ພາກທຸລະກິດຮ່ວມມືສົ່ງເສີມຊ່າງສີໄມ້ລາຍມືທ້ອງຖິ່ນ

     ເພື່ອເປັນການຊຸກຍູ້ສົ່ງເສີມຊ່າງສີມືທ້ອງຖິ່ນແຕ່ເໜືອຮອດໃຕ້ ຫຼາຍພາກສ່ວນທຸລະກິດປະກອບມີໂຮງແຮມຄຣາວ ພລາຊ່າວຽງຈັນ ອອກພົບຕົກ ເບຍລາວ Yula.la Plan International ຈາກົວ ແລະ ແລນໂຣເວີ້ ໄດ້ຮ່ວມກັນຈັດງານຕະຫຼາດນັດຊາວບ້ານ (Folk Art Market Fair ) ປະຈຳປີ 2022 ຂຶ້ນວັນທີ 25-28 ມີນາ 2022 ຢູ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ມີບັນດາທູດ ແລະ ອົງການຈັດຕັ້ງສາກົນປະຈຳລາວ ນັກທຸລະກິດ ເຈົ້າຂອງໂຮງແຮມ ແລະ ຊາວຄ້າຂາຍຫັດຖະກຳເຂົ້າຮ່ວມ.

     ທ່ານນາງ ແພັດເທຣຍ ປູຢາດ ປະທານໃຫຍ່ໂຮງແຮມຄຣາວ ພລາຊາວຽງຈັນ ໄດ້ກ່າວວ່າ:  ການຈັດງານຕະຫຼາດນັດຊາວບ້ານຄັ້ງນີ້ ເພື່ອສ້າງໂອກາດ ແລະ ສ້າງລາຍໄດ້ໃຫ້ກັບຊ່າງຝີມືລາວທ້ອງຖິ່ນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ແລະ ເພື່ອສ້າງຄ່ານິຍົມໃຫ້ແກ່ຄົນລາວພາຍໃນປະເທດຫັນມາຊົມໃຊ້ສິນຄ້າລາວໃຫ້ນັບມື້ຫຼາຍຂຶ້ນ ເຊິ່ງພາຍໃນງານໄດ້ຈັດໃຫ້ມີຫຼາຍກິດຈະກຳ ເປັນຕົ້ນມີການເດີນແບບ ຈັດໂດຍຫ້ອງເສື້ອຫັດຖະກຳລະດັບຕົ້ນໆຂອງລາວ ມີຄື: Ock Pop Tock Taibaan  Ministry of Silk Khang and Tam ເພື່ອນຳສະເໜີວິວັດທະນາການຂອງຜ້າໄໝລາວຈາກສະໄໝບູຮານສູ່ຍຸກປັດຈຸບັນ ເຖິງຢ່າງໃດກໍຕາມ ເພື່ອຮັກສາມາດຕະການຮັກສາໄລຍະຫ່າງ ແລະ ຄວາມປອດໄພໃນປັດຈຸບັນທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງນັນ ພິທີເປີດງານ ແລະ ການເດີນແບບນັ້ນໄດ້ຈຳກັດສະເພາະແຂກທີ່ມີປີ້ເຂົ້າຊົມເທົ່ານັ້ນ ໃນຂະນະແຂກທີ່ບໍ່ມີປີ້ນັ້ນ ແມ່ນໄດ້ຮັບຊົມຜ່ານການຖ່າຍທອດສົດອອນລາຍ ເຊິ່ງຜູ້ທີ່ມີໂອກາດເຂົ້າຮ່ວມງານຄັ້ງນີ້ ໄດ້ຮັບຊົມ ແລະ ຮຽນຮູ້ວີທີການຕ່ຳຜ້າໄໝ ແລະ ຜ້າຝ້າຍເພື່ອແປຮູບໄປເປັນເຄື່ອງປະດັບທີ່ສວຍງາມໜ້າຈັບຕາ ທ່ຽວຊົມເລືອກຊື້ສິນຄ້າ ຮັບປະທານອາຫານ ແລະ ເຄື່ອງດື່ມຕ່າງໆ ແຕ່ເວລາ 17.00-24.00 ໂມງຂອງທຸກວັນ ທີ່ມີທັງການສະແດງເພງສົດແບບ acoustic ແລະ DJ ຕື່ມອີກ ອັນໄດ້ເຮັດໃຫ້ພາຍໃນງານຄັ້ງນີ້ມີບັນຍາກາດມ່ວນຊື່ນ.

# ຂ່າວ-ພາບ: ຂັນທະວີ

error: Content is protected !!