ຜົນສຳເລັດ ຂອງ ການສຳຫຼວດພົນລະເມືອງ ແບບດິຈິຕອນ ຄັ້ງທຳອິດ ສ້າງບາດກ້າວໃໝ່ ໃນການພັດ ທະນາ ລະບົບສະຖິຕິ ຂອງ ສປປ ລາວ

ມື້ນີ້ແມ່ນຕອນແລງຂອງວັນສຸກ, ຢູ່ເຂດຊານເມືອງນະ ຄອນຫຼວງວຽງຈັນ, ຖະໜົນສອງເລນເຕັມ ໄປດ້ວຍ ຜູ້ຄົນ ທີ່ກຳລັງເດີນ ທາງກັບບ້ານ ເພື່ອເລີ່ມຕົ້ນວັນພັກ ຜ່ອນທ້າຍອາທິດ. ແຕ່ຢູ່ເທິງຊັ້ນສາມ ຂອງຫ້ອງການ ສູນສະຖິຕິແຫ່ງຊາດ, ງານພະນັກງານຍັງຄົງສືບຕໍ່ ປະຕິບັດໜ້າທີ່ຂອງຕົນ. ພາຍໃນຫ້ອງການທີ່ງຽບສະຫງົບ ແລະ ເຢັນສະບາຍ, ທ່ານ ຫຼຽນທອງ ສຸພານີ, ຫົວໜ້າຫ້ອງ ການສຳຫຼວດຂັ້ນສູນກາງ ພ້ອມດ້ວຍທີມງານອີກສອງທ່ານ ກຳລັງພາກັນເບິ່ງໜ້າຈໍແລັບທັອບດ້ວຍຄວາມຕັ້ງໃຈ. ພະນັກງານຄົນໜຶ່ງເຮັດໜ້າທີ່ ເລື່ອນເມົ້າ ຂອງ ແລັບ ທັອບໄປມາ ເພື່ອກວດກາຂໍ້ມູນເທິງໜ້າຈໍ ນັບແຕ່ແຂວງຜົ້ງສາລີ ທາງພາກເໜືອສຸດ ຂອງ ສປປ ລາວ ຈົນຮອດແຂວງອັດຕະປື ທາງພາກໃຕ້ ຂອງປະເທດ; ໃນຂະນະດຽວ ກັນ, ອີກຄົນໜຶ່ງກໍເຮັດໜ້າທີ່ຈົດບັນທຶກຂໍ້ ມູນທີ່ສະແດງອອກມາເທິງໜ້າຈໍ.“ພວກເຮົາກຳລັງຕິດຕາມຄວາມຄືບໜ້າການເກັບກຳຂໍ້ມູນພາກສະໜາມ ຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ ອາໄສ ທົ່ວປະເທດ ແບບຣຽວທາມ,” ທ່ານ ຫຼຽນທອງ ກ່າວ. “ລະບົບນີ້ ສະແດງໃຫ້ເຮົາເຫັນຄວາມຄືບໜ້າ ຂອງ ການເກັບກຳຂໍ້ມູນ ເພື່ອໃຫ້ພວກອອກມາດຕະການ ເພື່ອຮັບປະກັນໃຫ້ວຽກງານຕ່າງໆດຳເນີນໄປຕາມແຜນການທີ່ວາງ ໄວ້.” “ລະບົບການຕິດການສຳຫຼວດພົນລະເມືອງແບບຣຽວທາມ” ນີ້ເປັນໜຶ່ງໃນຈຸດເດັ່ນ ຂອງການສຳຫຼວດພົນລະເມືອງ ຄັ້ງທີ່ 5 ປີ 2025 ເຊິ່ງເປັນການສຳຫຼວດ ແບບດິຈິຕອນ ຄັ້ງທຳອິດ ຂອງ ສປປ ລາວ.

