອງປະຊຸມຫ້ອງການ-ການເງິນເມືອງ ນຳພາໂດຍທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນຳວຽກງານເສດຖະກິດ ມີຕາງໜ້າຂະແໜງເສດຖະກິດຂອງເມືອງ ແລະ ຕາງໜ້ານັກທຸລະກິດພາຍໃນເມືອງເຂົ້າຮ່ວມ.

    ກອງປະຊຸມສະຫຼຸບວຽກງານປະຈຳປີ 2021 ຂອງຂະແໜງອຸດສາຫະກຳ ແລະ ການຄ້າທົ່ວແຂວງ ແມ່ນຈັດຂຶ້ນຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ຜູ້ຊີ້ນຳວຽກງານເສດຖະກິດຂັ້ນແຂວງ ມີກຳມະການພັກແຂວງ ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ທ່ານ ເຈົ້າເມືອງ-ຮອງເຈົ້າເມືອງ ສະມາຊິກສະພາ ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງ 11 ເມືອງເຂົ້າຮ່ວມ ເວົ້າລວມ ເວົ້າສະເພາະເມືອງຫົງສາ ກໍໄດ້ຮ່ວມປະຊຸມທາງໄກ

    ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານອຸດສາຫະ ກຳ ແລະ ການຄ້າ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ 3 ເດືອນທ້າຍປີຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຮັບຟັງການລາຍງານການຄຸ້ມຄອງສີນຄ້າ ການດັດສົມຕະຫຼາດ ແລະ ປ້ຳນ້ຳມັນ ການອອກທະບຽນວິສາຫະກິດ ຕິດພັນກັບການແບ່ງຂັ້ນຄຸ້ມຄອງຫົວໜ່ວຍວິສາຫະກິດ ລະຫວ່າງພະແນກອຸດສາຫະກຳ ແລະ ການຄ້າແຂວງ-ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ກັບບັນດາພະແນກການອ້ອມຂ້າງແຂວງ ແລະ ການຊຸກຍູ້ການສ້າງສີນຄ້າໜື່ງເມືອງໜຶ່ງຜະລິດຕະພັນ.

# ບຸນມີ

error: Content is protected !!