ປະຊາຊົນສອງບ້ານ ເມືອງອະນຸວົງ ໄດ້ຮັບພໍ່ພັນແມ່ພັນໄກ່ລາດ

   ອາທິດຜ່ານມາ ໂຄງການຍົກສູງຜົນຜະລິດໄກ່ລາດຂອງຊາວກະສິກອນຂະໜາດນ້ອຍ ແຂວງໄຊສົມບູນ ໄດ້ນຳເອົາແນວພໍ່ພັນແມ່ພັນໄກ່ລາດ ໄປມອບໃຫ້ແກ່ຊາວກະສິກອນບ້ານອອມ ແລະ ບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ກ່າວມອບໂດຍທ່ານ ນາງ ມາລາວັນ ຈິດຕະວົງ ຜູ້ຈັດການໂຄງການຍົກສູງຜົນຜະລິດໄກ່ລາດຂອງຊາວກະສິກອນຂະໜາດນ້ອຍ ແຂວງໄຊສົມບູນ ແລະ ຕາງໜ້າກ່າວຮັບໂດຍອຳນາດການປົກຄອງບ້ານທັງສອງບ້ານດັ່ງກ່າວ ມີທ່ານ ເຫວດປານີ ສີວົງໄຊ ຕ່າງໜ້າບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ຜູ້ພັດທະນາໂຄງການປັບປຸງຊີວິດການເປັນຢູ່ປະຊາຊົນແຂວງໄຊສົມບູນ ແລະ ພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພີຍານ.

    ສຳລັບ ພໍ່ພັນແມ່ພັນໄກ່ລາດທີ່ໂຄງການນຳມາມອບໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ACIAR ປະເທດອົດສະຕຣາລີ ເຊິ່ງມີພໍ່ພັນແມ່ພັນໄກ່ຈຳນວນ 300 ໂຕ ພ້ອມດ້ວຍອຸປະກອນການລ້ຽງໄກ່ເຊັ່ນ: ຕຸກນ້ຳ ຖັງອາຫານ ຢາປົວພະຍາດໄກ່ ແລະ ຫົວອາຫານສຳເລັດຮູບ ພໍ່ພັນແມ່ພັນໄກ່ລາດທີ່ທາງໂຄງການນຳມາມອບໃຫ້ ແມ່ນຈະໄດ້ແບ່ງໃຫ້ແກ່ປະຊາຊົນຈຳນວນ 20 ຄອບຄົວ ຢູ່ບ້ານອອມ ແລະ ບ້ານກໍໄຮ ເພື່ອນຳໄປຂະຫຍາຍພັນຕໍ່.

    ຈຸດປະສົງຫຼັກຂອງໂຄງການ ເພື່ອປັບປຸງລະບົບການຜະລິດໄກ່ລາດຂອງຊາວກະສິກອນຂະໜາດນ້ອຍ ລວມທັງການຄຸ້ມຄອງ ແລະ ຜົນໄດ້ຮັບທາງດ້ານເສດຖະກິດ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວຂອງຊາວກະສິກອນໃຫ້ດີຂຶ້ນກວ່າເກົ່າ ທັງເປັນການຄ້ຳປະກັນສະບຽງອາຫານ ແລະ ພັດທະນາຄວາມສາມາດໃນການລ້ຽງສັດປີກໃຫ້ຫຼາຍຂຶ້ນ ເປັນຕົ້ນ ລະບົບການໃຫ້ອາຫານ ແລະ ການຮັກສາສຸຂະພາບຂອງສັດປີກ.

    ໂຄງການດັ່ງກ່າວ ແມ່ນໄດ້ຮັບການຮ່ວມມືກັນລະຫວ່າງ ACIAR ກັບບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ເລີ່ມມາແຕ່ປີ 2021 ໃນໄລຍະຜ່ານມາ ທາງໂຄງການກໍໄດ້ຄັດເລືອກບ້ານເປົ້າໝາຍ ພ້ອມທັງລົງສຳຫຼວດຄວາມຕ້ອງການຂັ້ນພື້ນຖານ ແລະ ບັນຫາທີ່ພົບພໍ້ຂອງປະຊາຊົນ ຫຼັງຈາກນັ້ນ ກໍໄດ້ຈັດຊຸດເຝິກອົບຮົມ 2 ຄັ້ງໃຫ້ແກ່ຄອບຄົວສະມາຊິກໂຄງການ ຫຼັງຈາກທີ່ໄດ້ມອບໄກ່ໃຫ້ແກ່ຊາວກະສິກອນແລ້ວ ທີມງານໂຄງການ ພ້ອມດ້ວຍພະແນກກະສິກຳ ແລະ ປ່າໄມ້ແຂວງ ກໍຈະໄດ້ລົງຕິດຕາມປະເມີນຜົນໂຄງການເປັນແຕ່ລະໄລຍະ ເພື່ອຮັບປະກັນໃຫ້ແກ່ການລ້ຽງໄກ່ຖືກຕ້ອງຕາມຫຼັກການ ແລະ ຂະຫຍາຍແຜ່ພັນອອກໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.

.

# ຂ່າວ – ພາບ: ຊິລິການດາ

error: Content is protected !!