ການພັດທະນານີ້ ຖືເປັນບາດກ້າວທີ່ ສຳຄັນ ຫັນປຽ່ນການສຳຫຼວດ ຈາກການ ນຳໃຊ້ເຈ້ຍແບບດັງເດີມ ການນຳໃຊ້ເຄື່ອງ ໄປສູ່ ມືດິຈິຕອນທີ່ ທັນສະໄໝ. ຜົນສຳເລັດນີ້ຈະເປັນສິ່ງທີ່ຜັກດັນໃຫ້ມີການພັດທະນາວິທີການເກັບກຳ, ຮັກສາ ແລະ ນຳໃຊ້ຂໍ້ມູນພົນລະເມືອງ ຂອງ ສປປ ລາວ ໃນ ອະນາຄົດ.ຫຼັງທີ່ໄດ້ຫ້າງຫາກະກຽມເປັນເວລາ 4 ປີ ພາຍໃຕ້ການຊີ້ນຳຢ່າງໃກ້ຊິດ ຂອງ ລັດຖະບານ ແຫ່ງ ສປ ປ ລາວ, ການສະ ໜັບສະໜູນທາງດ້ານວິຊາການ ຈາກ ອົງການ UNFPA ແລະ ຄູ່ຮ່ວມພັດທະນາຕ່າງໆ ເປັນຕົ້ນແມ່ນ: ອົດສະຕຣາລີ, ຈີນ, ສະວິດເຊີແລນ, ລຸກຊຳບວກ, ສະຫະລັດອາເມລິກາ, ເຢຍລະມັນ, ທະນາຄານໂລກ, ແລະ ອົງການ ຈັດຕັ້ງສາ ກົນຕ່າງໆ; ສ ປປ ລາວ ໄດ້ເປີດບັ້ນລົງເກັບກຳຂໍ້ມູນພາກ ຂອງ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວ ປະເທດ ຄັ້ງທີ່ 5 ປີ 2025 ຢ່າງເປັນ ທາງ ການ ໃນວັນທີ 3 ພະຈິກ 2025.ໃນໄລຍະ 8 ອາທິດນີ້, ນັກເດີນສຳຫຼວດທີ່ໄດ້ຜ່ານການຝຶກອົບຮົມຫຼາຍກວ່າ 12.000 ຄົນ ໄດ້ຖືກສົ່ງລົງໄປປະຕິບັດ ໜ້າທີ່ໃນທົ່ວປະເທດ.

ສິ່ງທີ່ພົ້ນເດັ່ນເມື່ອທຽບໃສ່ກັບການສຳຫຼວດຄັ້ງທີ່ຜ່ານມາ ແມ່ນນັກເດີນສຳຫຼວດໄດ້ຫັນປ່ຽນ ຈາກ ການນຳໃຊ້ແບບສອບຖາມທີ່ເປັນເຈ້ຍ ມາເປັນການນຳ ໃຊ້ແທັບເລັດທີ່ຕິດຕັ້ງຊອບແວ ຊ່ວຍສຳພາດທີ່ທັນສະ ໄໝ. ເຄື່ອງມືເຫຼົ່ານີ້ເຮັດໃຫ້ ຂໍ້ມູນສາມາດເຊື່ອມຕໍ່ ເຂົ້າສູ່ລະບົບຖານຂໍ້ມູນກາງ ທີ່ມີຄວາມປອດໄພຢູ່ ສູນສະຖິຕິແຫ່ງ ຊາດ ໄດ້ທັນທີ, ເຊິ່ງຊ່ວຍໃຫ້ຄະນະຊີ້ນຳ ການສຳຫຼວດ ສາມາດຕິດຕາມຄວາມ ຄືບໜ້າຂອງການສຳຫຼວດໄດ້ ແບບ ຣຽວທາມ.ໃນການສຳຫຼວດພົນລະເມືອງຄັ້ງທີ່ຜ່ານມາ, ການນຳໃຊ້ແບບສອບຖາມທີ່ເປັນເຈ້ຍໄດ້ເຮັດໃຫ້ເກີດຄວາມຊັກຊ້າຫຼາຍ ໃນຂະບວນການເກັບກຳ ແລະ ການວິເຄາະຂໍ້ມູນ.

