ຄຍປປ ສປນວ ລົງເຄື່ອນໄຫວວຽກງານຕິດຕາມກວດກາ

    (ສພຊ) ທ່ານ ບຸນທາມ ພຸດທະວົງສາ ກຳມະການພັກ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຜູ້ຊີ້ນໍາວຽກງານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ຄຍປປ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດລັດຖະທຳມະນູນ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂົງເຂດວຽກງານຍຸຕິທຳ ແລະ ປ້ອງກັນຄວາມສະຫງົບ ໃນລະຫວ່າງວັນທີ 15 ມີນາ ຫາ ວັນທີ 06 ເມສາ 2022 ນີ້.

    ນັບແຕ່ວັນທີ 15 ຫາ 24 ມີນາ 2022 ຄະນະດັ່ງກ່າວໄດ້ລົງເຄື່ອນໄຫວທັງໝົດ 08 ຈຸດ ໃນນັ້ນ ໄດ້ລົງເຄື່ອນໄຫວຢູ່ອົງການໄອຍະການເຂດ ແລະ ສານປະຊາຊົນ ເຂດ 1 ເຂດ 2 ເຂດ 3 ກອງບັນຊາການ ປກສ ເມືອງ ແລະ ຫ້ອງການຍຸຕິທໍາເມືອງ 05 ເມືອງ ຄື: ເມືອງນາຊາຍທອງ ເມືອງສີໂຄດຕະບອງ ເມືອງສັງທອງ ເມືອງໄຊທານີ ແລະ ເມືອງປາກງື່ມ. 

    ການລົງເຄື່ອນໄຫວຄັ້ງນີ້  ແມ່ນເພື່ອຮັບຟັງການລາຍງານຜົນສຳເລັດການເຄື່ອນໄຫວວຽກງານຂອງແຕ່ລະພາກສ່ວນໃນໄລຍະຜ່ານມາ ພ້ອມທັງເປັນການຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານໃນຂົງເຂດຍຸຕິທຳ ແລະ ປ້ອງກັນຄວາມສະຫງົບ ແລະ ເພື່ອເປັນການເກັບກຳຄຳຄິດຄຳເຫັນ ຄຳສະເໜີຂອງພາກສ່ວນກ່ຽວຂ້ອງ ຕໍ່ກັບບັນຫາຂໍ້ສະດວກ ຂໍ້ຫຍຸ້ງຍາກໃນການເຄື່ອນໄຫວວຽກງານ ເຊິ່ງແຕ່ລະພາກສ່ວນກໍໄດ້ມີບາງຄຳຄິດເຫັນຕໍ່ຄະນະລົງເຮັດວຽກ ຄື: ສະເໜີໃຫ້ແກ້ໄຂບັນຫາຄ້າຍຄຸມຂັງແອອັດ  ຂໍໃຫ້ມີການຈັດສັນງົບປະມານໃນການເຄື່ອນໄຫວວຽກງານຂອງອົງການໄອຍະການເພີ່ມຕື່ມ ໂດຍສະເພາະແມ່ນເວລາເຂົ້າຮ່ວມການຕັດສິນຄະດີ ບັນຫາບຸຄະລາກອນຍັງບໍ່ພຽງພໍກັບການປະຕິບັດວຽກງານຕົວຈິງ ບັນຫາພື້ນຖານໂຄງລ່າງ ເປັນຕົ້ນແມ່ນຫ້ອງການຍັງຄັບແຄບ ແລະ ຊຸດໂຊມ ການສະໜອງອຸປະກອນຮັບໃຊ້ທີ່ຈໍາເປັນ ເຊັ່ນ: ຄອມພິວເຕີ ພາຫະນະຮັບໃຊ້… ຍັງຂາດເຂີນ ສະເໜີໃຫ້ພິຈາລະນາເພີ່ມອຳນາດໃນການຕັດສິນຄະດີຂອງສານປະຊາຊົນເຂດ ແລະ ບັນຫາສຳຄັນອື່ນໆອີກຈຳນວນໜຶ່ງ.

    ຈາກນັ້ນ ທ່ານປະທານກອງປະຊຸມ ກໍໄດ້ໂອ້ລົມ ແລະ ມີທິດຊີ້ນຳຕໍ່ບັນດາພາກສ່ວນທີ່ລົງຕິດຕາມຊຸກຍູ້ ໄດ້ນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະແມ່ນຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງ ແລະ ວຽກວິຊາສະເພາະໃຫ້ເປັນໄປຕາມກົດໝາຍຢ່າງເຂັ້ມງວດ ຮັບປະກັນໃຫ້ການປະຕິບັດໜ້າທີ່ຂອງ ປກສ ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ກາຍເປັນອົງການຕຸລາການ ແລະ ປົກປ້ອງລັດຖະທຳມະນູນ ກົດໝາຍ ຢ່າງມີຜົນສັກສິດ ພ້ອມທັງສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງໃນຂົງເຂດຕຸລາການ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

# ນາງ ພອນທິບ ອິນທິລາດ

error: Content is protected !!