ທົ່ວໂລກ ລາວຕິດຢູ່ອັນດັບທ້າຍໆຂອງເຊື້ອຮ້າຍໂຄວິດ ຫຼັງ 35 ວັນ ການຕິດເຊື້ອຍັງເປັນ 0

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານສະພາບການຕິດຕາມເຝົ້າລະວັງພະຍາດ COVID-19 ຢູ່ ສປປ ລາວ ປະຈໍາວັນທີ 17 ພຶດສະພາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດ ກະຊວງສາທາລະນະສຸກວ່າ:

    ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງແລງ ຂອງວັນທີ 16 ພຶດສະພາ 2020 ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 2.265 ຄົນ ຈຸດຜ່ານດ່ານລາວ-ໄທ ທັງໝົດ 1.380 ຄົນ ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທທັງໝົດ 15 ຄົນ ເຊິ່ງຜ່ານດ່ານວັງເຕົ່າ ແຂວງຈຳປາສັກ ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຈີນ ທັງໝົດ 16 ຄົນ ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 765 ຄົນ ໃນນັ້ນ ຄົນຫວຽດ 2 ຄົນ ແມ່ນເຂົ້າມາເຮັດວຽກທາງລັດຖະການ ຄົນລາວ 2 ຄົນແມ່ນກັບມາແຕ່ປິ່ນປົວ ໂດຍຜ່ານດ່ານນ້ຳພາວ ແຂວງບໍລິຄຳໄຊ ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ. 

    ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 104 ຄົນ (ໃນນີ້ແຮງງານຄົນຈີນກໍ່ສ້າງທາງດ່ວນ 103 ຄົນ ແລະ ຄົນລາວ 1 ຄົນ ທີ່ຕົກຄ້າງ) ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້ ສຳລັບແຮງງານລາວຈຳນວນ 15 ຄົນ ທີ່ຜ່ານດ່ານວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ແມ່ນມີຖິ່ນຖານມາຈາກແຂວງຈຳປາສັກ 14 ຄົນ ແລະ ສະຫວັນນະເຂດ 1 ຄົນ ແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງ ຈົນກ່ວາຈະຄົບກຳນົດ 14 ວັນ. 

    ການເຝົ້າລະວັງ ແລະ ວິເຄາະໃນວັນທີ 16 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 138 ຄົນ (ຕົວຢ່າງໃໝ່ແມ່ນມີ 27 ຄົນ ສ່ວນ 111 ຄົນທີ່ຈຳກັດບໍລິເວນຢູ່ໂຮງແຮມດອນຈັນພາເລດ ແມ່ນໄດ້ເກັບຕົວຢ່າງໃນຕອນຄ່ຳຂອງວັນທີ 15 ພຶດສະພາ 2020 ແລະ ມາກວດວິເຄາະໃນວັນທີ 16 ພຶດສະພາ 2020) ໃນນັ້ນ ມີກໍລະນີສົງໄສ 6 ຄົນ ແຮງງານລາວທີ່ກັບມາແຕ່ໄທ 21 ຕົວຢ່າງ ແຮງງານຈີນ 110 ຄົນ ແລະ ບຸກຄົນທົ່ວໄປ 1 ຄົນ ກໍລະນີສົງໄສ 6 ຄົນ ແມ່ນມາຈາກ ໄຊສົມບູນ 4 ຄົນ ນະຄອນຫຼວງວຽງຈັນ 1 ຄົນ ແລະ ຄຳມ່ວນ 1 ຄົນ ແຮງງານລາວທີ່ກັບມາຈາກປະເທດໄທ 21 ຕົວຢ່າງ ແຂວງຈໍາປາສັກ 10 ຄົນ ແຂວງສາລະວັນ 5 ຄົນ ແຂວງຫຼວງພະບາງ 2 ຄົນ ແຂວງບໍລິຄຳໄຊ 2 ຄົນ ນະຄອນຫຼວງວຽງຈັນ 1 ຄົນ ແລະ ແຂວງຄໍາມ່ວນ 1 ຄົນ

    ສຳລັບແຮງງານຈີນ 110 ຄົນ ແລະ ບຸກຄົນທົ່ວໄປ 1 ຄົນ ແມ່ນໄດ້ຈຳກັດບໍລິເວນຢູ່ໂຮງແຮມດອນຈັນພາເລດ ຜົນກວດທັງໝົດຂອງມື້ວານນີ້ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 16 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່ ສັງລວມການກວດວິເຄາະແຕ່ເດືອນມັງກອນ ຮອດວັນທີ 16 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4.451  ຕົວຢ່າງ ກວດພົບເຊື້ອສະສົມ  19  ຄົນ (35 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່.

    ການຕິດຕາມຜູ້ເດີນທາງມາຈາກຕ່າງປະເທດ ໂດຍສະເພາະແຮງງານລາວຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆຂອງແຂວງ ປັດຈຸບັນນີ້ ທົ່ວປະເທດມີສູນຈໍາກັດບໍລິເວນທັງໝົດ 91 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 2.416 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ ຍີງ 4 ຄົນ ທັງໝົດເຫັນວ່າມີອາການປົກກະຕິ.

    ໂອກາດນີ້ ທ່ານ ຣັດຕະນະໄຊ ເພັດສຸວັນ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຈົ່ງເພີ່ມທະວີເອົາໃຈໃສ່ 9 ມາດຕະການຜ່ອນຜັນ ແລະ 4 ມາດຕະການທີ່ຈະສືບຕໍ່ປະຕິບັດ ໃຫ້ທຸກພາກສ່ວນໃນສັງຄົມ ຊຸມຊົນ ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ທຳຄວາມເຂົ້າໃຈ ເພື່ອຮ່ວມແຮງຮ່ວມໃຈກັນສືບຕໍ່ຈັດຕັ້ງປະຕິບັດແຈ້ງການສະບັບເລກທີ 580/ຫສນຍ ລົງວັນທີ 15 ພຶດສະພາ 2020 ນີ້ໃຫ້ຖືກຕ້ອງ ແລະ ເຂັ້ມງວດ ໂດຍສະເພາະທຸກໆມາດຕະການທີ່ຜ່ອນຜັນລົງນັ້ນ ຈະຕ້ອງໄດ້ປະຕິບັດວິທີການປ້ອງກັນການຕິດເຊື້ອເປັນຕົ້ນ ການປະຕິບັດຫຼັກການອະນາໄມ ການທໍາຄວາມສະອາດຂ້າເຊື້ອພະຍາດສະຖານທີ່ບໍລິການຕ່າງໆ ການແທກອຸນຫະພູມຮ່າງກາຍ ການລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ໃຊ້ເຈວລ້າງມື ການປະຕິບັດໄລຍະຫ່າງທາງສັງຄົມ ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ທັງໝົດນີ້ໃຫ້ກາຍເປັນຄວາມຊີນເຄີຍໃນການດຳລົງຊີວິດປະຈຳວັນ.

# ຂ່າວ & ພາບ : ບຸນມີ ສີວິໄລ

error: Content is protected !!