ໂຮງງານຜະລິດຝຸ່ນບົ່ມຈາກສິ່ງເສດເຫຼືອມາເປັນຊັບພະຍາກອນ ໄດ້ເປີດນໍາໃຊ້ຢ່າງເປັນທາງການ

    ພິທີເປີດນໍາໃຊ້ໂຮງງານຜະລິດຝຸ່ນບົ່ມຈາກສິ່ງເສດເຫຼືອມາເປັນຊັບພະຍາກອນ ແລະ ມອບ-ຮັບລົດຂີ້ເຫຍື້ອໄຟຟ້າອັດສະລິຍະ ທີ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອລ້າຈາກສະຖາບັນເຕີບໂຕໂລກສີຂຽວ (GGGI) ແລະ ອົງການກອຍກາ (KOICA) ສ. ເກົາຫຼີ ຈັດຂຶ້ນວັນທີ 23 ມີນາ 2022 ທີ່ບ້ານນາໄຫ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ອິນມູຮົງ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳລາວ ພ້ອມດ້ວຍຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ຮອງເຈົ້າເມືອງ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ລາຍງານຄວາມເປັນມາຂອງໂຄງການສ້າງຄວາມອາດສາມາດໃນການຄຸ້ມຄອງຂີ້ເຫຍື້ອເພື່ອປັບປຸງສະພາບແວດລ້ອມຕົວເມືອງໃຫ້ມີຄວາມສະອາດຈົບງາມ ແລະ ຮູ້ນຳໃຊ້ຂີ້ເຫຍື້ອມາເປັນຊັບພະຍາກອນວ່າ: ໃນປີ 2017 GGGI ໄດ້ແຈ້ງເຈດຈໍານົງເຖິງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ກ່ຽວກັບການຮ່ວມມື ແລະ ສຶກສາຄວາມເປັນໄປໄດ້ໃນກອບວຽກງານເຕີບໂຕສີຂຽວໃນຂະແໜງການຈັດການຂີ້ເຫຍື້ອ ແລະ ບໍາບັດນໍ້າເປື້ອນ ໂດຍການຊ່ວຍເຫຼືອລ້າຈາກອົງການ KOICA  ສ ເກົາຫຼີ ມີມູນຄ່າລວມທັງໝົດ 6,78 ລ້ານໂດລາສະຫະລັດ ໃນເດືອນກໍລະກົດ 2019 ໄດ້ມີພິທີເຊັນບົດບັນທຶກການສົນທະນາ 3 ຝ່າຍ ຄື: ກົມແຜນການ ແລະ ການຮ່ວມມື ກະຊວງ ຍທຂ ອົງການ KOICA ແລະ GGGI ໃນເດືອນທັນວາ 2020 ໄດ້ເປີດກອງປະຊຸມລິເລີ່ມການຈັດຕັ້ງປະຕິບັດໂຄງການສ້າງຄວາມອາດສາມາດຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອ ສໍາລັບປັບປຸງສະພາບແວດລ້ອມຕົວເມືອງໃນ ສປປ ລາວ ໂດຍມີຈຸດປະສົງສ້າງແຜນຍຸດທະສາດ ແລະ ແຜນດໍາເນີນງານການຄຸ້ມຄອງຂີ້ເຫຍື້ອແບບຍືນຍົງຂອງນະຄອນຫຼວງວຽງຈັນ ສ້າງທະນາຄານຂີ້ເຫຍື້ອຣິໄຊເຄີນຢູ່ໂຮງຮຽນປະຖົມ ມ. ຕົ້ນ ແລະ ມ. ປາຍ ໃນເມືອງສີໂຄດຕະບອງ ນຳໃຊ້ຂີ້ເຫຍື້ອທີ່ຍ່ອຍສະຫຼາຍໄດ້ ມາຜະລິດເປັນຝຸ່ນຊີວະພາບ ນຳໃຊ້ຮູບແບບຈັດເກັບມ້ຽນຂີ້ເຫຍື້ອທີ່ເປັນລະບົບຢູ່ 3 ບ້ານທົດລອງຄື: (ໜອງບົວທອງເໜືອ ດົງນາໂຊກໃຕ້ ແລະ ບ້ານປາກທ້າງ) ເຂດເມືອງສີໂຄດຕະບອງ.

