ຕົວເລກການຕິດເຊື້ອໂຄວິດ-19 ທົ່ວປະເທດ ຍັງໜ້າເປັນຫ່ວງ

    ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 21 ມີນາ 2022 ທີ່ກະຊວງສາທາລະນະສຸກ ເຊິ່ງໃນວັນທີ 20 ມີນາ 2022 ຜ່ານມາ ທົ່ວປະເທດໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 3.085 ຕົວຢ່າງ ໃນນັ້ນ ກວດພົບເຊື້ອພະຍາດທັງໝົດ 1.137 ຄົນ ເປັນການຕິດເຊື້ອພາຍໃນຈຳນວນ 1.100 ຄົນ ແລະ ນໍາເຂົ້າ 37 ຄົນ.

     ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ 1.100 ຄົນ ມີລາຍລະອຽດດັ່ງນີ້:

  • ນະຄອນຫຼວງວຽງຈັນ 521 ຄົນ
  • ແຂວງສະຫວັນນະເຂດ 248 ຄົນ
  • ຊຽງຂວາງ 45 ຄົນ
  • ຄໍາມ່ວນ ແລະ ອຸດົມໄຊ ແຂວງລະ 37 ຄົນ
  • ບໍລິຄໍາໄຊ 33 ຄົນ
  • ໄຊຍະບູລີ 31 ຄົນ
  • ວຽງຈັນ 27 ຄົນ
  • ຫຼວງນໍ້າທາ ແລະ ຫົວພັນ ແຂວງລະ 25 ຄົນ
  • ສາລະວັນ 23 ຄົນ
  • ບໍ່ແກ້ວ 18 ຄົນ
  •  ອັດຕະປື 12 ຄົນ
  • ຫຼວງພະບາງ 8 ຄົນ
  • ຈໍາປາສັກ 4 ຄົນ
  • ຜົ້ງສາລີ ແລະ ເຊກອງ ແຂວງລະ 3 ຄົນ

    ສ່ວນການຕິດເຊື້ອນໍາເຂົ້າ 37 ຄົນ ຈາກນະຄອນຫຼວງວຽງຈັນ 10 ຄົນ ແຂວງສະຫວັນນະເຂດ 3 ຄົນ ຈໍາປາສັກ 12 ຄົນ ຊຽງຂວາງ 5 ຄົນ ອັດຕະປື 5 ຄົນ ແລະ ແຂວງຄຳມ່ວນ 2 ຄົນ ທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

    ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 154.094 ຄົນ ອອກໂຮງໝໍວັນທີ 20 ມີນາ 2022 ຈຳນວນ 153 ຄົນ ກຳລັງປິ່ນປົວ 2.280 ຄົນ  ແລະ ເສຍຊີວິດທັງໝົດ 649 ຄົນ (ເສຍຊີວິດໃໝ່ 4 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 4 ຄົນ ຈາກນະຄອນຫຼວງວຽງຈັນ 1 ຄົນ ແຂວງບໍລິຄຳໄຊ 1 ຄົນ ສາລະວັນ 1 ຄົນ ແລະ ແຂວງອັດຕະປື 1 ຄົນ.

    ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 470.784.275 ຄົນ (ໃໝ່ 1.112.275 ຄົນ) ເສຍຊິວິດທັງໝົດ 6.100.477 ຄົນ (ໃໝ່ 2.823 ຄົນ) ແລະ ປີ່ນປົວຫາຍດີ 406.915.900 ຄົນ (ໃໝ່ 820.704 ຄົນ).

.

# ຂ່າວ & ພາບ  :  ຊິລິການດາ

error: Content is protected !!