ເພີ່ມທັກສະໃຫ້ກັບຄູເຝິກບັນດາແຂວງເປົ້າໝາຍໃນການນຳໃຊ້ Zoom

    ໃນລະຫວ່າງຕົ້ນເດຶອນມີນາ 2022 ຜ່ານມາ ຄູເຝິກຫຼັກແຫຼ່ງ 63 ຄົນ ຈາກ 3 ແຂວງ (ຫຼວງນ້ຳທາ ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ) ໄດ້ຮຽນຮູ້ວິທີເຂົ້າຮ່ວມ ແລະ ຈັດການເຝິກອົບຮົມທາງອິນເຕີເນັດໂດຍໃຊ້ໂປຣແກຣມ Zoom (ຊອບແວການປະຊຸມຜ່ານທາງວີດີໂອອອນລາຍ) ຢູ່ນະຄອນ ຫວງວຽງຈັນ ພວກເຂົາໄດ້ຮຽນຮູ້ກ່ຽວກັບຄວາມສາມາດຫຼາຍໆຢ່າງຂອງໂປຣແກຣມນີ້ ເຊັ່ນ: ການສົນທະນາເປັນກຸ່ມ ການສົນທະນາໃນຫ້ອງແຍກຍ່ອຍ ການສະແດງໜ້າຈໍຂອງຕົນໃຫ້ຜູ້ອື່ນເບິ່ງ ແລະ ການນໍາໃຊ້ຄູ່ມືໃນການແກ້ໄຂບັນຫາດ້ານເຕັກນິກຕ່າງໆໃຫ້ໄດ້ດ້ວຍຕົນເອງ ແລະ ໃນລະຫວ່າງເດືອນມີນາ ແລະ ເມສາ 2022 ຄູເຝິກຫຼັກແຫຼ່ງຈະໄດ້ຈັດການເຝິກອົບຮົມໃຫ້ແກ່ຄູເຝິກປະຈຳແຂວງທັງໝົດ 632 ຄົນຈາກທັງໝົດ 18 ແຂວງທົ່ວປະເທດ.

    ຈຸດປະສົງເພື່ອພັດທະນາວິທີການທາງເລືອກ ເຄື່ອງມືໃໝ່ໆໃນການສືບຕໍ່ການເຝິກອົບຮົມ ແລະ ການສະໜັບສະໜູນຄູເຝິກ ແລະ ຄູສອນໃນໄລຍະວິກິດການໃນປັດຈຸບັນ ແລະ ອະນາຄົດເຊັ່ນ: ການປິດເມືອງ ພ້ອມທັງເປັນການສ້າງຮູບແບບໃໝ່ໆໃນການຈັດເຝິກອົບຮົມ ແລະ ການສະໜັບສະໜູນທີ່ມີປະສິດທິພາບ ແລະ ມີຄວາມຄ່ອງແຄ້ວ ໃນລະຫວ່າງການທົດລອງການຮຽນຮູ້ແບບປະສົມປະສານນີ້ ຄູເຝິກຫຼັກແຫຼ່ງ ແລະ ຄູເຝຶກປະຈໍາແຂວງໃນ 3 ແຂວງທົດລອງ ໄດ້ຮຽນຮູ້ວິທີການເຂົ້າຮ່ວມ ແລະ ການເຝິກອົບຮົມທາງອອນລາຍ ແລະ ການເຝິກອົບຮົມແບບປະສົມປະສານ.

    ນອກຈາກ​ການເຝິກ​ອົບ​ຮົມ​​ຄັ້ງ​ນີ້ ຍັງຈະ​ມີ​ຄູ​ເຝິກຫຼັກແຫຼ່ງ 24 ຄົນ​ ຈາກ 6 ແຂວງ​ເປົ້າ​ໝາຍ​ຂອງແຜນງານ BEQUAL ຄື: ແຂວງຜົ້ງສາລີ ຫຼວງນ້ຳທາ ຄຳມ່ວນ ສະຫວັນນະເຂດ ສາລະວັນ ແລະ ເຊກອງ ພ້ອມທັງນັກຂຽນຄູ່ມືການສະໜັບສະໜູນຄູ ຈະໄດ້ເຂົ້າຮ່ວມກອງປະຊຸມເຝິກອົບຮົມທາງອິນເຕີເນັດກ່ຽວກັບ ຊຸດຄູ່ມືການສະໜັບສະໜູນຄູ ຈຳນວນ 2 ຄັ້ງ ພາຍໃນເດືອນເມສາ ແລະ ພຶດສະພາ 2022 ທີ່ຈະມາເຖິງນີ້.

# ບຸນມີ ສີວິໄລ

error: Content is protected !!