ໄຂຢ່າງເປັນທາງການ ໂຄງການປຸງແຕ່ງອາຫານທ່ຽງໃນໂຮງຮຽນ 2020-2025

    ໂດຍໄດ້ຮັບການສະໜັບສະໜູນຈາກກະຊວງກະສິກໍາສະຫະລັດອາເມຣິກາ ຜ່ານໂຄງການແມັກກາວັນໂດ ອາຫານສາກົນ ເພື່ອການສຶກສາ ແລະ ໂພຊະນາການຂອງເດັກ ອົງການອາຫານໂລກ ໄດ້ເປີດໂຄງການແຕ່ງອາຫານທ່ຽງໃນໂຮງຮຽນ 2020-2025 ເປັນທາງການ ວັນທີ 22 ມີນາ 2022 ທີ່ໂຮງຮຽນປະຖົມສົມບູນບ້ານສະນອດ ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ລາວ ທ່ານ ຢານ ເດເບວ ຜູ້ອຳນວຍການ ແລະ ຜູ້ຕາງໜ້າຂອງອົງການອາຫານໂລກ ປະຈຳລາວ ຕະຫຼອດຮອດການນໍາເມືອງສັງທອງ ພະນັກງານ ຄູອາຈານ ນ້ອງນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການແຕ່ງອາຫານທ່ຽງໃນໂຮງຮຽນ ເປັນການສະໜັບສະໜູນວຽກງານອາຫານທ່ຽງໃນໂຮງຮຽນຂອງລັດຖະບານແຫ່ງ ສປປ ລາວ ເຊິ່ງມີນັກຮຽນຊັ້ນປະຖົມປະມານ 64.000 ຄົນ ຈາກ 707 ໂຮງຮຽນທົ່ວປະເທດ ຈະໄດ້ຮັບອາຫານທ່ຽງທີ່ມີໂພຊະນາການທຸກໆມື້ເຂົ້າຮຽນ ເຊິ່ງໂຄງການກວມເອົາ 17 ເມືອງເປົ້າໝາຍບຸລິມະສິດທີ່ກຳນົດໂດຍກະຊວງສຶກສາທິການ ແລະ ກີລາ ໃນນີ້ ການສະໜັບສະໜູນໂຮງຮຽນ ເປັນຮູບແບບຊຸດບໍລິການລວມ ໂດຍອົງການອາຫານໂລກສະໜອງຊຸດບໍລິການດ້ານສຸຂະພາບ ແລະ ໂພຊະນາການໃນໂຮງຮຽນ ລວມມີອາຫານທ່ຽງໃນໂຮງຮຽນ ການຕິດຕັ້ງທໍ່ນ້ຳເຂົ້າຮງຮຽນ ສຸຂາພິບານ ແລະ ສຸຂະອະນາໄມ ສະໜັບສະໜຸນຊຸມຊົນໃນການກໍ່ສ້າງຫ້ອງກິນອາຫານ ສາງອາຫານ ແລະ ເຮືອນຄົວ ສວນຄົວໂຮງຮຽນ ເຮືອນຮົ່ມ ແລະ ໜອງປາ ພ້ອມທັງຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມການອ່ານ ນອກນັ້ນ ອົງການອາຫານໂລກຍັງໃຫ້ການສະໜັບສະໜູນດ້ານກະສິກຳ ນະໂຍບາຍແກ່ຊຸມຊົນ ແລະ ອຳນາດການປົກຄອງ ໂດຍຮ່ວມມືກັບກະຊວງສຶກສາທິການ ແລະ ກີລາ ແລະ ອົງການບັນເທົາທຸກກາໂຕລິກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!