ຍີ່ປຸ່ນຊ່ວຍອຸປະກອນຫ້ອງທົດລອງໃຫ້ຄະນະວິສະວະກໍາສາດມະຫາວິທະຍາໄລແຫ່ງຊາດ

    ພິທີເຊັນສັນຍາຮັບເອົາການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ສໍາລັບໂຄງການປັບປຸງສິ່ງອໍານວຍຄວາມສະດວກ ແລະ ອຸປະກອນຫ້ອງທົດລອງປະຕິບັດຕົວຈິງໃນຄະນະວິສະວະກໍາສາດ ມະຫາ ວິທະຍາໄລແຫ່ງຊາດ ຈັດຂຶ້ນວັນທີ 25 ມີນາ 2022 ທີ່ກົມຮ່ວມມືສາກົນ ກະຊວງແຜນການ ແລະການລົງທຶນ ຕາງໜ້າຮ່ວມລົງນາມຝ່າຍລາວ ແມ່ນທ່ານ ນາງ ສີສົມບູນ ອູນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ NAGASE Toshio ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີ ພິຍານ.

    ໂຄງການປັບປຸງສິ່ງອໍານວຍຄວາມສະດວກ ແລະ ອຸປະກອນຫ້ອງທົດລອງປະຕິບັດຕົວຈິງໃນ ຄະນະວິສະວະກໍາສາດມະຫາວິທະຍາໄລແຫ່ງຊາດ ” (The Project for Improvement of Facilities and Laboratory Equipment at the Faculty of Engineering National University of Laos) ມີມູນຄ່າ 2.105.000.000 ເຢນ ປະມານ 19 ລ້ານໂດລາສະຫະລັດ  ປະມານ 221,2 ຕື້ກີບ ຈະເລີ່ມປະຕິບັດ ນັບຕັ້ງແຕ່ເດືອນມີນາ 2022 ຈົນເຖິງເດືອນທັນວາ 2026.

    ຈຸດປະສົງຂອງໂຄງການ ແມ່ນເພື່ອປັບປຸງສະພາບແວດລ້ອມຂອງການສຶກສາ ການຄົ້ນຄວ້າ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ໂດຍການຍົກລະດັບສິ່ງອໍານວຍຄວາມສະດວກໃຫ້ແກ່ວຽກງານການສຶກສາ/ການຄົ້ນຄວ້າ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດດ້ານວິສະວະກໍາ ເພື່ອຕອບສະໜອງຄວາມຕ້ອງການຂອງອຸດສາຫະກໍາໃນ ສປປ ລາວ.

# ຂ່າວ – ພາບ : ບຸນມີ

error: Content is protected !!