ມາດຕະການຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປີ 2022

    ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ລົງຊຸກຍູ້ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2022 ຢູ່ນະຄອນຫຼວງວຽງຈັນ (ນວ) ໃນວັນທີ 23 ມີນາ 2022 ໂດຍມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າກົມ-ຮອງກົມກ່ຽວຂ້ອງອ້ອມຂ້າງກະຊວງການເງິນ ຫົວໜ້າ-ຮອງຫົວໜ້າພະແນກກການເງິນ ຫົວໜ້າ 3 ຂະແໜງສາຍຕັ້ງປະຈໍານະຄອນຫຼວງວຽງຈັນ ແລະ ພະນັກງານຫຼັກແຫຼ່ງຂອງຂະແໜງການເງິນເຂົ້າຮ່ວມ.

    ໂອກາດນີ້ ທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບໂດຍລວມກ່ຽວກັບການຈັດຕັ້ງຜັນຂະຫຍາຍ ໂດຍອີງໃສ່ມະຕິຂອງສະພາແຫ່ງຊາດ ຊຸດທີ IX ມະຕິຂອງລັດຖະບານ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນໄດ້ອອກຂໍ້ຕົກລົງວ່າດ້ວຍການຮັບຮອງ ແລະ ແບ່ງຄວາມຮັບຜິດຊອບຈັດຕັັ້ງປະຕິບັດແຜນຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງນະຄອນຫຼວງວຽງຈັນ ພ້ອມທັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບການຈັດຕັັ້ງປະຕິບັດມາດຕະການວຽກຈຸດສຸມຂອງຂະແໜງການເງິນ ໃນແຜນຜັນຂະຫຍາຍວາລະແຫ່ງຊາດຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໂດຍມອບໃຫ້ບັນດາຂະແໜງການ ແລະ ສາມຂະແໜງສາຍຕັ້ງຜັນຂະຫຍາຍວາລະແຫ່ງຊາດໃຫ້ເປັນອັນລະອຽດ

    ຜ່ານການຈັດຕັ້ງປະຕິບັດແຜນປີ 2022 ສາມາດສັງລວມການຈັດຕັ້ງປະຕິບັດມາຮອດວັນທີ 22 ມີນາ 2022 ດ້ານລາຍຮັບສາມາດປະຕິບັດລາຍຮັບໄດ້ທັງໝົດ 906,76 ຕື້ກີບເທົ່າກັບ 16,26% ຂອງແຜນການປີ ໃນນີ້ ລາຍຮັບພູດສູນກາງປະຕິບັດໄດ້ 589,52 ຕື້ກີບເທົ່າກັບ 14,38% ຂອງແຜນການປີ ລາຍຮັບທ້ອງຖີ່ນ ນວ ປະຕິບັດໄດ້ທັງໝົດ 317,24 ຕື້ກີບເທົ່າກັບ 21,49% ຂອງແຜນການປີ ພ້ອມດຽວກັນນີ້ ສຸມໃສ່ການປັບປຸງກົງຈັກການຈັດຕັ້ງ ຂຸດຄົ້ນແຫຼ່ງລາຍຮັບທີ່ເປັນທ່າແຮງບົ່ມຊ້ອນໃນການເກັບລາຍຮັບ ຜັນຂະຫຍາຍວຽກງານການຂະຫຍາຍຖານລາຍຮັບສ່ວຍສາອາກອນ ແລະ ຂະຫຍາຍລະບົບ TaxRIS ຫັນຫົວໜ່ວຍທຸລະກິດເຂົ້າໃນລະບົບອາກອນມູນຄ່າເພີ່ມ ດຳເນີນວຽກແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ ຄຸ້ມຄອງພະຫະນະລັດບໍລິຫານ ເຂັ້ມງວດການອັດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບຈາກການນໍາເຂົ້າສິນຄ້າປະເພດເຄື່ອງກໍ່ສ້າງ ເຄື່ອງໃຊ້ໄຟຟ້າ ການອັດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບຈາກການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ຊຸກຍູ້ສົ່ງເສີມອໍານວຍຄວາມສະ ດວກດ້ານພາສີ-ອາກອນຕໍ່ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ເຄື່ອງຂອງຕາມຄໍາແນະນໍາຂອງກະຊວງການເງິນ ສະບັບເລກທີ 4490/ກງ ແລະ ຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 4491/ກງ ນໍາອີກດ້ວຍ.

    ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການປະກອບຄຳເຫັນຈາກຫົວໜ້າກົມຕ່າງໆທີ່ມາຈາກກະຊວງການເງິນຍົກໃຫ້ເຫັນແບບແຜນ ວີທີການ ມາດຕະການການຈັດເກັບລາຍຮັບທີ່ຈະເປັນບ່ອນອີງເພື່ອແນໃສ່ການແກ້ໄຂບັນຫາຂໍ້ຄົງຄ້າງໃນປີຜ່ານມາ ແລະ ຖືເອົາບັນຫາກ່ຽວກັບການຜັນຂະຫຍາຍວາລະແຫ່ງຊາດໃນການແກ້ໄຂຄວາມຫຸ້ຍງຍາກທາງດ້ານເສດຖະກິດ-ການເງິນທີ່ຕິດພັນກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນປີ 2022 ສອດ ຄ່ອງກັບເງື່ອນໄຂທ່າແຮງບົ່ມຊ້ອນໃນດ້ານຕ່າງໆ.

    ໃນຕອນທ້າຍກອງປະຊຸມ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຍັງໄດ້ຮ່ວມລົງນາມເຊັນບົດບັນທຶກກ່ຽວກັບບັນດາມາດຕະການຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປີ 2022 ແລະ ການປັບປຸງກົງຈັກການຈັດຕັ້ງຂອງຂະແໜງການເງິນຂັ້ນທ້ອງຖິ່ນຂອງນະຄອນຫຼວງວຽງຈັນ ໂດຍມີບັນດາຫົວໜ້າກົມ-ຮອງກົມກ່ຽວຂ້ອງອ້ອມຂ້າງກະຊວງການເງິນ ຫົວໜ້າ-ຮອງຫົວໜ້າພະແນກກການເງິນຫົວໜ້າ 3 ຂະແໜງສາຍຕັ້ງປະຈໍານະຄອນ ຫຼວງວຽງຈັນເຂົ້າຮ່ວມ.

       # ຂ່າວ – ພາບ : ເພັດສະໝອນ

error: Content is protected !!