34 ວັນແລ້ວ ທີ່ກວດບໍ່ພົບຜູ້ຕິດເຊື້ອ COVID-19 ຢູ່ລາວເພີ່ມ

    ທ່ານ ດຣ ຣັຕຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້​ຖະແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ ວັນ​ທີ 16 ພືດ​ສະພາ 2020 ຢູ່​ສູນ​ປະ​ຕິ​ບັດ​ງານ​ຄະນະ​ສະເພາະ​ກິດ​ຄວບ​ຄຸມພະ​ຍາດ​ໂຄ​ວິດ-19 ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງແລງຂອງວັນທີ 15 ພຶດສະພາ 2020 ມີຜູ້ເດີນທາງເຂົ້າມາຜ່ານດ່ານທັງໝົດ 2.324 ຄົນ ໃນນັ້ນ ຈຸດຜ່ານດ່ານລາວໄທ ທັງໝົດ 1.507 ຄົນ ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທທັງໝົດ 46 ຄົນ ຜ່ານດ່ານຂົວມິດຕະພາບ 1 ມີ 40 ຄົນ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 6 ຄົນ ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວຈີນ ທັງໝົດ 20 ຄົນ ໃນນັ້ນມີພະນັກງານຈີນ 2 ຄົນ ທີ່ມາເຮັດວຽກຢູ່ບໍລິສັດຂົນສົ່ງເຂດພິເສດ ມີນັກສຶກສາ 2 ຄົນ ຄົນລາວຕົກຄ້າງ 4 ຄົນ ຄົນລາວທີ່ສະຖານທູດສົ່ງກັບ 2 ຄົນ ເຊີ່ງທັງໝົດແມ່ນຄະນະສະເພາະກິດໄດ້ອະນຸຍາດໃຫ້ເດີນທາງເຂົ້າ ທີ່ເຫຼືອແມ່ນຜູ້ຂັບລົດຂົນສົ່ງສິນຄ້າຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 797 ຄົນ ທັງໝົດແມ່ນຄົນຂັບລົດສົ່ງສິນຄ້າ ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 00 ຄົນ ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້. 

    ສຳລັບແຮງງານລາວທີ່ຜ່ານດ່ານຊ່ອງເມັກ 6 ຄົນ ແມ່ນມີຖິ່ນຖານມາຈາກແຂວງຈຳປາສັກ 40 ຄົນ ທີ່ຜ່ານດ່ານຂົວມິດຕະພາບ 1 ມີຖິ່ນຖານຢູ່ແຂວງອຸດົມໄຊ 9 ຄົນ ໄຊຍະບູລີ 7 ຄົນ ນະຄອນຫຼວງ 6 ຄົນ ສະຫວັນນະເຂດ 6 ຄົນ ຫຼວງພະບາງ 4 ຄົນ ວຽງຈັນ 4 ຄົນ ສາລະວັນ 2 ຄົນ ຄໍາມ່ວນ 1 ຄົນ ແລະ ຈໍາປາສັກ 1 ຄົນ ແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງ ຈົນກ່ວາຈະຄົບກຳນົດ 14 ວັນ. 

     ໃນວັນທີ 15 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 109 ຄົນ ໃນນັ້ນ ມີກໍລະນີສົງໄສມາກວດຄືນ 02 ຄົນ ບຸກຄົນທົ່ວໄປທີ່ບໍ່ມີອາການ 31 ຄົນ ຜູ້ອອກໂຮງໝໍ 3 ຄົນຄື ນ້ຳເບີ 2, 6 ແລະ 13 ກັກໂຕຄົບ 14 ວັນ ໄດ້ມາກວດຄືນ ແຮງງານລາວທີ່ກັບມາແຕ່ໄທ 73 ຄົນ (ແຮງງານດັ່ງກ່າວບໍ່ມີອາການ ນອກນັ້ນແມ່ນມີແຮງງານຈີນທີ່ເຂົ້າມາຈຳກັດບໍລິເວນຢູ່ໂຮງແຮມດອນຈັນພາເລດ ໄດ້ເກັບຕົວຢ່າງໃນຕອນຄ່ຳຂອງວັນທີ 15 ພຶດສະພາ 2020 ຈຳນວນ 111 ຕົວຢ່າງ ແລະ ຈະກວດວິເຄາະຊອກຫາເຊື້ອໃນວັນທີ 16 ພຶດສະພາ 2020 ໝາຍຄວາມວ່າໃນວັນທີ 15 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. 

    ປັດຈຸບັນນີ້ ທົ່ວປະເທດມີສູນຈໍາກັດບໍລິເວນທັງໝົດ 66 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 2.371 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ ແລະ ປັດຈຸບັນ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ ຍີງ 4 ຄົນ ທັງໝົດເຫັນວ່າມີອາການປົກກະຕິ. 

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຊຸມຊົນຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ທຳຄວາມເຂົ້າໃຈ ເພື່ອຮ່ວມແຮງຮ່ວມໃຈກັນສືບຕໍ່ຈັດຕັ້ງປະຕິບັດແຈ້ງການສະບັບເລກທີ580/ຫສນຍ ລົງວັນທີ 15 ພຶດສະພາ 2020 ນີ້ໃຫ້ຖືກຕ້ອງ ແລະ ເຂັ້ມງວດ ໂດຍສະເພາະ ທຸກໆມາດຕະການທີ່ຜ່ອນຜັນລົງນັ້ນ ຈະຕ້ອງໄດ້ປະຕິບັດວິທີການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນ: ການປະຕິບັດຫຼັກການອະນາໄມ ການທໍາຄວາມສະອາດຂ້າເຊື້ອພະຍາດສະຖານທີ່ບໍລິການຕ່າງໆ ການແທກອຸນຫະພູມຮ່າງກາຍ ການລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ໃຊ້ເຈວລ້າງມື ການປະຕິບັດໄລຍະຫ່າງທາງສັງຄົມ ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ທັງໝົດນີ້ໃຫ້ກາຍເປັນຄວາມຊີນເຄີຍໃນການດຳລົງຊີວິດປະຈຳວັນ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!