3 ປີ ການບໍລິການຂໍ້ມູນອຸຕຸກະສາດ (LaCSA)

    ກອງປະຊຸມຄົບຮອບ 3 ປີ ຂອງການບໍລິການຂໍ້ມູນອຸຕຸກະສາດ (LaCSA) ໃນ ສປປ ລາວ ຈັດຂຶ້ນວັນທີ 22 ມີນາ 2022 ທີ່ໂຮງແຮມດອນຈັນພຣາເລດ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານຂອງທ່ານ ຈັນທະເນດ ບຸບຜາ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີທ່ານ ນາງ Sara Sekkenes ຜູ້ປະສານງານຂອງອົງການສະຫະປະຊາຊາດ ພ້ອມພະນັກງານ-ວິຊາການ ແລະ ຊ່ຽວຊານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຈັນທະເນດ ບຸບຜາ ກ່າວວ່າ: ໄລຍະ 3 ປີຜ່ານມາ ຂອງການຈັດຕັ້ງປະຕິບັດຂໍ້ມູນອຸຕຸກະສາດ LaCSA ໃນລະບົບອຸຕຸນິຍົມກະເສດດິຈິຕອນຂອງ ສປປ ລາວ LaCSA ໄດ້ເຂົ້າເຖິງຊາວກະສິກອນຫຼາຍກວ່າ 100.000 ຄົນໃນຂອບເຂດທົ່ວປະເທດ ໂດຍໂຄງການຕ່າງໆຂອງອົງການສະຫະປະຊາຊາດ ແລະ ອື່ນໆ LaCSA ໄດ້ເຜີຍແຜ່ຜ່ານກຸ່ມຊາວກະສິກອນ ໂທລະໂຄ່ງ ແລະ ໂປສເຕີຕິດໃນໂຮງຮຽນ ໂດຍບໍ່ນັບເຖິງການອອກອາກາດທາງໂທລະພາບປະຈໍາອາທິດ ເຟສບຸກ ແລະ ວິທະຍຸ ເພື່ອຂະຫຍາຍການນຳໃຊ້ເຄື່ອງມື LaCSA ໃຫ້ຖືກວິທີ ອົງການອາຫານ ແລະ ການກະເສດ (FAO) ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຜະລິດຄູ່ມືການເຝິກອົບຮົມອຸຕຸນິຍົມວິທະຍາສຳລັບພະນັກງານສົ່ງເສີມຊາວກະສິກອນໃນ ສປປ ລາວ ປັດຈຸບັນ ແມ່ນໄດ້ເປີດເປັນສາທາລະນະອອນລາຍ ລວມທັງເວັບໄຊ ແລະ ທາງໂທລະສັບມືຖື ມີທັງພາສາອັງກິດ ແລະ ພາສາລາວ. ບົດຮຽນທີ່ໄດ້ຮັບຈາກການນຳໃຊ້ຕົວຈິງໃນ 3 ປີຜ່ານມາ  ປະມານ  78% ຂອງຊາວກະສິກອນ  ໃນບ້ານເປົ້າໝາຍຂອງໂຄງການ ໄດ້ຮັບຟັງຂ່າວສະພາບອາກາດໃນ LaCSA ບົດກໍລະນີສຶກສາໄດ້ສະແດງໃຫ້ເຫັນວ່າ ຜູ້ຮັບຟັງ 85% ຂອງຊາວກະສິກອນ ໄດ້ປ່ຽນແປງວິທີການຂອງເຂົາເຈົ້າຍ້ອນ LaCSA ເຊິ່ງຊາວກະສິກອນໄດ້ຫັນມານໍາໃຊ້ຝຸ່ນທີ່ເປັນນະວັດຕະກໍາໃໝ່ ຫຼື ແນວທາງການປະຕິບັດໃນການຄວບຄຸມສັດຕູພືດ ຫຼື ປ່ຽນແນວພັນພືດທີ່ຈະປູກ ແລະ ປັບປຸງຂະບວນການຊົນລະປະທານໃຫ້ເໝາະສົມ ທັງໝົດນັ້ນ ມັນສະແດງໃຫ້ເຫັນວ່າ LaCSA ສາມາດນໍາໃຊ້ເປັນຂໍ້ມູນເສີມສໍາລັບການບໍລິການເຜີຍແຜ່ໄດ້ຢ່າງງ່າຍດາຍ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!