ການລະ​ເມີດ​ລະບຽບການເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວມີຄວາມຜິດແທ້ໆ

    ໃນ​ສະພາບ​ເຂົ້າ​ຍາກ​ໝາກ​ແພງ ອັນ​ເນື່ອງ​ມາ​ຈາກ​ການ​ເກີດ​ໄພພິບັດ​ທາງ​ທຳ​ມະ​ຊາດ ​ເກີດ​ພະຍາດ​ລະບາດ​ໜັກໜ່ວງ ​ເຊັ່ນ​ດັ່ງ​ທີ່​ພວກ​ເຮົາ​ປະສົບ​ພົບ​ພໍ້​ໃນ​ໄລຍະ​ຜ່ານ​ມາ ກໍຄື ທີ່​ພວກ​ເຮົາ​ຮູ້​ກັນ​ໃນສະພາບ​ສູ່​ມື້​ນີ້ ຍ້ອນ​ການ​ລະບາດຂອງ​ພະຍາດ​ໂຄ​ໂຣນາ ​ໄວຣັສ ຫຼື ​​ໂຄ​ວິດ 19 ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ເຮົາ​ຕ້ອງການ ​ແຕ່ຍັງ​ຂາດ​ເຂີນບໍ່ວ່າ​ຈະ​ເປັນ ​ເງິນ ຜ້າ​ອັດ​ປາກ ນ້ຳ​ຢາ​ລ້າງ​ມື ອາຫານ​ການ​ກິນ ລວມທັງ​ຢາ​ປິ່ນປົວ​ພະຍາດ​ດັ່ງກ່າວ ​ເຮັດ​ໃຫ້ສັງຄົມ​​ມີ​ຄວາມ​ຕ້ອງ​ການສູງສິ່ງ​ທີ່​ກ່າວ​ມານັ້ນ ​ໄປ​ຄຽງ​ຄູ່​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ສິ່ງ​ທີ່​ຈຳ​ເປັນ ​ແລະ ຮີບ​ດ່ວນ​ຄື​ແນວ​ນັ້ນ ພວກ​ເຮົາ​ກໍ​ໄດ້​ຮັບ​ການ​ຕອບ​ສະໜອງ​ສິ່ງ​ດັ່ງກ່າວ​ທັງ​ຈາກ​ພາກ​ລັດ ​ເອກະ​ຊົນ ນິຕິບຸກຄົນ ​ແລະ ບຸກຄົນ​ຢູ່​ພາຍ​ໃນ ​ແລະ ທັງ​ຈາກ​ຕ່າງປະ​ເທດ ​ເຖິງ​ບໍ່​ທັນ​ພຽງພໍ​ ແຕ່​ກໍ​ສາມາດ​ແກ້​ໄຂ​ສະພາບ​ຄວາມ​ຂາດ​ເຂີນ​ໄດ້​ສ່ວນ​ຫຼວງ​ຫຼາຍ ​ແຕ່​​ສິ່ງ​ທີ່​ສຳຄັນ​ທີ່​ສຸດ ເມື່ອ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ໄດ້​ຮັບ​ການ​ປະກອບສ່ວນ​ແລ້ວ ບັນຫາ​ສຳຄັນຕົ້ນຕໍ​ກໍ​ແມ່ນ ການປົກ​ປັກ​ຮັກສາ ການ​ເກັບ​ມ້ຽນ ການ​ແຈກ​ຢາຍ​ ການ​ສະໜອງ​ສິ່ງ​ເຫຼົ່າ​ນັ້ນ​ໃຫ້​ສັງຄົມ​ ດ້ວຍ​ຄວາມ​ໂປ່​ງ​ໃສ ຍຸຕິ​ທຳ ​ແລະ ທ່ວງທັນ​ກັບ​ເວລາ ທັນ​ກັບ​ສະ​ພາບ​ການ ຖືກ​ຈຸດ ຖືກ​ເປົ້າໝາຍ ຊຶ່ງ​ຜ່ານ​ມາ​ພວກ​ເຮົາ​ກໍ​ຮັບ​ຮູ້​ນຳ​ກັນ​ແລ້ວ​ວ່າ ລັດຖະບານກໍ​ໄດ້​ເອົາ​ໃຈ​ໃສ່​ບັນຫາ​ດັ່ງກ່າວ​ນີ້​ ​ໂດຍ​ສະ​ເພາະ​ແມ່ນ​ຄະນະ​ສະ​ເພາະ​ກິດ​ຂັ້ນ​ສູນ​ກາງ ກໍ​ຄື​ຂັ້ນ​ທ້ອງ​ຖິ່ນ ເພິ່ນ​ກໍໄດ້​ແຈ້ງ​ຂໍ້​ມູນ​ລະອຽດ​ກ່ຽວກັບການ​ຊ່ວຍ​ເຫຼືອ ການ​ແຈກ​ຢາຍ ຊຶ່ງອາດ​ຈະ​ເປັນ​ເງິນ​ກີບ ​ເງິນຕາ​ຕ່າງປະ​ເທດ ​ເຄື່ອງມືອຸປະກອນ​ການ​ແພດ ນ້ຳ​ຢາ​ລ້າງ​ມື ຜ້າ​ອັດ​ປາກ ລວມທັງ​ຢາ​ປິ່ນປົວ​ຜູ້​ທີ່​ໄດ້​ຮັບ​ເຊື້ອ​ພະຍາດ ​ໂຄ​ວິດ 19 ອັນ​ເຮັດ​ໃຫ້​ການ​ຄວບ​ຄຸມ ການ​ແກ້ສະພາບ​ການ​ແພ່​ລະບາດ​ຂອງ​ພະຍາດ​ດັ່ງກ່າວ​ ຄ່ອຍໆ​ໝົດ​ໄປ​ ລວມທັງ​ຜູ້​ທີ່​ເປັນ​ພະຍາດ​ນີ້​ກໍ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້ຄ່ອຍໆຫາ​ຍດີ ​ໂດຍ​ປາສະຈາກ​ການ​ເສຍ​ຊີວິດ ນີ້​ກໍສະ​ແດງ​ໃຫ້​​ເຫັນ​ວ່າ ການ​ວາງ ​ແລະ ການປະຕິບັດ​ມາດ​ຕະການ​ຕ່າງໆຢ່າງ​ເຂັ້ມ​ງວດ​ຂອງ​ໝົດ​ທົ່ວ​ສັງຄົມ​ມີ​ຄວາມ​ເຂັ້ມ​ງວດ ເຮັດ​ໃຫ້​ພວກ​ເຮົາຄ່ອຍໆ​ຫຼຸດ ​ພົ້ນ​ຈາກ​ໄພ​ອັນຕະລາຍ​ຂອງ​ພະຍາດທີ່ພວມ​ລະບາດ​ຢູ່​ທຸກ​ປະ​ເທດ​ໃນ​ໂລກ​​ເທື່ອ​ລະ​ກ້າວເວົ້າ​ລວມ ​ເວົ້າສະ​ເພາະ​ຢູ່​ປະ​ເທດ​ຂອງ​ພວກ​ເຮົາ.

