ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຊີ້ແຈງໃນໄລຍະຈັດກອງປະຊຸມສອງສະພາ (ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ) ເມື່ອບໍ່ດົນມານີ້ວ່າ: ການພັດທະນາຂອງຈີນ ຍັງມີ 5 ເງື່ອນໄຂທາງຍຸດທະສາດທີ່ດີ ຄື: ມີການນຳພາທີ່ເຂັ້ມແຂງຂອງພັກກອມມູນິດຈີນ ມີທ່າແຮງດ້ານລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນທີ່ພົ້ນເດັ່ນ ມີພື້ນຖານທີ່ໜັກແໜ້ນເພື່ອພັດທະນາ ແລະ ສະສົມຢ່າງຕໍ່ເນື່ອງ ແລະ ວ່ອງໄວ ມີສະພາບແວດລ້ອມສັງຄົມທີ່ໝັ້ນທ່ຽງ ຍາວນານ ມີພະລັງແຮງດ້ານຈິດໃຈທີ່ມີຄວາມໝັ້ນໃຈຕໍ່ຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ເມື່ອເບິ່ງຈາກສະພາບການທົ່ວໂລກແລ້ວ ສະຖານະການສາກົນມີການປ່ຽນແປງໃໝ່ຢ່າງໃຫຍ່ຫຼວງ ຫົວຂໍ້ຫຼັກຂອງຍຸກສະໄໝ ຄື: ສັນຕິພາບ ແລະ ການພັດທະນາ ໄດ້ປະເຊີນກັບສິ່ງທ້າທາຍອັນຂ້ຽວຂາດ ສະພາບການປ່ຽນແປງໃນຮອບຮ້ອຍປີ ກັບສະພາບພະຍາດໂຄວິດ-19 ລະບາດໄດ້ຊັບຊ້ອນກັນ ເສດຖະກິດໂລກາພິວັດໄດ້ປະເຊີນກັບສິ່ງກີດຂວາງ ການແຂ່ງຂັນກັນລະຫວ່າງປະເທດໃຫຍ່ນັບມື້ນຮຸນແຮງຂຶ້ນ ທົ່ວໂລກໄດ້ກ້າວເຂົ້າສູ່ໄລຍະການປ່ຽນແປງໃໝ່ທີ່ປັ່ນປ່ວນ.

ເມື່ອເບິ່ງຈາກສະພາບການພາຍໃນປະເທດແລ້ວ ມີໜ້າທີ່ອັນໜັກໜ່ວງໃນການປະຕິຮູບການພັດທະນາ ແລະ ສະຖຽນລະພາບ ການພັດທະນາເສດຖະກິດຈີນມີແຮງກົດດັນ 3 ດ້ານ ຄື: ຄວາມຕ້ອງການຫຼຸດລົງ ການສະໜອງໄດ້ຮັບຜົນກະທົບ ແລະ ຄວາມຄາດຫວັງຫຼຸດຕ່ຳລົງ ການຮັກສາໃຫ້ສະພາບແວດລ້ອມເສດຖະກິດມີຄວາມໝັ້ນທ່ຽງ ແລະ ປອດໃສ ສະພາບແວດລ້ອມສັງຄົມມີຄວາມສະຫງົບສຸກ ແລະ ສະພາບແວດລ້ອມທາງການເມືອງມີຄວາມປອດໃສ ຂາວສະອາດ ແມ່ນມີຄວາມສຳຄັນຢ່າງຍິ່ງ ຍິ່ງຢູ່ໃນໄລຍະສຳຄັນ ແລະ ຈຸດສຳຄັນ ຍິ່ງຕ້ອງມີການວິນິດໄສທາງຍຸດທະສາດທີ່ຖືກຕ້ອງ ແລະ ວາງແຜນຕາມຫຼັກວິທະຍາສາດ.

ຜູ້ຊ່ຽວຊານທີ່ກ່ຽວຂ້ອງກ່າວວ່າ: 5 ເງື່ອນໄຂທາງຍຸດທະສາດທີ່ດີ ແມ່ນບົດຮຽນປະຫວັດສາດທີ່ສຳຄັນບົນພື້ນຖານທີ່ຫວນຄືນເສັ້ນທາງທີ່ເຄີຍຍ່າງຜ່ານ ສົມທຽບກັບເສັ້ນທາງຂອງຄົນອື່ນ ແລະ ເບິ່ງກວ້າງເຫັນໄກເສັ້ນທາງທີ່ຢູ່ຕໍ່ໜ້າ ໄດ້ຮັບການຢັ້ງຢືນ ແລະ ປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງໃນພຶດຕິກຳຕົວຈິງ ຈະບໍ່ຫວັ່ນໄຫວ ຄອນແຄນ ແລະ ບໍ່ປ່ຽນແປງ ຍ້ອນຄວາມຫຍຸ້ງຍາກ ແລະ ອຸປະສັກໃດໆ.

ຈາກການຮັບມືກັບພະຍາດໂຄວິດ-19 ລະບາດ ເອົາຊະນະໃນບັ້ນລຶບລ້າງຄວາມທຸກຍາກ ຮອດການບໍລິຫານທີ່ດີຂອງຈີນ ກັບຄວາມວຸ້ນວາຍຂອງປະເທດຕາເວັນຕົກ ທີ່ມີຄວາມແຕກຕ່າງກັນຢ່າງພົ້ນເດັ່ນກວ່າເກົ່າ ຈາກການມີຍອດປະລິມານເສດຖະກິດຫຼາຍ ແລະ ມີຊ່ອງທາງໃຫຍ່ຫຼວງເພື່ອປັບໂຕຄືນໃໝ່ ຮອດການສ້າງສິ່ງມະຫັດສະຈັນໃນການຮັກສາໃຫ້ສັງຄົມມີຄວາມໝັ້ນຄົງເປັນເວລາຍາວນານ ຈາກການທີ່ມີຄວາມຫ້າວຫັນ ຄວາມເປັນເຈົ້າການ ແລະ ຫົວຄິດປະດິດສ້າງຂອງປະຊາຊົນຈີນ ໄດ້ຮັບການເຊີດຊູຕື່ມອີກ ຮອດປະຊາຊົນຈີນມີມານະຈິດ ມີຄວາມກ້າຫານ ແລະ ຄວາມໝັ້ນໃຈຫຼາຍຂຶ້ນກວ່າເກົ່າ 5 ເງື່ອນໄຂທາງຍຸດທະສາດທີ່ດີ ເປັນເອກະພາບກັນແບບກາຍອິນຊີ ເຊິ່ງເປັນການວິນິດໄສທາງຍຸດທະສາດທີ່ປອດໂປ່ງ ຈະແຈ້ງ ທັງສະແດງໃຫ້ເຫັນຄວາມໝັ້ນໃຈທາງຍຸດທະສາດ ໂດຍຜ່ານຜົນງານຈາກພຶດຕິກຳຕົວຈິງໃນຍຸກໃໝ່.
# ສະບາໄພ – ນໍາສະເໜີ