ລົດໄຟຂົນສົ່ງຜູ້ໂດຍສານ ນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ຖ້ຽວ C84/3 ຈະໄດ້ຢຸດການຂົນສົ່ງຊົ່ວຄາວ

    ອີງຕາມຄວາມຈຳເປັນຂອງການຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ແລະ ການປັບປຸງແລກປ່ຽນພະນັກງານບໍລິການລົດໄຟ ໃນລະຫວ່າງວັນທີ 28-31 ມີນາ 2022 ນີ້ ລົດໄຟຂົນສົ່ງຜູ້ໂດຍສານ ນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ຖ້ຽວ C84/3 ແມ່ນຈະໄດ້ຢຸດການຂົນສົ່ງຊົ່ວຄາວ ທາງບໍລິສັດລົດໄຟລາວ-ຈີນ ຕ້ອງຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ ພ້ອມດຽວກັນນີ້ ກໍຂໍສະແດງຄວາມຂອບໃຈມາຍັງຜູ້ໂດຍສານທຸກທ່ານທີ່ໃຫ້ການສະໜັບສະໜຸນທາງລົດໄຟລາວ-ຈີນມາໂດຍຕະຫຼອດ.

error: Content is protected !!