    ເຖິງ​ຢ່າງ​ໃດ​ກໍ​ຕາມ ​ເພື່ອ​ເປັນ​ການ​ກັນ ​ແລະ ສະກັດ​ກັ້ນ​ບັນຫາ​ການ​ສວຍ​ໃຊ້​ອຳນາດ ໜ້າ​ທີ່ ຕຳ​ແໜ່​ງຂອງ​ບາງ​ບຸກຄົນ​​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ໃນ​ສະພາບ​ທີ່​ປະຊາຊົນພວມ​ຕົກ​ຢູ່​​ໃນ​ໄພ​ອັນຕະລາຍ ດັ່ງນັ້ນ ລັດ​ ສປປລາວ ພວກເຮົາ​ຈຶ່ງ​ໄດ້​ກຳນົດມາດ​ຕະການ​ທາງ​ອາ​ຍາ​ເອົາ​ໄວ້​ເພື່ອ​ແກ້​ໄຂ ຫຼື ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ດຳ​ເນີ​ນຄະດີ​ຕໍ່​ບຸກຄົນ​ດັ່ງກ່າວ​ໄວ້​ ໃນ​ມາດຕາ 306 ຂອງ​ປະມວນ​ກົດໝາຍ​ອາຍາ ຊຶ່ງ​ເນື້ອ​ໃນ​ໄດ້​ລະບຸ​ວ່າ: ບຸກຄົນ​ໃດ ຫາກ​ໃຊ້​ອຳ​ນາດ ໜ້າ​ທີ່ ຕຳ​ແໜ່​ງ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ ຫຼື ​ໃຊ້​ສິດ ໜ້າ​ທີ່ ຕຳ​ແໜ່ງ​ເກີນ​ກວ່າ ກົດໝາຍ​ກຳນົດ​ໄວ້ ທີ່​ເປັນ​ການລະ​ເມີດ​ລະບຽບ​ການ    ​ກ່ຽວ​ກັບ​ການ​ບໍລິຈາກ​ເງິນ ​ແລະ ​ເຄື່ອງ​ບັນ​ເທົາ​ທຸກ ຊຶ່ງ​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ ຈະ​ຖືກ​ລົງ​ໂທດ​ຕັດ​ອິດ​ສະລະ​ພາບ​ແຕ່ ສາມ​ເດືອນ ຫາ ສາມ​ປີ ຫຼື ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດ​ສະລະ​ພາບ ​ແລະ ຈະ​ຖືກ​ປັບ​ໃໝ ​ແຕ່ 5.000.000. ກີບ ຫາ 10.000.000 ກີບ. ຕົວຢ່າງ: ທ້າວ ກົນ ​ເປັນ​ຫົວໜ້າ ທັງ​ເປັນ​ຜູ້​ຮັບຜິດຊອບ​ເງິນ ຫຼື ​ເຄື່ອງ​ບັນ​ເທົາ​ທຸກ​ຢູ່​ອົງການ​ໃດ​ໜຶ່ງ ​ແລ້ວ​ຜູ້ກ່ຽວ​ໄດ້​ສວຍ​ໃຊ້​ສິດ​ ​ແລະ ໜ້າ​ທີ່ຂອງ​ຕົນ ​ແບ່ງ​ເອົາ​ເງິນ ຫຼື ​ເຄື່ອງ​ຂອງ​ບັນ​ເທົາ​ທຸກ​ດັ່ງກ່າວ​ໄປ​ນຳ​ໃຊ້ ຫຼື ​ຂາຍ ຫຼື ​ເອົາ​ໄປ​ແຈກ​ຢາຍ​ພັກ​ພວກ ຈູ້​ມ​ເຈື້ອ ຍາດຕິ​ພີ່ນ້ອງ​ຂອງ​ຕົນ​ໂດຍ​ບໍ່​ຖືກຕ້ອງ ຕາມ​ລະບຽບ​ການ ຫຼື ​ເງື່ອນ​ໄຂ​ຂອງ​ການ​ແຈກ​ຢາຍ ຜູ້ກ່ຽວກໍ​ຈະ​ມີ​ຄວາມ​ຜິດ​ຕາມ​ມາດຕາ​ນີ້.

error: Content is protected !!