ນາຍົກກໍາປູເຈຍ ສະໜັບສະໜູນໃຫ້ ຫົວເຫວີຍ ນໍາໃຊ້ການຫັນເປັນດີຈີຕອນ

    ທ່ານ ລິນ ປາຍເຟິງ ປະທານຫົວເຫວີຍ ແລະ ປະທານພາກພື້ນອາຊີປາຊີຟິກ ເຂົ້າພົບປະ ສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ ວັນທີ 24 ມີນາ 2022 ຢູ່ວັງສັນຕິພາບ ນະ ຄອນຫຼວງພະນົມເປັນ ເຊິ່ງໄດ້ແລກປ່ຽນຄວາມຄິດເຫັນຫຼາຍຫົວເລື່ອງ ໃນນີ້ມີການພັດທະນາພື້ນຖານໂຄງລ່າງດີຈີຕອນຢູ່ກຳປູເຈຍ ການພັດທະນາພອນສະຫວັນດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ໂທລະຄົມ (ICT) ນະໂຍບາຍດີຈີຕອນແຫ່ງຊາດ ແລະ ອື່ນໆ.

    ທ່ານ ລິນ ປາຍເຟິງ ໄດ້ສະແດງຄວາມຂອບໃຈທ່ານນາຍົກລັດຖະມົນຕີກໍາປູເຈຍ ທີ່ໄດ້ໃຫ້ການສະໜັບສະໜູນບໍລິສັດຕະຫຼອດ 23 ປີຜ່ານມາ ພ້ອມທັງໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ໃຫ້ບໍລິສັດ ຫົວເຫວີຍ ເຂົ້າຮ່ວມໃນການພັດທະນາອຸດສາຫະກຳ ICT ການຮ່ວມມືຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ ເສດຖະກິດດີຈີຕອນຂອງກຳປູເຈຍ ໄດ້ເຕີບໂຕຢ່າງຫຼວງຫຼາຍ ກຳປູເຈຍເປັນອັນດັບ 1 ໃນປະເທດສະມາຊິກອາຊຽນ ໃນດ້ານການນຳໃຊ້ຂໍ້ມູນມືຖື ຍິ່ງໄປກວ່ານັ້ນ ກຳປູເຈຍ ຍັງໄດ້ນຳໃຊ້ ICT ເກືອບທຸກຂະແໜງການ ຫົວເຫວີຍ ມຸ່ງໝັ້ນທີ່ຈະປະກອບສ່ວນໃນການພັດທະນາ ICT ຂອງກຳປູ ເຈຍ ໂດຍຜ່ານການພັດທະນາຊັບພະຍາກອນມະນຸດ ນຳເອົາເຕັກໂນໂລຊີຫຼ້າສຸດມາໃຫ້ກຳປູເຈຍ ແລະ ສ້າງພື້ນຖານໂຄງລ່າງດ້ານດີຈີຕອນ ເພື່ອເຊື່ອມຕໍ່ເຕັກໂນໂລຊີກັບປະຊາຊົນຢ່າງປອດໄພ ແລະ ເຊື່ອຖືໄດ້ ນອກນີ້ທ່ານ ລິນ ປາຍເຟິງ ຍັງໄດ້ບັນຍາຍກ່ຽວກັບຜົນການເງິນຫຼ້າສຸດຂອງກຸ່ມບໍລິສັດ ຫົວເຫວີຍ ຜົນສຳເລັດດ້ານ 5G ໃນທົ່ວໂລກ ເຊັ່ນດຽວກັນກັບການຈ້າງງານຂອງຫົວເຫວີຍ ແລະ ຄວາມພະຍາຍາມໃນການປູກ ຝັງພອນສະຫວັນດ້ານ ICT ໃນກຳປູເຈຍ.

    ໂອກາດນີ້ ສົມເດັດ ຮຸນ ເຊນ ກໍໄດ້ສະແດງຄວາມຂອບໃຈຫົວເຫວີຍ ແລະ ທ່ານ ລິນ ປາຍເຟິງ ທີ່ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນໃນການພັດທະນາເສດຖະກິດດີຈີຕອນ ແລະ ພື້ນຖານໂຄງລ່າງດີຈີຕອນຂອງກຳປູເຈຍ.

 (ສະບາໄພ 25/3/2022)

error: Content is protected !!