ເອກະສານຕົວຈິງ ຫຼາຍລ້ານສະບັບຕ້ອງໄດ້ຖືກຈັດສົ່ງຈາກເຂດ ຫ່າງໄກສອກຫຼີກໄປຍັງຕົວເມືອງໃນທົ່ວປະເທດ ກ່ອນຂໍ້ມູນຈະຖືກປ້ອນເຂົ້າລະບົບ ແລະ ໃສ່ລະຫັດດ້ວຍມື. ຂະບວນ ການນີ້ມີຄວາມສ່ຽງເກີດຄວາມຜິດພາດຈາກການປະຕິບັດໜ້າທີ່ຂອງຄົນ, ນອກຈາກນີ້ ບັນດາເອກະ ສານ ຍັງ ອາດໄດ້ຮັບຄວາມເສຍຫາຍ. ກົງກັນຂ້າມ, ການສຳຫຼວດພົນລະເມືອງແບບດິຈິຕອນໃນປີ 2025 ແມ່ນນຳໃຊ້ ແທັບ ເລັດທີ່ມີລະບົບ ແບບ ຣຽວທາມ ເພື່ອ ກວດສອບຄວາມຖືກຕ້ອງ ເຊິ່ງຊ່ວຍຮັບປະກັນໃຫ້ຂໍ້ມູນຖືກກວດສອບຕັ້ງແຕ່ຂັ້ນຕອນການປ້ອນຂໍ້ມູນ ເພື່ອປ້ອງກັນບໍ່ໃຫ້ຂໍ້ມູນມີຄວາມບໍ່ຖືກຕ້ອງ ຫຼື ຂໍ້ມູນຕົກເຮ່ຍ ກ່ອນທີ່ນັກເດີນສຳຫຼວດ ຈະສິ້ນສຸດການສຳພາດ. ພາຍໃຕ້ລະບົບການສຳຫຼວດ ທີ່ນຳໃຊ້ເຈ້ຍແບບເກົ່າ, ນັກກວດກາ ຫຼື ຫົວ ໜ້າທີມງານເດີນສຳຫຼວດ ຕ້ອງໄດ້ລໍ ຖ້າເປັນເວລາຫຼາຍອາທິດ ກ່ອນຈະກວດພົບບັນຫາ ຫຼື ຂໍ້ຜິດພາດຕ່າງໆທີ່ເກີດຂຶ້ນຢູ່ພາກສະໜາມ.

ແຕ່ດ້ວຍ ລະບົບການ ຕິດຕາມແບບ ແບບໃໝ່ນີ້, ສູນສະຖິຕິແຫ່ງຊາດ ສາມາດຕິດຕາມຄວາມ ຄືບໜ້າ ການປະຕິບັດໜ້າ ທີ່ ຂອງນັກເດີນສຳຫຼວດຫຼາຍກວ່າ 12.000 ຄົນ ຜ່ານລະບົບຕິດຕາມ ຈີພີເອສ (GPS) ແລະ ການເຊື່ອມ ຕໍ່ຂໍ້ມູນແບບຣຽວທາມ. ການທີ່ຄະນະຊີ້ນຳ ການສຳຫຼວດສາມາດເຫັນພາບ ການຈັດຕັ້ງປະຕິບັດວຽກງານການ ສຳຫຼວດພົນລະເມືອງແບບຣຽວທາມ ເຮັດໃຫ້ຄະນະສາມາດແກ້ໄຂບັນຫາທີ່ເກີດຂຶ້ນໄດ້ຢ່າງທັນການ ເຊິ່ງເປັນການ ຮັບປະກັນໃຫ້ການສຳຫຼວດບໍ່ພຽງແຕ່ມີຄວາມວ່ອງໄວເທົ່ານັ້ນ ແຕ່ຍັງເຮັດໃຫ້ຂໍ້ມູນມີຄວາມຊັດ ເຈນ ແລະ ຖືກຕ້ອງ ກວ່າທຸກໆຄັ້ງທີ່ຜ່ານມາ.

