ສາເຫດທີ່ຢາຕ້ານໄວຣັສໂຄວິດລາຄາສູງ ຍ້ອນວັດຖຸດິບນຳເຂົ້າຈາກຕ່າງປະເທດ

    ປັດຈຸບັນ ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດໃນວົງກວ້າງໃນພາກພື້ນ ແລະ ສາກົນ ສະເພາະ ສປປ ລາວ ເຮົາກໍເຊັ່ນກັນ ຈຶ່ງຈຳເປັນສືບຕໍ່ມາດຕະການໃນການປ້ອງກັນ ຄຽງຄູ່ກັບການຜະລິດຢາຕ້ານ ແລະ ປິ່ນປົວສຸກເສີນໃຫ້ສາມາດຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວ.

    ທ່ານ ປອ ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດ ໃນວັນທີ 28 ມີນາ 2022 ວ່າ: ຈາກສະພາບປັດຈຸບັນ ສປປ ລາວ ມີເງື່ອນໄຂໃນການຜະລິດຢາຕ້ານພະຍາດ ໂຄວິດ-19 ທີ່ປະກອບສ່ວນປິ່ນປົວຕາມອາການ ແລະ ການໃຊ້ໃນການຕ້ານໄວຣັສ ຢາທີ່ໃຊ້ປິ່ນປົວຕາມອາການ ແມ່ນຢາຈໍາເປັນພື້ນຖານທີ່ເຄີຍນໍາໃຊ້ຜ່ານມາ ປະເພດຢາດີໄຂ້ ແກ້ຫວັດ ແກ້ໄອ ແກ້ປວດ ຢາປະເພດວິຕາມິນ ເກືອແຮ່ ຢາພື້ນເມືອງຈໍານວນໜຶ່ງ ແລະ ຢາຕ້ານໄວຣັສ ແລະ ຢາຕ້ານເຊື້ອສໍາລັບຄົນເຈັບທີ່ມີອາຫານໜັກ. 

    ສໍາລັບຢາຕ້ານໄວຣັສທີ່ກໍາລັງອະນຸຍາດນໍາໃຊ້ໃນພາວະສຸກເສີນ ສໍາລັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ມີ 2 ລາຍການ ຄື: Favipiravir 200mg ແລະ Molnupiravir 200mg 400mg ຢາ Molnupiravir ທີ່ໄດ້ອະນຸຍາດນໍາໃຊ້ໃນພາວະສຸກເສີນທີ່ໄດ້ກໍານົດຢູ່ໃນຄູ່ມືປິ່ນປົວຜູ້ຕິດເຊື້ອໂຄວິດ-19 ສະບັບທີ 5 ຂອງ ສປປລາວ ມາຮອດປັດຈຸບັນ ໂຮງງານຜະລິດຢາພາຍໃນທັງໝົດ 7 ແຫ່ງສາມາດຜະລິດໄດ້ ທີ່ໄດ້ມາຈາກຄວາມແຕກຕ່າງດ້ານແຫຼ່ງສະໜອງວັດຖຸດິບ ໂຮງງານຜູ້ຜະລິດ ຊື່ການຄ້າ ຮູບແບບ ຢາ ແລະ ຄວາມແຮງຂອງຕົວຢາ ສໍາລັບຢາທີ່ໄດ້ຜະລິດ ແລະ ນໍາອອກຈໍາໜ່າຍແລ້ວມີ 4 ລາຍການ ຄື: 

1. ໂຮງງານຜະລິດຢາເລກ 3 Molacovir (Molnupiravir 200 mg) ຊະນິດແຄັບຊຸນ 

2. ໂຮງງານຜະລິດຢາຕຸງເມິງ Molavir (Molnupiravir 200mg) ຊະນິດແຄັບຊູນ 

3. ໂຮງງານຜະລິດຢາຢວນຊູ Molnucare (Molnupiravir 200mg) ຊະນິດ ແຄັບຊູນ 

4.  ໂຮງງານຜະລິດຢາລາວພັນທະມິດ Molnupivir (Molnupiravir 200mg ແລະ 400mg) ຊະນິດເມັດ ແລະ ແຄັບຊູນ ແລະ ຢູ່ໃນການກະກຽມການຜະລິດ ແລະ ກວດກາວິໄຈຄຸນນະພາບເພື່ອຮັບຮອງການນໍາໃຊ້ໃນພາວະສຸກເສີນ ຈໍານວນ 3 ລາຍການ ເປັນຊະນິດແຄັບຊູນ ຄື: 

• ໂຮງງານຜະລິດຢາ CBF Monuvir (Molnupiravir 200mg) 

• ໂຮງງານຜະລິດຢາໂກດູຟາລາວ Moldovir (Molnupiravir 200mg 

• ໂຮງງານຜະລິດຢາອິນຊຽງ Mopilawy (Molnupiravir 200mg).

    ສ່ວນສາເຫດທີ່ມີຄາລາສູງ ເນື່ອງຈາກວັດຖຸດິບແມ່ນຍັງໄດ້ນຳເຂົ້າຈາກຕ່າງປະເທດ ແຕ່ລາຄາທີ່ທາງ ການກຳນົດໃຫ້ຈຳໜ່າຍບໍ່ໃຫ້ກາຍ 400.000 ກີບ/ກັບ ຂຶ້ນກັບໂຮງງານຜູ້ຜະລິດ ແລະ ຜູ້ຈຳໜ່າຍຈະ ເຫັນເປັນເອກະພາບກັນທາງດ້ານລາຄາ ຕໍ່ສະພາບດັ່ງກ່າວ ພັກ-ລັດຖະບານ ໄດ້ໃຫ້ສະໜັບສະໜູນໂຮງ ງານຜູ້ຜະລິດ ອຳນວຍຄວາມສະດວກຕາມເງື່ອນໄຂ ເປັນຕົ້ນທາງດ້ານວັດຖຸດິບນຳເຂົ້າ ເຕັກນິກວິຊາການ ແລະ ສິ່ງອຳນວຍຄວາມສະດວກດ້ານຕ່າງໆ ຕາມສະເພາະເງື່ອນໄຂທີ່ເໝາະສົມ ປັດຈຸບັນ ສາມາດເວົ້າໄດ້ວ່າ ສປປ ລາວ ມີ 4 ໂຮງງານທີ່ໄດ້ຮັບອະນຸຍາດຜະລິດຢາປິ່ນປົວພະຍາດ ໂຄວິດ-19 ແລະ ສາມາດຜະລິດຢາໄດ້ພຽງພໍກັບ ຄວາມຕ້ອງການ ແລະ ມີວາງຈຳໜ່າຍຕາມຮ້ານຂາຍຢາຂອບເຂດທົ່ວປະເທດ ສະເພາະນະຄອນຫຼວງວຽງຈັນ ມີຈຳໜ່າຍຫຼາຍກວ່າ 10 ຮ້ານ.

# ຂ່າວ – ພາບ : ບຸນມີ​ຕີ

error: Content is protected !!