ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຄຄອຊ

    ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ (2016-2021) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025) ວັນທີ 25 ມີນາ 2022 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານ ຄຄອຊ ມີບັນດາທ່ານຮອງລັດຖະມົນຕີ ຫົວໜ້າກົມ/ທຽບເທົ່າຈາກທຸກພາກສ່ວນໃນ ຄຄອຊ ເຂົ້າຮ່ວມ.

       ທ່ານ ແກ້ວວີສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນຫົວໜ້າກອງເລຂາ ຄຄອຊ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ ເວົ້າລວມ ເວົ້າສະເພາະ ວຽກງານການສ້າງນິຕິກຳໃນການຄຸ້ມຄອງ ແລະ ພັດທະນາອິນເຕີເນັດໃນ ສປປ ລາວ ສໍາລັບ

ໃນໄລຍະ 2 ປີ ຜ່ານມາ ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງໃນທົ່ວໂລກ ໂດຍສະເພາະຕໍ່ດ້ານເສດຖະກິດ ເຮັດໃຫ້ຫຼາຍກິດຈະການ ແລະ ທຸລະກິດຖືກຢຸດຊະງັກ ແຕ່ກົງກັນຂ້າມມັນກໍ່ໄດ້ເຮັດໃຫ້ເກີດມີເສດຖະກິດໃໝ່ຫຼາຍຮູບແບບ ສະເພາະຢູ່ພາຍໃນ ສປປ ລາວ ລັດຖະບານກໍຄືຄະນະສະເພາະກິດເພື່ອປ້ອງກັນຄວບຄຸມພະຍາດໂຄວິດ-19 ໄດ້ອອກຄຳສັ່ງແນະນຳ ແລະ ມາດຕະການຜ່ອນຜັນ ເຊິ່ງເປັນຊ່ວງໄລຍະການເຝົ້າລະວັງ ແລະ ການສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດມີການດຳລົງຊີວິດຮູບແບບໃໝ່ປົກກະຕິ ຫຼື New Normal ທີ່ຍັງໄດ້ສືບຕໍ່ ເຮັດມີການນໍາໃຊ້ໄອຊີທີ ແລະ ເຕັກໂນໂລຊີດິຈິຕອນ ຫຼາຍຂຶ້ນ ໂດຍສະເພາະການສື່ສານ ການຕິດຕາມຂໍ້ມູນຂ່າວສານຜ່ານອິນເຕີເນັດ ລວມທັງການຊື້-ຂາຍ ເຄື່ອງໃຊ້ ແລະ ການສັ່ງອາຫານການກິນ ຜ່ານທາງອອນລາຍຫຼາຍຂຶ້ນ ມີການເຮັດວຽກຮູບແບບໃໝ່ ເປັນຕົ້ນການປະຊຸມທາງໄກແບບອອນລາຍ ຊ່ວຍເຮັດໃຫ້ປະຫຍັດງົບປະມານ ແລະ ເວລາ ແຕ່ເມື່ອຜ່ານໄລຍະເວລາໃດໜຶ່ງ ສິ່ງໃໝ່ໆເຫຼົ່ານັ້ນໄດ້ກາຍເປັນອັນລຶ້ງເຄີຍໃນການດຳລົງຊີວິດ ແລະ ການເຮັດວຽກຂອງທົ່ວສັງຄົມ ເຮັດໃຫ້ພວກເຮົາຫຍັບເຂົ້າໃກ້ການຫັນເປັນດິຈິຕອນແບບບໍ່ຮູ້ໂຕ ເຊິ່ງເຫຼົ່ານີ້ກໍ່ແມ່ນສ່ວນໜຶ່ງຂອງໝາກຜົນການເຮັດວຽກ ແລະ ການຊີ້ນຳ-ນຳພາຂອງ ຄຄອຊ ໃນວຽກງານການສ້າງ ແລະ ປັບປຸງ ລະບົບໂຄງລ່າງພື້ນຖານ ແລະ ການຄຸ້ມຄອງ ດ້ານໂທລະຄົມມະນາຄົມ ອິນເຕີເນັດ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຕັກໂນໂລຊີດິຈິຕອນ ຄວາມປອດໄພທາງໄຊເບີເປັນຕົ້ນ.

    ຄຄອຊ ໄດ້ວາງທິດທາງ ແຜນການໃນ 5 ປີ ຕໍ່ໜ້າ ໂດຍອີງໃສ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດໄລຍະ 20 ປີ (2021-2040) ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດໄລຍະ 10 ປີ (2021-2030) ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດໄລຍະ 5 ປີ (2021-2025) ພ້ອມທັງບັນດາໝາກຜົນໃນການຈັດຕັ້ງປະຕິບັດວຽກງານຂອງ ຄຄອຊ ໃນໄລຍະ 5 ປີ ຜ່ານມາ ແລະ ບັນດາໜ້າວຽກທີ່ຍັງຄົງຄ້າງ ຄຄອຊ ໄດ້ວາງທິດທາງແຜນການຕາມພາລະບົດບາດ ສິດ ແລະ ໜ້າທີ່ໃນການຊີ້ນຳ ແລະ ປະສານງານກັບກະຊວງ ແລະ ອົງການຕ່າງໆກ່ຽວກັບວຽກງານອິນເຕີເນັດ ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ ຄວາມປອດໄພດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານໃຫ້ມີຄວາມຮັບປະກັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮອ້ຍຂອງສັງຄົມ ໂດຍຈະສຸມໃສ່ສ້າງ ແລະ ປັບປຸງ ບັນດານິຕິກຳທີ່ຈຳເປັນ ພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ ເພື່ອສົ່ງເສີມ ແລະ ພັດທະນາໂຄງລ່າງພື້ນຖານທາງເຕັກໂນໂລຊີດິຈິຕອນ ການຕິດຕາມກວດກາ ແລະ ຕອບຕ້ານຫາງສຽງໃນສື່ສັງຄົມອອນລາຍ ການຫັນເປັນລັດຖະບານດິຈິຕອນ ການຫັນເປັນເສດຖະກິດດິຈິຕອນ ການຫັນການຈັດເກັບລາຍຮັບ ຄຸ້ມຄອງລາຍຈ່າຍເປັນດິຈິຕອນ ແລະ ການຄຸ້ມຄອງຄວາມປອດໄພທາງດ້ານໄຊເບີ.

# ຂ່າວ-ພາບ: ຂັນທະວີ

error: Content is protected !!