ສະຫະພັນບານເຕະນານາຊາດ (FIFA) ປະກາດເລື່ອນການການແຂ່ງຂັນ ຟຸດຊໍຊາຍ ຊີງແຊັມໂລກ 2020 ຢູ່ປະເທດລິທົວເນຍ ຈາກກຳນົດເດີມວັນທີ 12 ກັນຍາ-4 ຕຸລາ 2020 ໄປຈັດວັນທີ 12 ກັນຍາ-3 ຕຸລາ 2021 ເນື່ອງຈາກໄດ້ຮັບຜົນກະທົບຂອງພະຍາດ COVID-19 ທີ່ກຳລັງແຜ່ລາມໄປທົ່ວໂລກ.
ການແຂ່ງຂັນ ຟຸດຊໍຊາຍ ຊີງແຊັມໂລກ 2021 ມີ 24 ທີມເຂົ້າຮ່ວມ ທີ່ຜ່ານການຄັດເລືອກມາແຕ່ລະທະວີບ ເຊິ່ງໄດ້ແລ້ວ 15 ທີມ ຄື: ທະວີບອາເມຣິກາໃຕ້ 4 ທີມ ປະກອບມີ ອາກຊັງຕິນ ແຊັມປີ 2016 ບຣາຊິນ ອະດີດແຊັມ 5 ສະໄໝ ປາຣາໄກວ ແລະ ເວເນຊູເອລ້າ) ທະວີບອາຟຣິກາ 3 ທີມ ຄື: ໂມຣັອກໂຄ ເອຢິບ ແລະ ອັງໂກລ້າ ເຂດໂອເຊອານີ 1 ທີມ ຄື: ໝູ່ເກາະ ໂຊໂລມ້ອນ ທະ ວີບເອີຣົບ 7 ທີມ ຄື: ລີທົວເນຍ ປັອກຕຸຍການ ອັນດັນ 4 ປີ 2016 ແອັດສະປາຍ ອະດີດແຊັມໂລກ 2 ສະໄໝ ຣັດເຊຍ ຮອງແຊັມໂລກ ປີ 2016 ຄາຊັກສະຖານ ແລະ ຍັງອີກ 2 ທີມຈາກຮອບຕັດເຊືອກ ທີ່ມີການເລື່ອນການແຂ່ງຂັນ ເນື່ອງຈາກການລະບາດຂອງພະຍາດ COVID-19 ໂດຍມີ ໂຄຣອາຊີ ພົບ ສາທາລະນະລັດເຊັກ ແລະ ແຊກບີ້ ພົບ ແຟັງລັງ.

ສ່ວນອີກ 5 ທີມຈາກທະວີບອາຊີ ຈະມີການຊີງແຊັມໃນປີ 2020 ຢູ່ຕວກມີນິດສະຖານ ໂດຍເລື່ອນມີການແຂ່ງຂັນຈາກກຳນົດເດີມ ວັນທີ 24 ກຸມພາ-8 ມີນາ 2020 ເປັນວັນທີ 5-16 ສິງຫາ 2020 ຂະນະທີ່ 4 ທີມຈາກການຊີງແຊັມເຂດຄອນຄາເຄຟ ປີ 2020 ຢູ່ປະເທດກົວເຕມາລາ ແມ່ນເລື່ອນມີການແຂ່ງຂັນ ຈາກກຳນົດເດີມວັນທີ 1-10 ເມສາ 2020 ແລະ ຍັງບໍ່ສາມາດກຳນົດວັນແຂ່ງ ຂັນໃໝ່ໄດ້ເທື່ອ.