ມາຮອດວັນທີ 28 ທັນວາ 2025, ການເກັບກຳຂໍ້ມູນພາກສະໜາມສຳບັນລຸຜົນສຳເລັດຢູ່ທີ່ພັກອາໄສ 3.6 ລ້ານແຫ່ງ, ເຊິ່ງກວມເອົາ 99% ຂອງຄາດໝາຍ. ແຕ່ ເພື່ອຮັບປະກັນ “ບໍ່ມີໃຜຖືກຖິ້ມໄວ້ທາງຫຼັງ”, ນັກເດີນສຳຫຼວດ ຖືກນຳສົ່ງ ໄປຈົດນັບພົນລະເມືອງຄືນໃໝ່ໃນ 3,500 ເຂດ ໃນຕົ້ນປີ 2026 ເພື່ອເກັບກຳຂໍ້ມູນພົນລະ ເມືອງທີ່ ອາດຈະຕົກຄ້າງ ຫຼື ຍັງເກັບກຳບໍ່ທັນໄດ້ໃນໄລຍະຜ່ານມາ.ທ່ານ ວິໄລສຸກ ສີສຸລາດ ຮອງຫົວໜ້າກົມສະຖິຕິເສດຖະກິດ-ສັງຄົມ, ສູນສະຖິຕິແຫ່ງຊາດ ໄດ້ກ່າວເຖິງ ການສຳຫຼວດ ພົນລະເມືອງ ປີ 2025 ຄັ້ງນີ້ ວ່າ ການສຳຫຼວດຄັ້ງນີ້ ເປັນການດຳເນີນງານ ທີ່ທັນສະ ໄໝທີ່ສຸດ ໃນປະຫວັດ ສາດ ຂອງລາວ.“ການສຳຫຼວດພົນລະເມືອງຄັ້ງນີ້ ແຕກຕ່າງຈາກການສຳຫຼວດແບບເກົ່າທີ່ນຳໃຊ້ເຈ້ຍ, ດຽວນີ້ພວກເຮົາໄດ້ນຳໃຊ້ພາບ ຖ່າຍດາວທຽມ ແລະ ແຜນທີ່ດິຈິຕອນ ເພື່ອລະບຸຕຳແໜ່ງຂອງຄົວເຮືອນ.

ເຕັກໂນໂລຊີນີ້ ຊ່ວຍໃຫ້ທີມງານ ຂອງພວກ ໍເຮົາສາມາດຊອກຫາທີ່ຕັ້ງຂອງຄົວເຮືອນ ແລະ ເຂົ້າເຖິງກຸ່ມເປົ້າໝາຍໄດ້ງ່າຍກວ່າເກົ່າ. ນອກຈາກນີ້, ເຄື່ອງມື ທີ່ທັນສະໄໝ ຍັງເຮັດໃຫ້ສາມາດຕິດຕາມວຽກງານໄດ້; ເມື່ອພວກເຮົາ ໍພົບເຫັນວ່າ ການສຳຫຼວດພົນລະເມືອງ ຊັກຊ້າຢູ່ ໃນເຂດໃດໜຶ່ງ, ພວກເຮົາສາມາດໃຫ້ຄຳແນະນຳທ້ອງຖິ່ນໄດ້ທັນທີ ເພື່ອໃຫ້ ເຂົາເຈົ້າໃຫ້ ການຊ່ວຍເຫຼືອທີມງານສຳ ຫຼວດຕື່ມ.” ທ່ານກ່າວ:ທ່ານ ນາງ ເພັດສະໝອນ ສອນ, ຫົວ ໜ້າສູນສະຖິຕິແຫ່ງຊາດ ກ່າວວ່າ: ການສຳຫຼວດພົນລະ ເມືອງ ປີ 2025 ແມ່ນ ມີຄວາມ ໝາຍຫຼາຍກວ່າການເກັບກຳຕົວເລກ, ເພາະຂໍ້ມູນຈາກການສຳຫຼວດຈະເປັນບ່ອນອີງ ສຳລັບກາານຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2026–2030).“ຂ້າພະເຈົ້າຍັງຈື່ໄດ້ ການສຳຫຼວດພົນລະເມືອງ ຄັ້ງທີ່ຜ່ານມາ ເມື່ອ 10 ປີກ່ອນ, ພວກເຮົາຕ້ອງ ໄດ້ພິມແບບສອບ ຖາມທີ່ເປັນເຈ້ຍຫຼາຍລ້ານສະບັບ ແລະ ຂົນສົ່ງໄປຍັງທຸກໆໝູ່ບ້ານທີ່ຫ່າງ ໄກສອກຫຼີກ. ມັນຕ້ອງໃຊ້ເວລາ ຫຼາຍ ອາທິດພຽງ ເພື່ອຈະໄດ້ຮັບລາຍງານຄວາມຄືບໜ້າຂອງການສຳຫຼວດ.

