ພ້ອມກັນມີສະຕິກັບການດຳລົງຊີວິດປົກກະຕິແບບໃໝ່ ພ້ອມໄປສັກວັກຊິນໃຫ້ຄົບ ແລະ ທົ່ວເຖິງ

    ຈຳນວນຜູ້ຕິດເຊື້ອໃໝ່ຢູ່ ສປປ ລາວ ໃນແຕ່ລະວັນ ມີທ່າອ່ຽງເພິ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງພົບໃນທຸກສາຂາອາຊີບ ແລະ ທຸກກຸ່ມອາຍຸ ເຫັນວ່າການເຄື່ອນໄຫວໃນສັງຄົມຂອງບາງກຸ່ມຄົນແມ່ນມີການລະເຫຼີງມາດຕະການທາງສັງຄົມ  ການໄປງານສັງຄົມຕ່າງໆແມ່ນບໍ່ມີການປະຕິບັດມາດຕະການປ້ອງກັນຕົວເອງ (ບໍ່ໃສ່ໃສ່ຜ້າອັດປາກ-ອັດດັງ ) ແລະ ບໍ່ມີການຮັກສາໄລຍະຫ່າງທາງສັງຄົມ ເຮັດໃຫ້ມີຄວາມສ່ຽງສູງທີ່ຈະມີການສົ່ງເຊື້ອພະຍາດຈາກຜູ້ໜຶ່ງຫາຜູ້ໜຶ່ງ ໂດຍສະເພາະ ຖ້າແມ່ນສາຍພັນໂອມິຄຣອນ ແມ່ນສາມາດຕິດເຊື້ອໄດ້ໄວ ແລະ ແຜ່ຂະຫຍາຍເປັນວົງກ້ວາງໄດ້ໄວທີ່ສຸດ

    ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະ ນະສຸກ ໄດ້ລາຍງານຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງ ປະຈໍາວັນທີ 30 ມີນາ ປີ 2022 ໃຫ້ຮູ້ວ່າ: ສະເພາະຢູ່ ສປປ ລາວ ວັນທີ 29 ມີນາ 2022 ໄດ້ກວດວິເຄາະທັງໝົດ 5.454 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 2.697 ຄົນ (ຕິດເຊື້ອພາຍໃນ 2,681 ຄົນ ແລະ ນໍາເຂົ້າ 16 ຄົນ) ຂໍ້ມູນໂດຍຫຍໍ້ ສະເພາະຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 2.681 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້: ນະຄອນຫຼວງ 1.204 ຄົນ ຄຳມ່ວນ 250 ຄົນ ສະຫວັນນະເຂດ 228 ຄົນ ໄຊຍະບູລີ 167 ຄົນ ອຸດົມໄຊ 148 ຄົນ ວຽງຈັນ 124 ຄົນ ຜົ້ງສາລີ 81 ຄົນ ບໍລິຄຳໄຊ 73 ຄົນ ຊຽງຂວາງ 59 ຄົນ ບໍ່ແກ້ວ 56 ຄົນ ອັດຕະປື 51 ຄົນ ໄຊສົມບູນ 47 ຄົນ ຫຼວງພະບາງ 38 ຄົນ ເຊກອງ 37 ຄົນ ສາລະວັນ 35​ ຄົນ ຫຼວງນ້ຳທາ 34 ຄົນ ຫົວພັນ 31 ຄົນ ຈຳປາສັກ 18 ຄົນ.

    ສໍາລັບການຕິດເຊື້ອນໍາເຂົ້າມີ 16 ຄົນ ຈາກ ສະຫວັນນະເຂດ 8 ຄົນ ນະຄອນຫຼວງ 5 ຄົນ ແລະ ຈຳປາສັກ 3 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 174.136 ຄົນ ອອກໂຮງໝໍວານນີ້ 384 ຄົນ ກຳລັງປິ່ນປົວ 6.546 ຄົນ ແລະ ເສຍຊີວິດທັງໝົດ 664 ຄົນ (ເສຍຊີວິດໃໝ່ 1 ຄົນ ຈາກ ແຂວງສະຫວັນນະເຂດ)

    ໂອກາດນີ້ ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ບໍ່ຄວນປະໝາດ ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ຍົກສູງສະຕິຄວາມຮັບຜິດຊອບໃນການເຝົ້າລະວັງ ແລະ ປະຕິບັດມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຄັ່ງຄັດ ກໍຄືແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ເພື່ອສະກັດກັ້ນການລະບາດຂອງໂຄວິດ-19 ສາຍພັນທີ່ກາຍພັນ ບໍ່ໃຫ້ເກີດການລະບາດເປັນວົງກວ້າງໃນປະເທດເຮົາ.

# ຂ່າວພາບ :  ບຸນມີ

error: Content is protected !!