ອົງການປົກຄອງນະຄອນຫຼວງ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ

    ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 10 ຈັດຂຶ້ນວັນທີ 30 ມີນາ 2022 ທີ່ຫ້ອງປະຊຸມຫ້ອງວ່າການ ນວ ໂດຍເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາຮອງເຈົ້າຄອງ ເຈົ້າເມືອງ ຫົວໜ້າຫົວໜ້າພະແນກ ຫົວໜ້າ ຮອງຫົວໜ້າຫ້ອງການ ອົງການທຽບເທົ່າ ຫົວໜ້າກອງບັນຊາການເຂົ້າຮ່ວມແບບເຊິ່ງໜ້າ ແລະ ແບບທາງໄກ.

    ກອງປະຊຸມໄດ້ສຸມໃສ່ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານນຳພາ-ຄຸ້ມຄອງຮອບດ້ານ ຂອງອົງການປົກຄອງ ນວ ໃນບັນດາໜ້າວຽກຕ່າງໆທີ່ໄດ້ກຳນົດຜ່ານມາ ທັງສືບຕໍ່ປະເມີນຕີລາຄາຊອກ ໃຫ້ເຫັນດ້ານອ່ອນຂໍ້ຄົງຂ້າງກ້າວໄປເຖິງການຖອດຖອນບົດຮຽນ ກຳນົດວິທີການ ແລະ ມາດຕະການ ໃນການແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບການລາຍງານ ແລະ ໃຫ້ທິດຊີ້ນຳກ່ຽວກັບ ສະພາບພົ້ນເດັ່ນປະຈຳເດືອນມີນາ ແລະ ແຜນຈຸດສຸມປະຈຳເດືອນເມສາ 2022 ສະພາບພົ້ນເດັ່ນວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ ນວ ສະພາບຂອງໂລກ ແລະ ພາກພື້ນທີ່ພົ້ນເດັ່ນສະພາບ ການທີ່ຜັນແປ ສະຫຼັບຊັບຊ້ອນ ແລະ ລະອຽດອ່ອນຂອງທະວີບເອີຣົບ ການຈັດຕັ້ງປະຕິບັດມາດຕະ ການຕ້ານ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ ແລະ ຮ່າງຄຳສັ່ງວ່າດ້ວຍການຮັກສາ ຄວາມເປັນລະບຽບຮຽບຮ້ອຍໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2565 ຢູ່ ນວ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນຳກ່ຽວກັບບົດສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດຢູ່ ນວ ໃນ 1 ເດືອນຜ່ານມາ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ ນວ ການສະກັດກັ້ນ ແລະ ແກ້ໄຂຢາເສບຕິດຢູ່ ນວ ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນຳກ່ຽວກັບສະ ພາບອັດຕາແລກປ່ຽນພົວພັນກັບການເໜັງຕີງຂອງລາຄາສິນຄ້າຢູ່ ນວ ຮັບຟັງລາຍງານ ແລະ ໃຫ້ທິດຊີ້ ນຳກ່ຽວກັບການສະເໜີ ພິຈາລະນາການອະນຸມັດຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງບໍລິສັດ ລັດວິສາຫະກິດສະບຽງອາຫານ ນວ ຮ່າງນິຕິກຳວ່າດ້ວຍການຄຸ້ມຄອງການຕິດ ຕັ້ງ ແລະ ການຂະຫຍາເຄືອຂ່າຍ ສາຍໂທລະຄົມມະນາຄົມ ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນຳກ່ຽວ ກັບການຂໍອະນຸຍາດຈັດສັນ ເກັບຄ່າບໍລິການຈອດລົດຢູ່ເສັ້ນທາງໜອງບອນ (ລານຈອດລົດຢູ່ຕໍ່ໜ້າ ຕະຫຼາດໜອງຈັນ) ແລະ ເສັ້ນທາງເສດຖາທິລາດ (ລານຈອດລົດຢູ່ພະແນກໂຍທາທິການ ແລະ ຂົນສົ່ງ ນວ) ຮັບຟັງລາຍງານ ແລະ ໃຫ້ທິດຊີ້ນຳກ່ຽວກັບຄວາມຄືບໜ້າຂອງໂຄງການລ້ຽງງົວເປັນສິນຄ້າຢູ່ ນວ.

       # ຂ່າວ – ພາບ : ສົມສະຫວັນ

error: Content is protected !!