ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວປະຈໍາວັນທີ 28 ມີນາ 2022 ກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ໃຫ້ຮູ້ວ່າ: ວັນທີ 27 ມີນາ ໄດ້ກວດວິເຄາະໃນຂອບເຂດທົ່ວປະເທດທັງໝົດ 3.134 ຕົວຢ່າງ ແລະ ໄດ້ກວດພົບເຊື້ອທັງໝົດ 1.263 ຄົນ ໃນນີ້ຕິດເຊື້ອພາຍໃນ 1.236 ຄົນຄື:

- ນະຄອນຫຼວງ 501 ຄົນ
- ອຸດົມໄຊ 118 ຄົນ
- ວຽງຈັນ 81 ຄົນ
- ສະຫວັນນະເຂດ 78 ຄົນ
- ໄຊຍະບູລີ 77 ຄົນ
- ບໍລິຄຳໄຊ 66 ຄົນ
- ອັດຕະປື 65 ຄົນ
- ຫົວພັນ 55 ຄົນ
- ຄຳມ່ວນ 51 ຄົນ
- ຫຼວງພະບາງ 27 ຄົນ
- ບໍ່ແກ້ວ 26 ຄົນ
- ສາລະວັນ 23 ຄົນ
- ຊຽງຂວາງ 22 ຄົນ
- ໄຊສົມບູນ 15 ຄົນ
- ຫຼວງນ້ຳທາ 11 ຄົນ
- ຜົ້ງສາລີ 11 ຄົນ
- ຈຳປາສັກ 5 ຄົນ
- ແຂວງເຊກອງ 4 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າມີ 27 ຄົນ ຈາກຄຳມ່ວນ 8 ຄົນ ຫົວພັນ 7 ຄົນນະຄອນຫຼວງ 6 ຄົນ ຈຳປາສັກ 4 ຄົນ ສະຫວັນນະເຂດ ແລະ ບໍລິຄຳໄຊ ແຂວງລະ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 169.256 ຄົນ ແລະ ອອກໂຮງໝໍ 426 ຄົນ ກຳລັງປິ່ນປົວ 6.510 ຄົນ ແລະ ເສຍຊີວິດທັງໝົດ 661 ຄົນ ໃນນີ້ເສຍຊີວິດໃໝ່ 1 ຄົນ ຈາກແຂວງຄຳມ່ວນ.
.
# ຂ່າວ – ພາບ : ຂັນທະວີ