ລມຕ ກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ຢ້ຽມຢາມດ່ານສາກົນສິນຄ້າ

    ວັນທີ 23 ມີນາ 2022 ທ່ານ ຫງວຽນ ຈີ່ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ.ຫວຽດນາມ ປະທານຄະນະກຳມະການຮ່ວມມືຫວຽດນາມ-ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມດ່ານສາ ກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຈິສຕິກ ພາກ ຈຳກັດ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຈັນທອນ ສິດທິໄຊ ໄດ້ລາຍງານກ່ຽວກັບຄວາມເປັນມາຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ນວ ວ່າ ເປັນໜຶ່ງໃນໂຄງການພັດທະນາ Laos Logistics Link (LLL) ທີ່ລວມມີ 4 ໂຄງການໃຫຍ່ ຄື:

  1. ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ະຄອນຫຼວງວຽງຈັນ
  2. ທ່າເຮືອຫວຸ້ງອ່າງ ສສ.ຫວຽດນາມ
  3. ເສັ້ນທາງລົດໄຟ ລາວ-ຫວຽດນາມ
  4. ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2000 MV ທີ່ແຂວງຄຳມ່ວນ

    ໂຄງການພັດທະນາ ທ່າບົກທ່ານາແລ້ງ ສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ໃນການຫັນປ່ຽນ ສປປ ລາວ ໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນ ເຊິ່ງຈຸດທີ່ຕັ້ງຍຸດທະສາດ ຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງອາຊຽນ-ສປ ຈີນ-ເອີຮົບ ໂດຍນໍາໃຊ້ໂຄງການເສັ້ນທາງລົດໄຟ ລາວ-ຈີນ.

    ໂຄງການທ່າບົກທ່າແລ້ງ ແລະ ເຂດໂລຈິສຕິກ ນວ ຕັ້ງຢູ່ເຂດທີ່ສໍາຄັນ ແລະ ມີພື້ນທີ່ກວ້າງຂວາງ 382 ເຮັກຕາ ເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງ ທີ່ອຳນວຍຄວາມສະດວກ ບໍ່ວ່າທາງດ້ານໂຄງຮ່າງພື້ນຖານດ້ານການຄົມມະນາຄົມ ທີ່ມີການເຊື່ອມຕໍ່ກັບທ່າບົກ ເສັ້ນທາງລົດໄຟ ລາວ-ໄທ ແລະ ລາວ-ຈີນ ທາງຫຼວງແຫ່ງຊາດ ສະໜາມບິນ ແລະ ສາມາດເຊື່ອມຕໍ່ກັບທ່າເຮືອຫວຸ້ງອ່າງ ສສ.ຫວຽດນາມ ໃນອານາຄົດ ແລະ ໂຄງການຍັງເປັນເຂດໂລຈິສຕິກຄົບວົງຈອນຂອງນະຄອນຫຼວງວຽງຈັນພຽງແຫ່ງດຽວທີ່ລວມເອົາ 5 ເຂດສຳຄັນໄວ້ໃນຈຸດດຽວກັນຄື:

  1. 1.ສາງເກັບນໍ້າມັນ
  2. ເຂດໂລຈິສຕິກ ມີບັນດາບໍລິການຫຼັກເຊັ່ນ ການບໍລິການສາງເກັບຮັກສາສິນຄ້າ ແລະ ສູນແຈກຢາຍສິນຄ້າ ຜ່ານສິ່ງອຳນວຍຄວາມສະດວກຕ່າງໆ
  3. ເຂດການຄ້າເສລີ ຈະມີເຂດຜະລິດຕະພັນອຸດສາຫະກຳ ເຂດເຕັກໂນໂລຊີ ເຂດສຳນັກງານຫ້ອງການ ພື້ນທີ່ຕຶກອາຄານສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂດການຄ້າ
  4. ທ່າບົກທ່ານາແລ້ງ ເປັນສູນກາງຄ່ຽນຖ່າຍສິນຄ້າ ເປັນດ່ານສາກົນສຳລັບການຂົນສົ່ງສິນຄ້າເຂົ້າ-ອອກ ຜ່ານແດນ ໂດຍມີບັນດາອົງປະກອບຂອງລະບົບສາງພາສີປະເພດຕ່າງໆຄົບວົງຈອນ
  5. ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກ ເປັນເຂດທີ່ທັນສະໄໝ ມີສະພາບແວດລ້ອມໃນການດຳເນີນທຸລະກິດ ທີ່ສາມາດແຂ່ງຂັນໄດ້ ແລະ ສາມາດກາຍເປັນສູນກາງການສົ່ງອອກສິນຄ້າໄປສູ່ຕະຫຼາດອາຊຽນ ແລະ ທົ່ວໂລກ ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກຈະເປັນຈຸດໝາຍປາຍທາງພິເສດແກ່ບັນດາບໍລິສັດສົ່ງອອກໃນພາກພື້ນ ທີ່ຕ້ອງການເຄື່ອນຍ້າຍການຜະລິດໄປສູ່ຈຸດຍຸດທະສາດທີ່ຈະຊ່ວຍໃນການຫຼຸດຕົ້ນທຶນການຂົນສົ່ງ ແລະ ເວລາ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!