ຕິດຕາມການປະຕິບັດມາດຕະການປ້ອງພະຍາດໂຄວິດ-19 ຢູ່ຂັ້ນໂຮງຮຽນ

   ວັນທີ 25 ມີນາ 2022 ທ່ານ ຢິງຣູ ແຈັກກະລີນໂລ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳລາວ ທ່ານ ເປຍ ບຣິດໂຕ ຜູ້ຕາງໜ້າອົງການ UNICEF ປະຈຳລາວ ແລະ ທ່ານ ມິດ ລັດຕະນາ ທີ່ປືກສາດ້ານການສຶກສາ ອົງການ  UNICEF ປະຈຳລາວ ລົງຢ້ຽມຢາມໂຮງຮຽນປະຖົມໂສກປ່າຫຼວງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຜູ້ຕາງໜ້າກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ຈຸດປະສົງການລົງຢ້ຽມຢາມຄັ້ງນີ້ ເພື່ອຕິດຕາມການປະເມີນກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນການປ້ອງກັນພະຍາດໂຄວິດ-19 ໃນຂັ້ນໂຮງຮຽນ ທີ່ວາງອອກໂດຍກະຊວງສຶກສາທິການ ແລະ ກີລາ ແລະ ກະຊວງສາທາລະນະສຸກ ໂດຍການສະໜັບສະໜູນຈາກອົງການ WHO ແລະ ອົງການ UNICEF ປະຈຳລາວ ເພື່ອແລກປ່ຽນຂໍ້ມູນຫຼັກຖານທີ່ກ່ຽວຂ້ອງ ແລະ ຄໍາແນະນຳຈາກອົງການດັ່ງກ່າວ ກ່ຽວກັບການດຳເນີນງານທີ່ປອດໄພຂອງໂຮງຮຽນ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສືບຕໍ່ການຮຽນຮູ້ຕາມຫຼັກການປະຕິບັດທີ່ດີ ໂດຍສະເພາະ ການເຝົ້າລະວັງຮັກສາໂຮງຮຽນໃຫ້ມີຄວາມປອດໄພຈາກໂຄວິດ-19 ເພື່ອແນໃສ່ບໍ່ໃຫ້ການຮຽນ-ການສອນຂອງເດັກນ້ອຍຖືກຜົນກະທົບ ພ້ອມນັ້ນ ຍັງເພື່ອເປັນການສ້າງໂຄສະນາຮ່ວມກັນຂອງອົງການ WHO ແລະ ອົງການ UNICEF ກ່ຽວກັບຄວາມສຳຄັນຂອງການສືບຕໍ່ການເປີດໂຮງຮຽນ ໄປຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນພະຍາດດັ່ງກ່າວ  ເຊິ່ງຈະອະທິບາຍລາຍລະອຽດກ່ຽວກັບຂໍ້ຄວາມສຳຄັນທີ່ເຊື່ອມຕໍ່ກັບຂົງເຂດການຮຽນການສອນ ໃນຂະແໜງການສຶກສານຳອີກ.

    ທ່ານ ເປຍ ບຣິດໂຕ ກ່າວວ່າ: ຫຼັກຖານທີ່ພວກເຮົາມີມາຮອດປັດຈຸບັນ ສະແດງໃຫ້ເຫັນວ່າ ຖ້ານໍາໃຊ້ມາດຕະການຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ມັນກໍຈະມີຄວາມປອດໄພທີ່ຈະໃຫ້ເດັກນ້ອຍໄປໂຮງຮຽນ ເຊິ່ງເພີ່ນໄດ້ໃຫ້ຂໍ້ມູນສັງເກດວ່າ ລັດຖະບານ ສປປ ລາວ ໄດ້ວາງມາດຕະການຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະ ທຸກໆໂຮງຮຽນໃນຂອບເຂດທົ່ວປະເທດໄດ້ປະຕິບັດຕາມ.

   ພວກເຮົາໄດ້ເກັບກຳເອົາຄວາມຮູ້ອັນໃຫຍ່ຫຼວງກ່ຽວກັບວິທີໃນການຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອພະຍາດທີ່ອາດຈະມີຕໍ່ເດັກນ້ອຍ ຄູອາຈານ ແລະ ຄອບຄົວຂອງພວກເຂົາ ລວມທັງຄໍາແນະນໍາທີ່ໄດ້ສ້າງຮ່ວມກັນລະຫວ່າງອົງການອະນາໄມໂລກ-ອົງການອຸຍນິເຊັບ ແລະ ຄຳແນະນຳສໍາລັບໂຮງຮຽນຂອງອົງການອະນາໄມໂລກ ທີ່ໄດ້ມີການທົບທວນຄືນຢ່າງຕໍ່ເນື່ອງເພື່ອໃຫ້ມີຄວາມເໝາະສົມກັບສະພາບຕົວຈິງ. ໃນການນຳໃຊ້ຄວາມຮູ້ທີ່ຫຼາກຫຼາຍດັ່ງກ່າວນີ້ ຂະ​ແໜງ​ການສຶກ​ສາ ແລະ ສາ​ທາ​ລະ​ນະ​ສຸກ ໄດ້​ຮ່ວມ​ມື​ກັນ​ໃນການ​ເປີດ​ໂຮງ​ຮຽນ​ຄືນ​ໃໝ່​ໃນຂອບເຂດທົ່ວ​ປະ​ເທດໄດ້ຢ່າງ​ສຳ​ເລັດ​ຜົນ ​ປອດ​ໄພ ແລະ ຊ່ວຍໃຫ້ໂຮງຮຽນສືບຕໍ່ເປີດຕໍ່ໄປໄດ້ ​ເຊິ່ງສາມາດນຳພາເດັກນ້ອຍກັບ​ຄືນ​ສູ່​ເສັ້ນ​ທາງ​ການ​ຮຽນ​ຮູ້ແບບປົກກະຕິ ແລະ ປົກ​ປ້ອງ​ອະ​ນາ​ຄົດ​ຂອງ​ເຂົາ​ເຈົ້າ.