    ນັບແຕ່ເລີ່ມຈັດຕັ້ງປະຕິບັດໂຄງການມາຮອດປັດຈຸບັນ ພວກເຮົາແມ່ນໄດ້ເຮັດສຳເລັດບາງໜ້າວຽກເປັນຕົ້ນ  ສໍາເລັດສ້າງແຜນຍຸດທະສາດ ແລະ ແຜນດໍາເນີນງານການຄຸ້ມຄອງຂີ້ເຫຍື້ອແບບຍືນຍົງຂອງ ນະຄອນຫຼວງວຽງຈັນ ປີ 2021-2030 ສ້າງທະນາຄານຂີ້ເຫຍື້ອຣິໄຊເຄີນຢູ່ໂຮງຮຽນເປົ້າໝາຍ 10 ໂຮງຮຽນ ພ້ອມທັງມອບປື້ມທະນາຄານຂີ້ເຫຍື້ອ ອຸປະກອນໃສ່ແກ້ວເປົ່າໃຫ້ແກ່ໂຮງຮຽນ ນອກນັ້ນ ຍັງໄດ້ເຜີຍແຜ່ກິດຈະກໍາການຄັດແຍກແກ້ວ ແລະ ໄດ້ປະສານຫາບໍລິສັດ ເກັບຊື້ແກ້ວໃຫ້ກັບໂຮງຮຽນ ເຊິ່ງສາມາດຂາຍແກ້ວໄດ້ທັງໝົດ 2,5 ໂຕນ ສໍາເລັດການລົງເຜີຍແຜ່ປູກຈິດສໍານຶກວຽກງານການຄັດແຍກຂີ້ເຫຍື້ອໃຫ້ແກ່ປະຊາຊົນ 3 ບ້ານ ຫຼາຍກວ່າ 1.500 ຄອບຄົວ ສ້າງໂຮງບົ່ມຝຸ່ນຊີວະພາບເພື່ອຮອງຮັບການຄັດແຍກຂີ້ເຫຍື້ອປຽກທີ່ມີປະລິມານ 5 ໂຕນຕໍ່ມື້ ທີ່ມາຈາກບ້ານທົດລອງຂອງໂຄງການ ແລະ ຕະຫຼາດຈຳນວນໜຶ່ງສຳເລັດ 100% ໂຄງການໄດ້ສະໜອງຖັງຂີ້ເຫຍື້ອສຳລັບຂີ້ເຫຍື້ອປຽກ ແລະ ຂີ້ເຫຍື້ອແຫ້ງໃຫ້ແກ່ຄົວເຮືອນຄື ຖັງ 7 ລິດ ແລະ ຖັງ 120 ລິດ ໃຫ້ຄົວເຮືອນຈຳນວນ 1.535 ຄົວເຮືອນ ນອກນີ້ ຍັງໄດ້ນໍາໃຊ້ລົດຂົນສົ່ງຂີ້ເຫຍື້ອອັດສະລິຍະຂະໜາດ 2,5 ແມັດກ້ອນ ຈໍານວນ 4 ຄັນ ເພື່ອຮັບໃຊ້ການຂົນຂີ້ເຫຍື້ອຢູ່ຕາມທາງຮ່ອມທີ່ລົດຂະໜາດໃຫຍ່ເຂົ້າບໍ່ເຖິງ ເພື່ອອໍານວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນໄດ້ເຂົ້າເຖິງການບໍລິການ ໂຄງການໄດ້ລົງຊຸກຍູ້ໃຫ້ກັບບັນດາຮ້ານອາຫານ ໂຮງແຮມ ຕະຫຼາດໄດ້ເຂົ້າຮ່ວມໂຄງການຄັດແຍກຂີ້ເຫຍື້ອປຽກ ຄາດວ່າຈະມີປະມານ 8-10 ໂຕນຕໍ່ມື້ ເພື່ອນໍາໄປຜະລິດເປັນຝຸ່ນຊີວະພາບໄດ້ຊ່ວຍຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ສ້າງນິຕິກຳລຸ່ມກົດໝາຍກ່ຽວກັບລະບຽບການຄຸ້ມຄອງບໍລິຫານຈັດການຂີ້ເຫຍື້ອແບບຍືນຍົງ ຄາດວ່າຈະສຳເລັດໃນໄວໆນີ້.

# ຂ່າວ – ພາບ : ຂັນທະວີ

error: Content is protected !!