ແຈ້ງໂຈະການເປີດການຮຽນ-ການສອນແບບເຊິ່ງໜ້າ ໃຫ້ຈັດການຮຽນ-ການສອນແບບທາງໄກ

    ໃນສະຖານການສຶກສາກ່ອນໄວຮຽນ ແລະ ຊັ້ນປະຖົມ ປີທີ 1 – ປີທີ 4 ໃນເຂດທີ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນຫຼາຍ ຫົວໜ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການໃນວັນທີ 23 ມີນາ 2022 ດັ່ງນີ້:

    1.. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ພະນັກງານ ຄູ-ອາຈານ ທຸກທ່ານ ໃຫ້ມາປະຈໍາການປົກກະຕິ ກໍລະນີີຫ້ອງການມີຄວາມແອອັດ ແລະ ມີຄວາມສ່ຽງໃນການຕິດເຊື້ອພະຍາດ COVID-19 ແມ່ນໃຫ້ຈັດຕັ້ງຜັດປ່ຽນກັນມາປະຈໍາການ ເຮັດວຽກທາງໄກຢູ່ເຮືອນ ການເຂົ້າຮ່ວມກິດຈະກໍາທາງສັງຄົມ ໃຫ້ມີສະຕິລະມັດລະວັງ ແລະ ໃຫ້ທຸກທ່ານສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດ COVID-19 ຢ່າງເຂັ້ມງວດ;

    2. ບໍ່ອະນຸຍາດໃຫ້ຈັດກອງປະຊຸມ ສໍາມະນາ ປາຖະກະຖາ ຝຶກອົບຮົມຕ່າງໆຢູ່ສະຖານທີ່ຕ່າງໆ ໃນຮູບແບບເຊິ່ງໜ້າ ທີ່ມີຜູ້ເຂົ້າຮ່ວມເກີນຈໍານວນ 50 ທ່ານ ໃນກໍລະນີໜ້ອຍກວ່າ 50 ທ່ານ ແມ່ນອະນຸຍາດໃຫ້ຈັດໄດ້ ຫຼື ຫຼຸດຈໍານວນລົງຍິ່ງດີ ໃຫ້ເນັ້ນໃສ່ກອງປະຊຸມທາງໄກເປັນຫຼັກ ແລະ ຕ້ອງຮັບປະກັນວ່າສະຖານທີ່ດັ່ງກ່າວບໍ່ແອອັດ ແລະ ສາມາດຮັກສາໄລຍະຫ່າງໄດ້ຢ່າງໜ້ອຍ 1 ແມັດ ຜູ້ເຂົ້າຮ່ວມກອງປະຊຸມຈະຕ້ອງໄດ້ຮັບການກວດຫາເຊື້ອ COVID-19 ດ້ວຍເຄື່ອງກວດແບບໄວ ທີ່ໄດ້ຮັບການອະນຸມັດຈາກກະຊວງສາທາລະນະສຸກ ຫຼື ກວດດ້ວຍ RT-PCR;

    3. ສະຖານການສຶກສາທີ່ໄດ້ເປີດການຮຽນ-ການສອນ ໃຫ້ສົມທົບກັບຄະນະສະເພາະກິດຂັ້ນທ້ອງຖິ່ນ ເພື່ອປະເມີນຄວາມສ່ຽງຄືນ ແລະ ໃຫ້ພິຈາລະນາການຈັດການຮຽນ-ການສອນຕາມສະພາບຕົວຈິງ ແຕ່ລະທ້ອງຖິ່ນ ແລະ ຕາມການອະນຸມັດຂອງຄະນະສະເພາະກິດຂັ້ນແຂວງ ແລະ ນະຄອນຫຼວງ ແລະ ໃຫ້ປະຕິບັດຕາມ 10 ມາດຕະການ ແລະ 40 ຂໍ້ແນະນຳ ເພື່ອປ້ອງກັນພະຍາດ COVID-19 ຢ່າງເຂັ້ມງວດ

    4. ໃຫ້ໂຈະການເປີດການຮຽນ-ການສອນແບບເຊິ່ງໜ້າ ໃຫ້ຈັດການຮຽນ-ການສອນແບບທາງໄກ ໃນສະຖານການສຶກສາກ່ອນໄວຮຽນ ແລະ ຊັ້ນປະຖົມ ປີທີ 1 – ປີທີ 4 ທັງພາກລັດ ແລະ ເອກະຊົນ ໃນແຂວງ ນະຄອນຫຼວງ ແລະ ໃນເຂດທີ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນຫຼາຍ

    5. ຫ້າມພະນັກງານ ຄູອາຈານ ນັກຮຽນ ນັກສຶກສາ ກິນເຂົ້າຮ່ວມກັນ ແລະ ຫຼີກລ່ຽງການນຳໃຊ້ ຖ້ວຍ ບ່ວງ ຈອກ ແລະ ສິ່ງຂອງ ທີ່ຄາດວ່າຈະເປັນແຫຼ່ງແຜ່ເຊື້ອພະຍາດ COVID-19 ໃນຂອບເຂດຄວາມຮັບຜິດຊອບຂອງແຕ່ລະບ່ອນ.

    6. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງວຽງຈັນ ຊີ້ນຳ-ນຳພາ ນັກຮຽນ-ນັກສຶກສາໃນເກນອາຍຸ ໄດ້ຮັບວັກຊີນປ້ອງກັນພະຍາດ COVID-19 ໃນຂອບເຂດທົ່ວປະເທດ ໃຫ້ບັນລຸໄດ້ຕາມແຜນການຂອງກະຊວງສາທາລະນະສຸກ.

      7. ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ ຜັນຂະຫຍາຍແຈ້ງການສະບັບນີ້ເປັນອັນລະອຽດ ຕິດຕາມ ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ເປັນປົກກະຕິ. ພ້ອມດຽວກັນນີ້ ໃຫ້ຕິດຕາມແຈ້ງການຂອງຄະນະສະເພາະກິດສູນກາງ ແລະ ຂອງທ້ອງຖິ່ນຕົນເປັນປົກກະຕິ.

     8. ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ໃນກໍລະນີທີ່ມີການປ່ຽນແປງ ຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

ຮອງລັດຖະມົນຕີ ຫົວໜ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ.

error: Content is protected !!