“ປິ່ນປົວໃຫ້ຫາຍດີໝົດທຸກຄົນ” ຂອງຈີນ ຍັງເປັນມາດຕະການປ້ອງກັນໂຄວິດ-19 ທີ່ໃຊ້ຕົ້ນທຶນໜ້ອຍທີ່ສຸດ ແຕ່ມີປະສິດທິຜົນຫຼາຍທີ່ສຸດ

    ໃນໄລຍະມໍ່ໆມານີ້ ປະເທດຈຳນວນໜຶ່ງໄດ້ຜ່ອນຄາຍມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເທື່ອລະກ້າວ ແຕ່ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ຍັງສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມທີ່ເຂັ້ມງວດ. 

    ປັດຈຸບັນ ຈີນ ຍັງສືບຕໍ່ຍຶດໝັ້ນຍຸດທະສາດລວມ “ການປ້ອງກັນກໍລະນີຕິດພະຍາດຈາກພາຍນອກ ແລະ ປ້ອງກັນບໍ່ໃຫ້ເກີດມີການແຜ່ລະບາດໃຫຍ່ຄືນໃໝ່ຢູ່ພາຍໃນປະເທດ” ແລະ ທິດທາງລວມ “ ປິ່ນປົວໃຫ້ຫາຍດີໝົດທຸກຄົນ ” ຍ້ອນວ່າເມື່ອເບິ່ງຕາມຂອບເຂດທົ່ວໂລກແລ້ວ ເຊື້ອພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງ ຍັງຕ້ອງການເວລາອີກດົນ ການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງຈະສິ້ນສຸດລົງ ເຊິ່ງອີງຕາມຂໍ້ມູນທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ອາທິດຜ່ານມາ ຜູ້ຕິດເຊື້ອພະຍາດໂຄວິດ-19 ທົ່ວໂລກ ມີກໍລະນີເພີ່ມຂຶ້ນຢ່າງຫຼວງຫຼາຍຄືນໃໝ່  ໃນນີ້ 40% ເກີດຂຶ້ນຢູ່ປະເທດ  ແລະ  ເຂດແຄວ້ນທີ່ຢູ່ໃກ້ຄຽງປະເທດຈີນ  ໃນຫວ່າງມໍ່ໆມານີ້  ຢູ່ຫຼາຍແຂວງຂອງຈີນ  ໄດ້ເກີດມີກໍລະນີຕິດເຊື້ອເພີ່ມໃໝ່ທີ່ກ່ຽວພັນກັບເຊື້ອກາຍພັນໂອມິຄຣອນ ເຊິ່ງເຮັດໃຫ້ວຽກງານປ້ອງກັນ ແລະ ຄວບຄຸມພະຍາດມີຄວາມເຄັ່ງຕຶງ ແລະ ສັບສົນ ຈີນຈຶ່ງຕ້ອງຍຶດໝັ້ນການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມທີ່ເຂັ້ມງວດ. 

    ການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມທີ່ເຂັ້ມງວດ ຈະມີຜົນກະທົບຕໍ່ການພັດທະນາເສດຖະກິດສັງຄົມຂອງຈີນ ແຕ່ຜ່ານການປະຕິບັດມາດຕະການປ້ອງກັນ  ແລະ  ຄວບຄຸມພະຍາດມາເປັນເວລາ 2 ປີກວ່າ ຈີນໄດ້ສ້າງແນວຄິດ ນະໂຍບາຍ ແລະ ມາດຕະການລະອຽດທີ່ຄົບວົງຈອນຂອງຕົນ ເຊິ່ງໄດ້ປົກປ້ອງສຸຂະພາບ ແລະ ຄວາມປອດໄພດ້ານຊີວິດຂອງປະຊາຊົນຢ່າງມີປະສິດທິຜົນ ທັງໄດ້ເຮັດໃຫ້ການພັດທະນາເສດຖະກິດສັງຄົມ ແລະ ການປ້ອງກັນຄວບຄຸມພະຍາດ ມີຄວາມສອດຄ່ອງກັນຫຼາຍຂຶ້ນ ພ້ອມນີ້ ຈີນຍັງໄດ້ປັບປຸງມາດຕະການປ້ອງກັນ ແລະ ຄວບຄຸມຂອງຕົນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ນອກຈາກຕ້ອງຄົ້ນພົບ ແລະ ຮັບມືກັບການແຜ່ລະບາດຂອງພະຍາດຢ່າງວ່ອງໄວແລ້ວ   ຍັງຕ້ອງປະຕິບັດວຽກງານດັ່ງກ່າວໃຫ້ “ ຖືກຕ້ອງຕາມເປົ້າໝາຍ ” ເພື່ອໃຫ້ໄດ້ຮັບປະສິດທິຜົນຫຼາຍທີ່ສຸດ ໂດຍນຳໃຊ້ຕົ້ນທຶນໜ້ອຍທີ່ສຸດ ດັ່ງທີ່ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ປະທານປະເທດຈີນ ກ່າວໃນກອງປະຊຸມຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ວ່າ: ພະຍາຍາມໃຫ້ໄດ້ຮັບຜົນການປ້ອງກັນ ແລະ ຄວບຄຸມພະຍາດຫຼາຍທີ່ສຸດ ໂດຍເສຍຄ່າໜ້ອຍທີ່ສຸດ ຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີຕໍ່ການພັດທະນາດ້ານເສດຖະກິດສັງຄົມຢ່າງສຸດຂີດ. 

    ປັດຈຸບັນສະພາບການປ້ອງກັນ ແລະ ຄວບຄຸມພະຍາດຍັງມີຄວາມເຄັ່ງຕຶງຫຼາຍ ມີປະຊາຊົນ ແລະນັກວິຊາການຈຳນວນໜຶ່ງໃຫ້ຄວາມຄິດເຫັນວ່າ: ພະຍາດໂຄວິດ-19 ທີ່ເກີດຈາກເຊື້ອກາຍພັນໂອມີຄຣອນ ແມ່ນສ່ຳກັບໄຂ້ຫວັດໃຫຍ່ທີ່ມີອາການໜັກຊື່ໆ ທີ່ຈິງແລ້ວມັນບໍ່ຖືກຕ້ອງ ເພາະຄວາມສາມາດການແຜ່ລະບາດ ແລະ ຜົນກະທົບຂອງມັນທີ່ມີຕໍ່ສຸຂະພາບຂອງມວນມະນຸດ ແມ່ນຮ້າຍແຮງກວ່າໄຂ້ຫວັດໃຫຍ່ຫຼາຍ ແຕ່ສິ່ງທີ່ໜ້າຊົມຊື່ນຄື: ໃນຂະບວນການຕໍ່ສູ້ກັບເຊື້ອພະຍາດໂຄວິດ-19 ມວນມະນຸດໄດ້ຄົ້ນພົບ “ອາວຸດ” ທີ່ມີປະສິດທິຜົນ ເຊັ່ນ: ການສັກວັກຊີນ ການເລັ່ງການຜະລິດຢາປິ່ນປົວ ແລະ ອື່ນໆ ສ່ວນຢາ ແລະ ແພດແຜນຈີນ ກໍໄດ້ເສີມຂະຫຍາຍບົດບາດສຳຄັນໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຜ່ານການຕ້ານພະຍາດໂຄວິດ-19 ເປັນເວລາຫຼາຍກວ່າ 2 ປີ ປະຊາຊົນຈີນໄດ້ມີສະຕິເປັນເຈົ້າການໃນການເຂົ້າຮ່ວມການຕ້ານພະຍາດ ແລະ ມີສະຕິໃນການຮັກສາສຸຂະພາບຂອງຕົນ ເຊິ່ງເຮັດໃຫ້ພວກເຮົາມີຄວາມຫວັງໃນການເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19. 

#  ສະບາໄພ

error: Content is protected !!