     ທ່ານ ດຣ ຢິງຣູ ແຈັກກະລີນໂລ ກ່າວຕື່ມວ່າ:  ການປິດໂຮງຮຽນເປັນເວລາຍາວນານ ແລະ ບັນຫາທີ່ຂັດຂວາງທີ່ກຳລັງເກີດຂຶ້ນ ເຮັດໃຫ້ເດັກນ້ອຍບໍ່ສາມາດກັບຄືນສູ່ໂຮງຮຽນແບບເຊີ່ງໜ້າໄດ້ ສົ່ງຜົນສະທ້ອນຮ້າຍແຮງ ເຊິ່ງມີຜົນກະທົບອັນໃຫຍ່ຫຼວງຕໍ່ການຮຽນຮູ້​ ທັກສະຂອງເດັກນ້ອຍ ແລະ ຄວາມອາດສາມາດໃນການສ້າງລາຍຮັບ ຕໍ່ສຸຂະພາບທັງຮ່າງກາຍ ແລະ ຈິດໃຈ ແລະ ຄອບຄົວຂອງເຂົາເຈົ້າ. ຫຼັກຖານ ສະແດງໃຫ້ເຫັນວ່າເດັກນ້ອຍໃນໄວຮຽນມີຄວາມວິຕົກກັງວົນ ຄວາມຊຶມເສົ້າ ແລະ ການທໍາຮ້າຍຕົນເອງຫຼາຍຂຶ້ນນັບຕັ້ງແຕ່ເລີ່ມມີການລະບາດຂອງພະຍາດໂຄວິດ-19 ການປິດໂຮງຮຽນໄດ້ ນໍາໄປສູ່ການຫຼຸດຜ່ອນການເຄື່ອນໄຫວດ້ານຮ່າງກາຍ ເກີດມີນິໄສການກິນອາຫານທີ່ບໍ່ດີ ແລະ ມີບັນຫາໃນການນອນ ແລະ ນອນບໍ່ຫັບ ເດັກນ້ອຍນັກຮຽນຮຸ່ນນີ້ອາດຈະສູນເສຍລາຍໄດ້ປະມານ 17 ພັນຕື້ໂດລາສະຫະລັດ ຂອງລາຍໄດ້ທີ່ອາດຈະຫາໄດ້ໃນຊົ່ວຊີວິດ.

  ສະນັ້ນ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 2030 ດ້ານການສຶກສາ ໄດ້ເຮັດໃຫ້ຂະແໜງການດັ່ງກ່າວພົບກັບຄວາມທ້າທາຍຫຼາຍພໍສົມຄວນ ເພາະມີການລະບາດຂອງພະຍາດໂຄວິດ-19 ແຕ່ວ່າ  ອົງການອຸຍນິເຊັບ ແລະ ອົງການກ່ຽວຂ້ອງ ຄາດ​ຄະ​ເນ​ວ່າ​ງົບ​ປະ​ມານ​ຂອງຂະແໜງການ​ສຶກ​ສາ​ໃນ​ພາກ​ພື້ນ​ຈະ​ຕ້ອງໄດ້​ເພີ່ມ​ຂຶ້ນ​ອີກຢ່າງ​ໜ້ອຍ 7% ເພື່ອ​ໃຫ້ສາມາດບັນລຸເປົ້າ​ໝາຍ​ດັ່ງ​ກ່າວໄດ້.

  ອົງການອຸຍນິເຊັບ ແລະ ອົງການອະນາໄມໂລກ ຍັງຄົງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ໃຫ້ການສະໜັບສະໜຸນການຮຽນການສອນທີ່ປອດໄພໃນໂຮງຮຽນ ເພື່ອບໍ່ໃຫ້ການຮຽນຮູ້ຂອງເດັກນ້ອຍບໍ່ໃຫ້ຖືກລົບກວນອີກຈາກການລະບາດຂອງພະຍາດໂຄວິດ-19.

# ຂ່າວ-ພາບ: ລັດເວລາ

error: Content is protected !!