ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສາສະໜາສຳພັນແຫ່ງ ສປປ ລາວ (ອພສ) ໄດ້ໃຫ້ສຳພາດວັນທີ 5 ເມສາ 2026 ທີ່ວັດສີສະເກດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່ຽວ ກັບຄວາມເປັນມາຂອງບຸນປີໃໝ່ລາວວ່າ: ຕາມທີ່ເລົ່າຂານກັນຕໍ່ໆມາວ່າມີມະຫາເສດຖີຄົນໜຶ່ງຕັ້ງເຮືອນຢູ່ໃກ້ກັບເຮືອນຂອງຄົນຂີ້ເຫຼົ້າ ແຕ່ມີມື້ໜຶ່ງຄົນຂີ້ເຫຼົ້າໄດ້ເວົ້າວ່າເຈົ້າມີເງິນເປັນເສດຖາ ແຕ່ບໍ່ດີທໍ່ຂ້ອຍດອກຍ້ອນເຈົ້າບໍ່ມີລູກເມື່ອເຈົ້າຕາຍໄປແລ້ວຊັບສິນກໍບໍ່ມີຜູ້ສືບທອດ.

ເບື້ອງຕົ້ນເສດຖີໄດ້ຄຽດທີ່ຄົນຂີ້ເຫຼົ້າເວົ້າໃຫ້ ແຕ່ເມື່ອຄິດໄປແລ້ວເຫັນວ່າລາວເວົ້າຖືກຈຶ່ງໄດ້ເອົາທູບທຽນໄປບູຊາຢູ່ຕົ້ນໂພຕົ້ນໄຮແຄມນໍ້າ ແລະ ຢູ່ຕົ້ນໂພຕົ້ນໄຮມີນົກອຽງຫຼາຍໂຕເວລາຍາມເຊົ້າຈະບິນໄປຫາກິນເວລາຍາມແລງຈະບິນມານອນ ໂດຍເສດຖີໄດ້ຂໍນໍາສິ່ງສັກສິດຢູ່ຕົ້ນໄມ້ນີ້ໃຫ້ມາໂພດມາທານໃຫ້ຂະນ້ອຍມີລູກມີເຕົ້າ ເມື່ອຂໍແລ້ວກໍໄດ້ລູກຊາຍຊື່ທ້າວທຳມະບານກຸມມານ ຈາກນັ້ນກໍໄດ້ສົ່ງໄປຮໍ່າຮຽນຈົນຈົບວິຊາພາມສາມາດຮູ້ທັງພາສານົກພາສາສັດເວົ້າກັນ ຈາກນັ້ນໄດ້ຕັ້ງຕົນເປັນຜູ້ສະແຫວງທຳເປັນອາຈານຈົນຮ້ອນໄປເຖິງຫູຂອງພະອິນພະພົມຢູ່ເທິງຟ້າ ຈົນພະອິນພະພົມເວົ້າວ່າແຕ່ກ່ອນມີແຕ່ເຮົາເປັນໃຫຍ່ຈະບໍ່ມີໃຜມາເປັນໃຫຍ່ກວ່າເຮົາ.




ເມື່ອໄດ້ຂ່າວວ່າທຳມະບານກຸມມານເປັນຄູອາຈານໃຫຍ່ ພະອິນພະພົມຈຶ່ງໄດ້ເຫາະລົງມາສົນທະນາຖາມບັນຫາວ່າລາສີຂອງຄົນເຮົາໃນສາມຍາມຢູ່ໃສ ໂດຍຕັ້ງສັນຍາກັນວ່າຖ້າທຳມະບານກຸມມານຕອບໄດ້ຈະໃຫ້ຕັດຄໍຂ້າຂ້ອຍໄປບູນຊາ ແຕ່ຖ້າຕອບບໍ່ໄດ້ກໍຈະຕັດຄໍເຈົ້າແທນ ໂດຍນັດກັນພາຍໃນ 7 ວັນຫຼັງຈາກນີ້ໄປ ຮອດມື້ທີ 7 ຂ້ອຍຈະລົງມາ ຫຼັງຈາກຖາມແລ້ວພະອິນພະພົມກໍເຫາະຂຶ້ນໄປເທິງສະ ຫວັນຊັ້ນຟ້າ ທຳມະບານກຸມມານຄິດບໍ່ອອກຊອກບໍ່ເຂົ້າ ຜູ້ຂ້າຮຽນຈົບມາບໍ່ເຄີຍມີບັນຫາໃດຕອບບໍ່ໄດ້ແຕ່ບັນນີ້ຄືຊອກຄຳຕອບບໍ່ໄດ້ທີ່ຄິດມາໄດ້ 6 ວັນກໍບໍ່ແກ້ບັນຫານີ້ໄດ້.




