ໃນຕອນແລງຂອງວັນທີ 05 ເມສາ 2026, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ລາຊະອານາຈັກໄທ ໄດ້ຈັດພິທີບາສີສູ່ຂວັນ ແລະ ສະເຫຼີມສະຫຼອງບຸນປີໃໝ່ລາວ ສົ່ງທ້າຍປີເກົ່າ ພ.ສ. 2568 ແລະ ຕ້ອນຮັບປີໃໝ່ ພ.ສ. 2569 ທີ່ຈະມາເຖິງນີ້. ຕາງ ໜ້າຝ່າຍລາວໃຫ້ກຽດເຂົ້າຮ່ວມໂດຍ ພະນະທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຕາງໜ້າຝ່າຍໄທໃຫ້ກຽດເຂົ້າຮ່ວມໂດຍ ພະນະທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ພະນະທ່ານ ສີຫະສັກ ພວງເກດແກ້ວ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ລວມທັງພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ໄທ ເຂົ້າຮ່ວມ ໃນພິທີດັ່ງກ່າວຢ່າງຟົດຟື້ນ.

ໃນໂອກາດອັນມີຄວາມໝາຍ ແລະ ສໍາຄັນດັ່ງກ່າວ, ທ່ານ ທອງສະຫວັນພົມວິຫານ ໄດ້ໃຫ້ກຽດຂຶ້ນກ່າວຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍສຳຄັນຂອງງານບຸນປີໃໝ່ລາວ ແລະ ການພົວພັນຮ່ວມມືອັນດີງາມ ລະຫວ່າງສອງປະເທດ. ສປປ ລາວ ແລະ ລາ ຊະອານາຈັກໄທ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີຮີດຄອງປະເພນີ-ວັດທະນະທຳຄ້າຍຄືກັນ ແລະ ຖືເອົາບຸນປີໃໝ່ ຫຼື ບຸນສົງການ ເປັນບຸນປະເພນີທີ່ສໍາຄັນຂອງປະຊາຊົນສອງຊາດລາວ ແລະ ໄທ ມາແຕ່ບູຮານນະການ ໂດຍມີການຈັດພິທີກໍາທາງສາສະໜາ ແລະ ອວຍໄຊໃຫ້ພອນເຊິ່ງກັນ ແລະ ກັນ ເພື່ອຮັບເອົາໂຊກລາບ ແລະ ຄວາມເປັນສິລິມຸງຄຸນໃຫ້ແກ່ຊີວິດ ແລະ ຄອບຄົວ. ປີ 2026 ນີ້ ເປັນປີທີ່ມີຄວາມໝາຍສໍາຄັນຢ່າງຍິ່ງ ຕໍ່ສອງປະເທດ ລາວ-ໄທ, ໄທ-ລາວ ເນື່ອງຈາກສອງລັດຖະບານ ແລະ ປະຊາຊົນສອງຊາດ ຫາກໍສໍາເລັດການສະເຫຼີມສະຫຼອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແລະ ໄດ້ຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ຢ່າງມີຜົນສໍາເລັດ. ອັນພົ້ນເດັ່ນ ແມ່ນການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໂດຍການເປັນປະທານຮ່ວມຂອງປະມຸກລັດຂອງສອງປະເທດ ແລະ ການສະເດັດຢ້ຽມຢາມ ສປປ ລາວ ຂອງ ພະ ບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ພ້ອມດ້ວຍພະບໍລົມລາຊີນີ ແຫ່ງ ລາຊະອານາຈັກໄທ ຊຶ່ງໄດ້ນຳເອົາຄວາມເປັນສິລິມຸງຄຸນ ແລະ ຄວາມປິຕິຍິນດີອັນປະເມີນຄ່າບໍ່ໄດ້ ມາສູ່ປະຊາຊົນລາວທັງຊາດ. ນອກຈາກນັ້ນ, ຍັງມີການແລກປ່ຽນການຢ້ຽມຢາມທາງການ ຂອງ ນາຍົກລັດຖະມົນຕີທັງສອງປະເທດ ໃນປີ 2025 ທີ່ຜ່ານມາອີກດ້ວຍ. ທັງໝົດນີ້ ລ້ວນແຕ່ເປັນການຢັ້ງຢືນເຖິງ ການເສີມຂະ ຫຍາຍສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ໃນຖານະທີ່ເປັນ ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ຂອງສອງຊາດ ລາວ-ໄທ, ໄທ-ລາວ ຕະຫຼອດໄລຍະ 76 ປີ ຜ່ານມາ ແລະ ມີຄວາມເຊື່ອໝັ້ນວ່າ ທັງສອງຝ່າຍຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນທີ່ດີດັ່ງກ່າວ ໃຫ້ນັບມື້ນັບຂະ ຫຍາຍຕົວຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນຂອງສອງປະເທດ.



ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ສີສະຫວາດ ອິນພະຈັນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ຂອງ ສປປ ລາວ ແລະ ລາຊະອານາຈັກໄທ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນການຈັດງານສະເຫຼີມສະຫຼອງບຸນປີໃໝ່ໃນຄັ້ງນີ້ ຊຶ່ງເປັນການເພີ່ມພູນຄູນສ້າງ ສາຍພົວມິດຕະພາບ ແລະ ການຮ່ວມມືທີ່ດີ ໃນຖານະທີ່ເປັນ ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະການພັດທະນາແບບຍືນຍົງ ຂອງສອງຊາດ ລາວ-ໄທ, ໄທ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.







