ໃນວັນທີ 21 ມີນາ 2022 ຈັດພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອໃຫ້ແກ່ສູນສົ່ງເສີມການສຶກສາຮຽນຮ່ວມ (ສສຮ) ທີ່ໄດ້ຮັບຈາກສະມາຄົມມິດຕະພາບ ລາວ-ສ ເກົາຫຼີ ຈຳນວນ 12 ແກັດ ມູນຄ່າ 204 ລ້ານກວ່າກີບ ປະມານ 17.760 ໂດລາສະຫະລັດ ເພື່ອນໍາໄປມອບໃຫ້ໂຮງຮຽນສືກສາຄົນພິການ ແລະ ໂຮງຮຽນສາມັນກິນນອນຊົ່ນເຜົ່າໃນຂອບເຂດທົ່ວປະເທດ ກ່າວມອບໂດຍທ່ານ ດາວວອນ ພະຈັນທະວົງ ຮອງປະທານສະມາຄົມມິດຕະພາບ ລາວ-ສ ເກົາຫຼີ ກ່າວຮັບໂດຍທ່ານ ນາງ ດາລາ ຄຽມທຳມະຄຸນ ວ່າການຜູ້ອຳນວຍການສູນສົ່ງເສີມການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ເຄື່ອງຊ່ວຍເຫຼືອໃຫ້ແກ່ສູນສົ່ງເສີມການສຶກສາຮຽນຮ່ວມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກສະມາຄົມມິດຕະພາບ ລາວ-ສ ເກົາຫຼີ ເພື່ອປະກອບສ່ວນເຮັດໃຫ້ການດຳລົງຊີວິດປະຈຳວັນ ກໍຄືການຄົ້ນຄວ້າຮໍ່າຮຽນຂອງນັກຮຽນພິການ ແລະ ນັກຮຽນສາມັນກິນນອນຊົນເຜົ່າ ໄດ້ຮັບຄວາມສະດວກສະບາຍ ແລະ ດຳເນີນໄປເປັນປົກກະຕິ ໃນສະພາບເງື່ອນໄຂເສດຖະກິດມີຄວາມຫຍຸ້ງຍາກ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ແພ່ລະບາດຢູ່ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງນັກຮຽນພວກເຮົາ.

ນາງ ດາລາ ຄ່ຽມທຳມະຄຸນ ໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງທ່ານປະທານ ທ່ານຮອງປະທານ ເລຂາທິການ ແລະ ຄະນະສະມາຄົມ ມິດຕະພາບລາວ-ສ ເກົາຫຼີ ທີ່ໄດ້ບິແບ່ງເຄື່ອງຊ່ວຍເຫຼືອລ້າ ໂດຍສະເພາະ ອຸປະກອນປ້ອງກັນພະຍາດໂຄວິດ-19 ມາໃຫ້ສູນສົ່ງເສີມການສຶກສາຮຽນຮ່ວມ ໂຮງຮຽນທີ່ຂຶ້ນກັບສູນສົ່ງເສີມການສຶກສາຮຽນຮ່ວມມີໂຮງຮຽນສາມັນກິນນອນຊົນເຜົ່າ 17 ແຂວງ 18 ແຫ່ງ ມີ 2 ແຫ່ງ ຂຶ້ນກັບກະຊວງສຶກສາທິການ ແລະ ກີລາ ແລະ ໂຮງຮຽນສຶກສາຄົນພິການ 2 ແຫ່ງ ທີ່ຕັ້ງຢູ່ແຂວງຫຼວງພະບາງ 1 ແຫ່ງ ແລະ ນະຄອນຫຼວງ 1 ແຫ່ງຜ່ານມາ ກໍມີການລາຍງານມາຫາຄະນະສະເພາະກິດຂອງກະຊວງສຶກສາທິການ ແລະ ກີລາ ວ່າ: ນັກຮຽນໃນໂຮງຮຽນ ແລະ ຄູ-ອາຈານຈຳນວນໜຶ່ງຕິດພະຍາດໂຄວິດ-19 ສູນສົ່ງເສີມການສຶກສາຮຽນຮ່ວມ ຈະໄດ້ສ້າງແຜນແບ່ງປັນແຈກຢາຍອຸປະກອນຊ່ວຍເຫຼືອຄັ້ງນີ້ໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ ແລະ ໂຮງຮຽນສຶກສາຄົນພິການ ເພື່ອໃຫ້ນ້ອງນັກຮຽນໄດ້ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ພ້ອມກັນນີ້່ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ໄປຍັງທ່ານ ໂອ ມຽງຮວານ ປະທ່ານສະມາຄົມມິດຕະພາບ ສ ເກົາຫຼີ-ລາວ ພ້ອມດ້ວຍຄະນະ ທີ່ໄດ້ອຸປະຖຳເຄື່ອງດັ່ງກ່າວໃຫ້ສູນ ສສຮ ສສກ ຂອງພວກເຮົາໃນຄັ້ງນີ້.
# ຂ່າວ – ພາບ: ບຸນມີ