ມອບທຶນຍ່ອຍໃຫ້ 4 ອົງການຈັດຕັ້ງທາງສັງຄົມລາວ

    ພິທີເຊັນບົດບັນທຶກຂໍ້ຕົກລົງການໃຫ້ທຶນສະໜັບສະໜູນຈັດຕັ້ງປະຕິບັດກິດຈະກໍາໂຄງການ ສໍາລັບ 4 ອົງການຈັດຕັ້ງສັງຄົມລາວ ຈັດຂຶ້ນວັນທີ 28 ມີນາ 2022 ທີ່ໂຮງແຮມແກຣນວຽງຈັນ ນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງທ່ານ ຄໍາສິງ ນາມສະຫວັນ ຫົວໜ້າອົງການແຄຣິຕັສ ລຸກຊໍາບວກ ປະຈໍາ ສປປ ລາວ ແລະ ຜູ້ຕາງໜ້າຈາກ 4 ອົງການຈັດຕັ້ງສັງຄົມລາວຄື: ສະມາຄົມເຄືອຂ່າຍຜູ້ຕິດ HIV/Aids (ສຄອ) ສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ (ສຊສ) ສະມາຄົມພັດທະນາບົດບາດຍິງ-ຊາຍ (ສພຍຊ) ສະມາຄົມຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດ (ສຊຟຄ) ມີທ່ານ ດຣ ເກດເກສອນ ພຣະສີສົມບັດ ຮແງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ພ້ອມດ້ວຍຜູ້ຕາງໜ້າຈາກສະຫະພາບເອີຣົບ ແລະ ສະຖານທູດ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

    ອົງການແຄຣິຕັສ ລຸກຊຳບວກປະຈຳລາວ ໄດ້ຮັບທຶນຈາກສະຫະພາບເອີຣົບ ແລະ ລັດຖະບານລຸກບວກ ເພື່ອຈັດຕັ້ງປະຕິບັດໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພຊະນາການຕາມແຜນຍຸດທະສາດແຫ່ງຊາດ ໂຄງການດັ່ງກ່າວ ໄດ້ມີແຜນການຈັດຕັ້ງປະຕິບັດຮ່ວມກັບກະຊວງສາທາລະນະສຸກ ແລະ ອົງການຈັດຕັ້ງສັງຄົມລາວ ສະເພາະ 4 ອົງການຈັດຕັ້ງສັງຄົມລາວແມ່ນໄດ້ຮັບທຶນຍ່ອຍສະໜັບສະໜູນ ມູນຄ່າ 150.000 ເອີໂຣ ຫຼື ປະມານ 1,86 ຕື້ກີບ ເພື່ອຈັດຕັ້ງປະຕິບັດກິດຈະກຳໂພຊະນາການຮ່ວມກັບຂັ້ນທ້ອງຖິ່ນ.

    ຈຸດປະສົງການໃຫ້ທຶນຍ່ອຍກັບ 4 ສະມາຄົມຄັ້ງນີ້ ແມ່ນເພື່ອຫຼຸດຜ່ອນອັດຕາການຂາດສານອາຫານ ໂດຍຜ່ານກິດຈະກຳການສື່ສານ-ການປ່ຽນແປງພຶດຕິກຳທາງສັງຄົມໃນ 37 ບ້ານເປົ້າໝາຍຂອງ 3 ເມືອງໃນ 3 ແຂວງເປົ້າໝາຍຄື: 10 ບ້ານຂອງເມືອງທຸລະຄົມ ແຂວງວຽງຈັນ 10 ບ້ານຂອງເມືອງໄຊຈຳພອນ ແຂວງບໍລິຄຳໄຊ ແລະ ອີກ 17 ບ້ານຂອງເມືອງຜາໄຊ ແຂວງຊຽງຂວາງ ຄາດຄະເນ ປະຊາກອນປະມານ 28.109 ຄົນ (ເພດຍິງປະມານ 14.197 ຄົນ) ຈະໄດ້ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບການປ່ຽນແປງພຶດຕິກຳທາງສັງຄົມໃນການປຸງແຕ່ງ ແລະ ບໍລິໂພກອາຫານໃຫ້ຖືກວິທີ.

.

# ຂ່າວ – ພາບ :  ວຽງມາ

error: Content is protected !!