ແຕ່ໃນມື້ນີ້, ຄວາມຊັກຊ້າເຫຼົ່ານັ້ນແມ່ນບໍ່ມີ ອີກແລ້ວ. ການຫັນເປັນດິຈິຕອນນີ້ ເຮັດໃຫ້ການເກັບກຳຂໍ້ມູນຂອງພວກເຮົາມີຄວາມວ່ອງໄວ, ຊັດເຈນ ແລະ ມີປະສິດ ທິພາບຫຼາຍຂຶ້ນກວ່າເກົ່າ.” ທ່ານ ກ່າວ.ທ່ານ ນາງ ເພັດສະໝອນ, ເຊິ່ງຍັງເປັນສະມາຊິກສະພາແຫ່ງຊາດ, ໄດ້ເນັ້ນໜັກວ່າ ຜົນສຳ ເລັດໃນ ຄັ້ງນີ້ເກີດຂຶ້ນໄດ້ ບົນພື້ນຖານຂອງການຮ່ວມມືທີ່ເຂັ້ມແຂງ. ທ່ານໄດ້ຊົມເຊີຍຕໍ່ການຊີ້ນຳຢ່າງໃກ້ຊິດຂອງລັດ ຖະບານລາວ ລວມທັງການ ຊ່ວຍເຫຼືອທັງດ້ານວິຊາການ ແລະ ງົບປະມານ ຈາກອົງການ UNFPA ແລະ ຄູ່ຮ່ວມພັດທະນາຕ່າງໆ.ປອ ບັກທີຢໍ ຄາດິໂຣຟ, ຜູ້ຕາງໜ້າອົງ ການ UNFPA ປະຈຳ ສປປ ລາວ ໄດ້ກ່າວວ່າ: ຜົນສຳ ເລັດ ຂອງການສຳຫຼວດພົນລະເມືອງ ປີ 2025 ນີ້ ແມ່ນເກີດຂຶ້ນໄດ້ ພາຍໃຕ້ການຮ່ວມມືທີ່ເຂັ້ມແຂງ ລະຫວ່າງ ລັດຖະບານ, ອົງການ UNFPA ແລະ ຄູ່ຮ່ວມພັດທະນາ ລວມທັງພາກສ່ວນທີ່ກ່ຽວຂ້ອງຕ່າງໆ.“ການສຳຫຼວດພົນລະເມືອງຄັ້ງນີ້ ບໍ່ແມ່ນພຽງແຕ່ກຽ່ວກັບຕົວເລກ, ແຕ່ມັນກ່ຽວກັບອງປະຊາຊົນ. ຂໍ້ມູນທີ່ໄດ້ ຈາກ ການສຳຫຼວດຄັ້ງນີ້ ຈະເປັນບ່ອນອີງໃຫ້ແກ່ການກຳນົດນະໂຍບາຍ ແນໃສ່ຍົກລະດັບຊີວິດການ ເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນກວ່າເກົ່າ, ລວມທັງຮັບປະກັນໃຫ້ທຸກຄົນຈະໄດ້ຮັບຜົນປະ ໂຫຍດຈາກການເຕີບໂຕ ແລະ ເພື່ອເຮັດໃຫ້ໝັ້ນ ໃຈວ່າ ຈະບໍ່ມີໃຜຖືກປ່ອຍປະໄວ້ທາງຫຼັງ.”ພາຍຫຼັງຈັດຕັ້ງປະຕິບັດມາເປັນເວລາ 4 ປີ, ການສຳຫຼວດພົນລະເມືອງ ປີ 2025 ໄດ້ກ້າວຈາກການເກັບກຳຂໍ້ມູນ ພາກສະໜາມໄປສູ່ຂັ້ນຕອນການວິເຄາະ ແລະ ການລາຍງານຜົນ.

ບົດຮຽນ ແລະ ເຕັກໂນໂລຊີ ທີ່ໄດ້ຮັບຈາກການ ສຳຫຼວດແບບດິຈິຕອນຄັ້ງທຳອິດນີ້ໄດ້ຫັນປ່ຽນໂສມໜ້າວຽກງານສະຖິຕິຂອງ ສປປ ລາວ. ຜົນສຳເລັດ ດັ່ງກ່າວໄດ້ສ້າງ ພື້ນຖານອັນໜັກແໜ້ນໃຫ້ແກ່ການຫັນເປັນທັນສະໄໝ ຂອງລະບົບສະຖິຕິ ຂອງ ສປປ ລາວ ເພື່ອເກັບກຳ ແລະ ສະໜອງຂໍ້ມູນສະຖິຕິທີ່ມີຄຸນນະພາບສູງ ເພື່ອເປັນບ່ອນອີງໃນການກຳນົດອະນາຄົດທີ່ສົດໃສຂອງ ສປປ ລາວ ພ້ອມທັງ ຮັບປະກັນວ່າ ຈະບໍ່ປ່ອຍປະໃຜໄວ້ທາງຫຼັງ.

error: Content is protected !!