ຜ່ານມາຫຼາຍຄົນກໍຍົກຍ້ອງວ່າເຮົາເປັນນັກປາດອາຈານເປັນຜູ້ເກັ່ງກ້າສາມາດ ແຕ່ຈະມາຕາຍໃຫ້ພະອິນພະພົມມາຕັດຄໍ ເຊິ່ງຮັບບໍ່ໄດ້ຈະເຮັດໃຫ້ຂາຍໜ້າຂາຍຕາຈຶ່ງໄດ້ໜີໄປຕາຍທາງໜ້າດີກວ່າຈຶ່ງໄດ້ອອກຈາກເຮືອນຊັດເຊພະເນຈອນໄປຮອດປ່າເມື່ອໃກ້ຊິມືດແລ້ວກໍໄດ້ນອນພັກຜ່ອນຢູ່ໃກ້ຮົ່ມໄມ້ລໍຖ້າແຕ່ຄວາມຕາຍທັງເມື່ອຍທັງຫີວເມື່ອຄໍ່າມາໄດ້ມີນົກອິນຊີສອງຜົວເມຍພາກັນມາພັກຢູ່ເທິງຕົ້ນໄມ້ ຜູ້ເປັນເມຍໄດ້ຖາມຜົວວ່າມື້ອື່ນເຮົາຈະໄປກິນອາຫານຢູ່ໃສ ຜົວຕອບວ່າບໍ່ຍາກເຮົາຈະໄດ້ກິນຊີ້ນທຳມະບານກຸມບານ ເຫດໃດຈຶ່ງໄດ້ກິນຊີ້ນລາວ ຍ້ອນວ່າຖ້າລາວຕອບບໍ່ໄດ້ບັນຫາທີ່ພະອິນພະພົມຖາມຈະຖືກຕັດຄໍ ພວກເຮົາໂຊກດີຈະໄດ້ກິນຊີ້ນໄດ້ກິນລາບ.
ເມື່ອກຸມມານໄດ້ຍິນສຽງນົກອິນຊີສອງຜົວເມຍລົມກັນລາວກໍຟ້າວລຸກຂຶ້ນ ນົກຜູ້ເປັນເມຍຖາມຜົວຕື່ມວ່າເປັນຫຍັງຈຶ່ງຕັດຄໍລາວ ເບື້ອງຕົ້ນຜົວບໍ່ຍາກບອກແຕ່ເມຍເວົ້າວ່າຕ້ອງບອກດັ່ງນັ້ນຜົວຈຶ່ງບອກວ່າພະອິນນພະພົມຖາມວ່າລາສີຂອງຄົນຍາມເຊົ້າ ຍາມສວາຍແລະ ຍາມຄໍ່າຢູ່ໃສ ເມຍຖາມອີກວ່າຕອບວ່າແນວໃດ ຜົວຈຶ່ງຕອບວ່າລາສີຂອງຄົນຍາມເຊົ້າຢູ່ໜ້າຕື່ນເຊົ້າມາຈະມີສີໜ້າຍີ້ມແຍມແຈ່ມໃສຕ້ອງລ້າງໜ້າ ຍາມສວາຢູ່ຕົນໂຕຕ້ອງໄດ້ອາບນໍ້າໃຫ້ສະອາດ ແລະ ຍາມຄໍ່າຢູ່ຕີນເພາະວ່າຕີນຈະຍ່າງໄປຍ່າງມາເຮັດໃຫ້ຕີນເປື້ອນເປີະກ່ອນຈະນອນຕ້ອງລ້າງຕີນໃຫ້ສະອາດ ເມື່ອກຸມມານໄດ້ຍິນຄຳຕອບແນວນັ້ນແລ້ວຈຶ່ງເວົ້າວ່າກູບໍ່ຕາຍແລ້ວບາດນີ້.
