ສຳມະນາກ່ຽວກັບຮ່າງແຜນຈັດສັນທີ່ດິນໃນ ນວ

    ກອງປະຊຸມເປີດກວ້າງເພື່ອຜ່ານຄວາມເປັນເອກະພາບ ແລະ ສຳມະນາກ່ຽວກັບຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຈັດຂຶ້ນວັນທີ 28 ມີນາ 2022 ທີ່ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າ ຄອງນະຄອນຫຼວງວຽງຈັນ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ມີທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ເຈົ້າເມືອງ 9 ເມືອງ ຫົວໜ້າ ປກຊ-ປກສ ນວ ພະແນກການ ແລະ ຫ້ອງການຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ 9 ເມືອງເຂົ້າຮ່ວມ.

    ທ່ານ ບຸນຊົມ ຊົງວິໄລ ກ່າວວ່າ: ພາຍຫຼັງທີ່ມີຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການສ້າງແຜນຈັດສັນການນໍາໃຊ້ທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານນະຄອນຫຼວງວຽງຈັນ ການຈັດຕັ້ງປະຕິບັດ ເຊິ່ງແມ່ນພາກສ່ວນຈາກຂັ້ນສູນກາງ ກໍຄືກົມທີ່ດິນກົມສິ່ງແວດລ້ອມ ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດເປັນຜູ້ນໍາພາໃນການຈັດຕັ້ງປະຕິບັດ ຈາກນັ້ນ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈຶ່ງໄດ້ນໍາໄປຜັນຂະຫຍາຍໂດຍການສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງ ນວ ຂັ້ນສູນກາງ ເພື່ອນໍາຂໍ້ມູນຕ່າງໆປະກອບເຂົ້າໃນຮ່າງບົດແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂອງ ນວ ຈຶ່ງມີຜົນສໍາເລັດຂັ້ນພື້ນຖານ ຄື: ສໍາເລັດການລົງເກັບກໍາຂໍ້ມູນສະພາບການນໍາໃຊ້ທີ່ດິນ 8 ປະເພດ ແລະ ບັນດາທ່າແຮງຕ່າງໆ ແຜນພັດທະນາເສດຖະກິດ-ສັງຄົມ ໃນ 9 ເມືອງທົ່ວນະຄອນຫຼວງວຽງຈັນ ສໍາເລັດການລົງເກັບກໍາຂໍ້ມູນ ປະສານສົມທົບກັບບັນດາພະແນກການໃນ ນວ ເພື່ອເອົາຂໍ້ມູນມາປະກອບໃສ່ການສ້າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂອງ ນວ ສໍາເລັດການຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂອງ ນວ ໂດຍພື້ນຖານ ດໍາເນີນການປັບປຸງຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂອງ ນວ ຮ່ວມກັບທີມງານກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມການຕົກລົງເຫັນດີເປັນເອກະພາບກັນ ນຳສົ່ງຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ບັນດາພະແນກການທີ່ກ່ຽວຂ້ອງ ເພື່ອປະກອບຄໍາຄິດເຫັນ ແລະ ຢັ້ງຢືນກ່ຽວກັບຂໍ້ມູນທີ່ປະກອບໃສ່ຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂອງ ນວ ສໍາເລັດກອງປະຊຸມຮ່ວມກັບຄະນະກໍາມະການຂັ້ນກົມ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກວດຄືນກ່ຽວກັບຂໍ້ມູນເນື້ອໃນ ແລະ ຕົວເລກຕ່າງໆທີ່ປະກອບເຂົ້າໃນການສ້າງຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂອງ ນວ ເປັນຕົ້ນແມ່ນຂໍ້ມູນທາງເນື້ອໃນ ຂໍ້ມູນທີ່ເປັນຕົວເລກ ຕາຕະລາງຕ່າງໆ ແລະ ການສ້າງແຜນທີ່.

# ຂ່າວ – ພາບ : ຊິລິການດາ

error: Content is protected !!