ໂຄງປະກອບຂອງລາຄາສິນຄ້າເໜັງຕີງ ສົ່ງຜົນໃຫ້ລາຄາຊີ້ນໝູສູງຂຶ້ນ

    ປັດຈຸບັນ ລາຄາຊີ້ນ​ໝູໃນຕະຫຼາດນະຄອນຫຼວງວຽງຈັນ ແມ່ນຢູ່ລະດັບ 40-50 ພັນກວ່າກີບຕໍ່ກິໂລ ອັນໄດ້ສົ່ງຜົນກະທົບຕໍ່ຜູ້ບໍລິໂພກ  ການພຸ່ງສູງຂຶ້ນຂອງລາຄາຊີ້ນໝູ ບໍ່ແມ່ນການສວຍໂອກາດຂອງຊາວຄ້າຂາຍແຕ່ຢ່າງໃດ ແຕ່ແມ່ນຂຶ້ນຕາມໂຄງປະກອບຂອງລາຄາສິນຄ້າທີ່ມີການເໜັງຕີງແຕ່ລະໄລຍະ ກໍຈະສົ່ງຜົນໃຫ້ລາຄາຊິ້ນໝູມີການເໜັງຕີງໄປພ້ອມກັນ.

    ທ່ານ ຄຳຫຼ້າ ແສງດາວົງ ຜູ້ອຳນວຍການລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ຫົວໜ້າໂຮງງານຂ້າສັດທັນສະໄໝດອນດູ່ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ ກ່ຽວກັບການເໜັງຕິງຂອງລາຄາຊີ້ນໝູວ່າ: ປັດຈຸບັນ ການເໜັງຕິງຂອງລາຄາສິນຄ້າຫຼາຍປະເພດ ໂດຍສະເພາະແມ່ນພືດຜັກ ສັດປະເພດຕ່າງໆ ລວມເຖິງພືດທີ່ນຳມາໃຊ້ຜະລິດເປັນຫົວອາຫານສັດກໍເພີ່ມຂຶ້ນ ນໍ້າມັນກໍມີລາຄາສູງຂຶ້ນ ອັດຕາແລກປ່ຽນກໍມີການເໜັງຕິງ ໄດ້ສົ່ງຜົນກະທົບໃຫ້ແກ່ການເພີ່ມຕົ້ນທຶນໃນການຜະລິດຫົວອາຫານສັດ ຈຶ່ງເຮັດໃຫ້ການລ້ຽງໝູ ໄກ່ ແລະ ໄຂ່ ມີຕົ້ນທຶນສູງຂຶ້ນ ເວົ້າລວມ ແມ່ນເຮັດໃຫ້ໂຄງປະກອບລາຄາຂອງການຜະລິດດັ່ງກ່າວສູງຂຶ້ນ ດັ່ງນັ້ນ ການຂາຍອາຫານປະເພດ ຊີ້ນ ໄກ່ ແລະ ໄຂ່ ຈະເໜັງຕີງຂຶ້ນຕາມໂຄງປະກອບຂອງລາຄາສິນຄ້າ ເຊິ່ງຜູ້ບໍລິໂພກກໍບໍ່ຄວນເຂົ້າໃ9ຜິດວ່າ ການຂຶ້ນລາຄາຂອງໝູ ຂອງໄກ່ ຂອງຊີ້ນງົວ ຄວາຍ ນັ້ນ ບໍ່ແມ່ນວ່າຊາວຄ້າຂາຍສວຍໂອກາດຂຶ້ນ ແຕ່ເກີດຈາກຕົ້ນທຶນການຂົນສົ່ງ ຕົ້ນທຶນຫົວອາຫານ ຕໍ່ກັບບັນຫານີ້ ທາງບໍລິສັດຂອງພວກເຮົາ ກໍຄືຜູ້ປະກອບການລ້ຽງໝູກໍພະຍາຍາມປັບ ແລະ ຫຼຸດຮອນຂັ້ນຂອດທີ່ສີ້ນເປືອງອອກ ເພື່ອເຮັດໃຫ້ໂຄງປະກອບລາຄາຖືກລົງເພື່ອຜູ້ບໍລິໂພກ.

    ສ່ວນໃນການສະໜອງໝູພາຍໃນທ້ອງຕະຫຼາດ ປະກອບມີ 3 ລະບົບຄື: ບໍລິສັດຊີພີລາວ ໄດ້ສະໜອງໝູກວມເອົາປະລິມານ 400-500 ໂຕຕໍ່ມື້ ກວມ 50% ບໍລິສັດເບທາໂກ ສະໜອງໝູມື້ລະ 100-150 ໂຕ ແລະ ຊາວກະສິກອນລ້ຽງເອງ ຈຳໜ່າຍເອງປະມານ 150 ໂຕ ນອກຈາກນັ້ນ ກໍນຳເຂົ້າມາຈາກແຂວງວຽງຈັນມື້ລະປະມານ 100 ກວ່າໂຕ ຖືໄດ້ວ່າຍັງສາມາດສະໜອງຕະຫຼາດໄດ້ພຽງພໍ.

    ສໍາລັບລາຄາຊີ້ນໝູທີ່ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນໄດ້້ກຳນົດຕາມປະເພດຊີ້ນຢ່າງລະອຽດເຊັ່ນ: ລາຄາຊີ້ນໝູຢືນໜ້າຟາມ ສູງສຸດບໍ່ໃຫ້ເກີນ 30.500 ກີບຕໍ່ກິໂລ ລາຄາຂາຍຍົກໝູໝົດໂຕທີ່ໄດ້ຂ້າຄົວ ແລະ ຊຳແຫຼະເປັນຊີ້ນ ລວມນາຍຮ້ອຍສົ່ງເຖິງລູກຂຽງ ຮອດຕະຫຼາດ ລາຄາສູງສຸດບໍ່ໃຫ້ເກີນ 36.500 ກີບຕໍ່ກິໂລ ສ່ວນລາຄາຂາຍຍ່ອຍຊີ້ນໝູປະເພດໜຶ່ງ ສູງສຸດບໍ່ໃຫ້ເກີນ 50 ພັນກີບຕໍ່ກິໂລ ຊີ້ນໝູປະເພດສອງ ບໍ່ເກີນ 46 ພັນກີບ ສຳລັບຊີ້ນໝູປະເພດຍ່ອຍທີ່ວາງຂາຍຢູ່ຮ້ານຂາຍໝູຂອງບໍລິສັດ ແລະ ຮ້ານຂາຍຍ່ອຍທົ່ວໄປ ແມ່ນລາຄາສູງສຸດບໍ່ໃຫ້ເກີນ 52 ພັນກີບຕໍ່ກິໂລ.

# ຂ່າວ – ພາບ:  ເພັດສະໝອນ

error: Content is protected !!