ເມື່ອໄດ້ຄຳຕອບບັນຫາແລ້ວກໍຟ້າວກັບມານອນຢູ່ກ້ອງຮົ່ມໄມ້ມື້ທີ 7 ມາຮອດພະອິນພະພົມກໍລົງມາຖາມບັນຫາດັ່ງກ່າວນັ້ນກຸມມານກໍຕອບຖືກຕ້ອງ ແລະ ກຸມມານກໍມີຄວາມສັນລະເສີນວ່າພະອິນພະພົມມີຄວາມຊື່ສັດ ຮູ້ວ່າຄຳຕອບຖືກຕ້ອງແລ້ວພະອິນພະພົມກໍຕັດຄໍຕົນເອງເພື່ອບູຊາ ເຊິ່ງຫົວພະອິນພະພົມເປັນພິດເປັນໄພຖ້າຖີ້ມໃສ່ດິນໃສ່ປ່າໄຟຈະໄໝ້ປ່າ ຖີ້ມລົງນໍ້ານໍ້າຈະແຫ້ງສັດນໍ້າຈະຕາຍ ແລະ ຖີ້ມຂຶ້ນເທິງຟ້າກໍຈະໄໝ້ອາກາດ ແຕ່ພະອິນພະພົມມີລູກສາວ 7 ຄົນ ເນື່ອງຈາກຫົວຂອງເພີ່ນເປັນພິດເປັນໄພດັ່ງນັ້ນລູກສາວ 7 ຄົນຈຶ່ງເອົາຜ້າມາຫຸມຫໍ່ຫົວຂອງພໍ່ໄວ້ແຕ່ລະປີເມື່ອບຸນກຸດສົງການຈຶ່ງເອົາລົງມາຫົດ 3 ວັນຄືວັນທີ 14-16 ເມສາຂອງທຸກປີ ຈາກນັ້ນກໍຫໍ່ຄືນເກັບມ້ຽນໄວ້ບ່ອນເກົ່າປະຕິບັດກັນມາຈົນຮອດທຸກວັນນີ້.




ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ກ່າວຕື່ມວ່າ:ບຸນປີໃໝ່ລາວເປັນຮີດຄອງປະເພນີວັດທະນະ ທຳອັນດີງາມຂອງຊາດລາວເຮົາ ເຊິ່ງບຸນມີໃໝ່ລາວຈະຈັດຂຶ້ນທຸກປີໃນ 3 ວັນຄື:ວັນທີ 14 ເມສາ ເປັນມີສັງຂານລ່ວງ ວັນທີ 15 ເມສາ ເປັນມື້ເນົາ ເປັນມື້ຕໍ່ລະຫວ່າງປີເກົ່າ ແລະ ປີໃໝ່ ແລະ ວັນທີ 16 ເມສາ ເປັນມື້ສັງຂານຂຶ້ນຖືວ່າເປັນມື້ປີໃໝ່ລາວ ພສ 2569 ເຊິ່ງຕະຫຼອດ 3 ວັນຂອງການສະ ເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ພສ 2569 ປະຊາຊົນລາວບັນດາເຜົ່າໄດ້ພ້ອມກັນເບີກບານມ່ວນຊື່ນ ແລະ ລະຫຼິ້ນຕາມຮີດຄອງປະເພນີອັນດີງາມທີ່ເຄີຍປະຕິບັດກັນມານັ້ນກໍຄືມີການບາສີສູ່ຂວັນມັດຂໍ່ຕໍ່ແຂນ ຫົດນໍ້າອົບນໍ້າຫອມ ນໍ້າສະອາດ ອວຍພອນເຊິ່ງກັນ ແລະ ກັນ ເປັນຕົ້ນອວຍພອນພໍ່ແມ່ ຜູ້ມີພະຄຸນ ຄູບາອາຈານ ຍາດຕິພີ່ນ້ອງ ອ້າຍເອື້ອຍ ຈົ່ງມີສຸຂະພາບແຂງແຮງ ຫາຍພະຍາດໂລຄາ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ຢູ່ຕາມວັດວາອາຮາມຕ່າງໆກໍມີການຫົດພະສົງອົງພະເຈົ້າ ເພື່ອໃຫ້ຢູ່ຊຸມກິນເຢັນຕະຫຼອດປີ ແລະ ຕະຫຼອດໄປ ນອກນີ້ກໍມີກິດຈະກຳອື່ນໆບໍ່ວ່າຈະເປັນຕົບພະທາດຊາຍ ແຫ່ນາງສັງຂານ ຢອດຫຼຽນຂໍໂຊກ ແລະ ອື່ນໆ.
ພ້ອມນີ້ພະອາຈານໃຫຍ່ ມະຫາເຫວດ ມະເນໄນ ຍັງໄດ້ຖືໂອກາດນີ້ອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ ອອກຕົນງຍາດໂຍມ ແລະ ປະຊາຊົນລາວບັນດາເຜົ່າທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ ຈົ່ງພ້ອມກັນລະຫຼິ້ນບຸນປີ ໃໝ່ລາວ ພສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ຮັກສາໄວ້ໄດ້ວັດທະ ນະທຳຮີດຄອງປະເພນີອັນດີງາມຂອງຊາດລາວເຮົາຕະຫຼອດໄປຊົ່ວກາລະນານ.