ມອບລາງວັນກິດຈະກໍາແຂ່ງຂັນຮ້ອງເພງບຸນຄຸນພັກ

    ທ່ານນາງ ສຸມາລີ ທໍາມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ມອບລາງວັນກິດຈະກໍາແຂ່ງຂັນຮ້ອງເພງບຸນຄຸນພັກ ເນື່ອງໃນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22/3/1955-22/3/2022) ວັນທີ 25 ມີນາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍມີນ້ອງນັກຮຽນ ຄູອາ-ຈານ ແລະ ຜູປົກຄອງເຂົ້າຮ່ວມ.

   ສໍາລັບການຈັດກິດຈະກໍາແຂ່ງຂັນ ແມ່ນໄດ້ເລີ່ມຮັບສະໝັກແຕ່ວັນທີ 1-21 ມີນາ 2022 ແລະ ປະກາດຜົນວັນທີ 22 ມີນາ 2022 ເຊິ່ງຜູ້ທີ່ຊະນະໄດ້ຮັບລາງວັນທີ 1 ເຍົາວະຊົນຈາກໂຮງຮຽນເຄເອັນຊີ ເມືອງຫາດຊາຍຟອງ ໄດ້ຮັບເງິນສົດ 3 ແສນກີບ ລາງວົນທີ 2 ເຍົາວະຊົນຈາກໂຮງຮຽນມັດທະຍົມຕົ້ນໂນນຄໍ້ ໄດ້ຮັບເງິນສົດ 2 ແສນກີບ ແລະ ລາງວັນທີ 3 ເຍົາວະຊົນຈາກໂຮງຮຽນມັດທະຍົມສົມບູນສຶກສາພົງສະຫວັນ ໄດ້ຮັບເງິນສົດ 1 ແສນກີບ.

     ໂອກາດນີ້ທ່ານ ນາງ ສຸມາລີ ທໍາມະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທັງສາມໂຮງຮຽນທີ່ສາມາດຍາດມາໄດ້ລາງວັນໃນຄັ້ງນີ້ ພ້ອມນັ້ນຍັງໄດ້ເນັ້ນໃຫ້ນ້ອງນ້ອຍເຍົາວະຊົນໄດ້ເອົາໃຈໃສ່ສືບຕໍ່ປົກປັກຮັກສາມູນເຊື້ອ ແລະ ມີການພັດທະນາຕົນເອງໄປເລື້ອຍໆ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!